ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫລວດຈັບຜູ້ຕ້ອງສົງໄສວາງລະເບີດທີ່ New York


ຕຳຫລວດຈັບຜູ້ຕ້ອງສົງໄສວາງລະເບີດທີ່ New York
ຕຳຫລວດຈັບຜູ້ຕ້ອງສົງໄສວາງລະເບີດທີ່ New York

ພົນລະເມືອງອະເມລິກັນເຊື້ອສາຍປາກິດສະຖານຄົນນຶ່ງຈະໄປປາກົດໂຕທີ່ສານ
ລັດຖະບານກາງແຫ່ງນຶ່ງໃນວັນອັງຄານມື້ນີ້ເພື່ອປະເຊີນກັບຂໍ້ກ່າວຫາຢ່າງເປັນ
ທາງການໃນຖານ​ມີ​ສ່ວນພົວພັນກັບການພະຍາຍາມໂຈມຕີດ້ວຍລະເບີດລົດ
ທີ່ບໍ່ປະສົບຜົນສຳເລັດທີ່ຈະຕຸລັດTIMES ຫຼື TIMES SQUAREໃນນະຄອນນິວຢອກ
ເມື່ອສັບປະດາແລ້ວ. ໃນການຖະແຫລງໃນຕອນເຊົ້າໆ​ຂອງມື້ນີ້ ລັດຖະມົນຕີຍຸຕິທຳ
ຂອງສະຫະລັດ ທ່ານ ERIC HOLDER ປະກາດວ່າ ນາຍ FAISAL SHAHZAD
ອາຍຸ 30 ປີ ໄດ້ຖືກຈັບໃນຕອນເດິກຂອງຄືນວັນຈັນ ທີ່ສະໜາມບິນນາໆຊາດ JOHN F. KENNEDYທີ່ນະຄອນນິວຢອກຂະນະທີ່ຜູ້ກ່ຽວພວມພະຍາຍາມຈະຫລົບໜີ
ອອກຈາກປະເທດໃນຖ້ຽວບິນໄປດູໄບ.

ເຈົ້າໜ້າທີ່ປະຕິບັດກົດໝາຍຂອງສະຫະຣັດກ່າວວ່າ ນາຍ SHAHZAD ທີ່ອາໄສຢູ່ລັດ CONNECTICUT ຕິດກັບນິວຢອກນັ້ນໄດ້ຈ່າຍເງິນສົດຊື້ຣົດ ນິສສັນ PATHFINDER ລຸ່ນປີ 1993 ທີ່ໃຊ້ໃນການພະຍາຍາມໂຈມຕີດ້ວຍລະເບີດລົດນັ້ນ.ເຈົ້າໜ້າທີ່ເວົ້າວ່າຜູ້ກ່ຽວ
ໄດ້ຊື້ລົດຄັນນີ້ຈາກຊາຍຄົນນຶ່ງທີ່ ເມືອງ BRIDGEPORT.

ເຈົ້າໜ້າທີ່ສັນຕິບານກາງ FBI ໄດ້ຕັນເຂດນຶ່ງຂອງຖະໜົນສາຍ​ນຶ່ງຢູ່ໃນເມືອງ BRIDGEPOR ໃນຕອນເຊົ້າມື້ນີ້ຂະນະທີ່ພວກເຈົ້າໜ້າທີ່ທຳການກວດຄົ້ນເຮືອນຂອງນາຍ SHAHZAD.

ລົດທີ່ຜູ້ຕ້ອງສົງໄສຊື້​ໄປ​ໃຊ້​ເຮັດ​ລະ​ເບີດ​ຕາມທີ່ມີການກ່າວຫານັ້ນໄດ້ຖືກພົບ​ເຫັນ
ໃນຕອນຫົວແລງຂອງຄືນວັນເສົາໃກ້ໆຄຸ້ມປະວັດສາດTime Square
ຊຶ່ງເປັນເຂດທ່ອງທ່ຽວແລະການບັນເທີງໃນນະຄອນນິວຢອກ. ທາງ​ໃນ​ລົດເຕັມ ໄປດ້ວຍ
ໝາກກະໂພກ ຖັງແກັສໂພຣເພນຖັງນ້ຳມັນແອັສຊັງຝຸ່ນວິທະຍາສາດ ແລະ​ໂມງ​ຕັ້ງເວລາ.

XS
SM
MD
LG