ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສວາງລະເບີດ TIMES SQUARE ຍອມຮັບຜິດ


ຜູ້ຊາຍຄົນອະເມຣິກັນ ເຊື້ອສາຍປາກິສຖານ ທີ່ຖືກກ່າວຫາ
ວ່າພະຍາຍາມ ໂຈມຕີດ້ວຍລະເບີດລົດແຕ່ບໍ່ປະສົບຜົນ
ສຳເລັດທີ່ຈະຕຸລັດ TIMES SQUARE ໃນນະຄອນ
ນິວຢອກ ເມື່ອເດືອນແລ້ວນີ້ ໄດ້ຍອມຮັບຜິດໃນທຸກຂໍ້ຫາ
ຕໍ່ລາວ.

ນາຍ FAISAL SHAHZAD ໄດ້ຍອມຮັບຜິດໃນມື້ວານນີ້
ໃນລະຫວ່າງ ທີ່​ຖືກ​ນຳ​ໂຕມາຂຶ້ນສານເພື່ອໃຫ້ການຕອບ​
ຕໍ່​ຂໍ້​ກ່າວ​ຫາ ຢູ່ສານແຫ່ງນຶ່ງທີ່ເກາະ ແມນຮັດຕັນ.
ລາວປະເຊີນກັບຂໍ້ຫາ ໃນຄວາມຜິດ 10 ກະທົງ ກ່ຽວກັບ
ເລື່ອງ ອາວຸດແລະການກໍ່ການຮ້າຍ ຮວມທັງພະຍາຍາມທີ່ຈະໃຊ້ອາວຸດທີ່ມີອະນຸ
ພາບຮ້າຍແຮງ

ນາຍ SHAHZAD ກ່າວຕໍ່ສານວ່າ ລາວຖືໂຕເອງວ່າເປັນທະຫານມຸສລິມ ແລະວ່າ
ລາວແລະຄົນອື່ນໆຈະຫາ​ທາງໂຈມຕີສະຫະລັດຕໍ່​ໄປ ນອກຈາກວ່າ ສະຫະລັດຈະ
ຖອນໂຕ ອອກ​ໄປຈາກດິນແດນມຸສະລິມ ຮວມທັງອັຟການິສຖານ ແລະອີຣັກ.

ຄະນະໄອຍະການໄດ້ກ່າວຫານາຍ SHAHZAD ອາຍຸ 30 ປີ ທີ່ຖືສັນ ຊາດອະເມ
ຣິກັນນັ້ນວ່າ ໄດ້ຮັບການຝຶກແອບດ້ານລະເບີດຈາກກຸ່ມທາລີບານໃນ ປາກິສຖານ
ໃນເຂດຊົນເຜົ່າ WAZIRISTAN ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ
ດັ່ງກ່າວ ພ້ອມທັງເງິນ 12 ພັນໂດລາ ຈາກພວກສົມຮູ້ຮ່ວມຄິດທີ່ ລາວຄິດວ່າ
ເຮັດວຽກໃຫ້ແກ່ກຸ່ມດັ່ງກ່າວ.

ຜູ້ກ່ຽວໄດ້ຖືກຈັບໃນວັນທີ 3 ພຶດສະພາຜ່ານມາ ຫຼັງຈາກສາຍລັບຂອງ ເຈົ້າໜ້າທີ່
ປະຕິບັດກົດໝາຍ ພົບວ່າລາວມີສ່ວນພົວພັນກັບລົດຄັນນຶ່ງທີ່ຈອດໄວ້ ໃນບໍລິເວນ
ຈະຕຸລັດ TIMES SQUARE ພ້ອມກັບລະເບີດ ທີ່ເຮັດຂຶ້ນເອງ. ລາວໄດ້ຖືກຕາມລ່າ
ແລະນຳໂຕລົງມາຈາກເຮືອບິນໂດຍສານ ຂະນະທີ່ພວມຈະ ອອກເດີນທາງຈາກ
ນະຄອນນິວຢອກໄປຍັງດູໄບ. ຜູ້ກ່ຽວປະເຊີນກັບໂທດຈຳຄຸກ ຕະຫຼອດຊີວິດ
ໃນຂໍ້ຫາເຫຼົ່ານີ້.

XS
SM
MD
LG