ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລອບ​ວາງ​ລະ​ເບີດ​ທີ່ ຈະຕຸ​ລັດ Times Square


ການ​ກວດ​ສອບ​ເບິ່ງຟິມວີ​ດີ​ໂອສະ​ແດງ​ໃຫ້​ເຫັນ​ຊາຍ​ຄົນ​ນຶ່ງ​ທີ່ບໍ່​ຮູ້​ວ່າ​ ແມ່ນ​ໃຜ​ໃນ​​ໄວ 40 ປີ​ ​ຍ່າງ​ອອກ​ຈາກ​ບໍລິ​ເວນ​ນັ້ນ​ໄປ​ພ້ອມ​ກັບແກ້​ເສື້ອ​ອອກ​ແລ້ວ​ຫລຽວ​ກັບຄືນ​ໄປ ​ເບິ່ງ​ລົດ​ທີ່​ກຳລັງ​ມີ​ຄວັນ​ໄຟ​ອອກ​ມາ​ນັ້ນ.

ຕຳຫລວດ​ໃນ​ນະຄອນ​ນິວຢອກ​ກຳລັງ​ຊອກ​ຫາ​ພວກ​ຜູ້​ຕ້ອງ​ສົງ​ໄສ​ຢູ່ ເບື້ອງ​ຫລັງ​ການວາງ​ລະ​ເບີດລົດ ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫລວຢູ່ຈະຕຸ​ລັດ Times Square ໃນ​ວັນ​ເສົາ​ຜ່ານ​ມາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ ກ່າວ​ວ່າ ການ​ກວດ​ສອບ​ເບິ່ງຟິມວີ​ດີ​ໂອສະ​ແດງ​ໃຫ້​ເຫັນ​ຊາຍ​ຄົນ​ນຶ່ງ​ທີ່ບໍ່​ຮູ້​ວ່າ​ແມ່ນ​ໃຜ​ໃນໄວ 40 ປີ​ ​ຍ່າງ​ອອກ​ຈາກ​ບໍລິ​ເວນ​ນັ້ນ​ໄປ​ພ້ອມ​ກັບແກ້​ເສື້ອ​ອອກ​ແລ້ວ​ຫລຽວ​ກັບຄືນ​ໄປ​ເບິ່ງ​ລົດ​ທ່ີ​ກຳລັງ​ມີ​ຄວັນ​ໄຟ​ອອກ​ມາ​ນັ້ນ.

ຕຳຫລວດ​ກ່າວ​ວ່າເຂົາ​ເຈົ້າ​ບໍ່​ໄດ້​ເຫັນ​ຫລັກ​ຖານ​ໃດໆ​ ທີ່​ສໍ່​ສະແດງວ່າ​ມີ​ການ​ພົວພັນ​ຂອງ​ກຸ່ມ​ຕາ​ລີ​ບັນ​ ໃນ​ການ​ພະຍາຍາມ​ວາງ​ລະ​ເບີດ​ໃນ​ລົດ​ຄັນ​ນີ້ເຖິງ​ແມ່ນ​ມີ​ການ​ກ່າວ​ອ້າງໃນ​ທາງກົງກັນຂ້າມຈາກກຸ່ມ​ນຶ່ງ​ໃນ​ປາ​ກິສະຖານກໍ​ຕາມ. ທ່ານ Raymond Kelly ຫົວໜ້າກົມ​ຕຳຫລວດ​ນະຄອນ​ນີວຢອກກ່າວວ່າຖ້າ​ລະ​ເບີດ​ແຕກ​ຂຶ້ນມັນ​ກໍ​ຈະ​ເຮັດ​ໃຫ້​ລົດ​ຄັນ​ນີ້​ແຕກ​ຫັກ​ອອກ​ເປັນ​ສອງ​ຕ່ອນ​ແລະ​ລຸກ​ເປັນ​ບ້ວງໄຟໄໝ້ຂຶ້ນ​ຢ່າງ​ໃຫຍ່.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ລະ​ເບີດ​ທີ່ເຮັດ​ຂຶ້ນ​ເອງນັ້ນ​ ​ປະກອບ​ດ້ວຍ​ຖັງ​ແກ​ສ propane ສາມ​ຖັງ ໝາກ​ກະ​ໂພ​ກ ຖັງ​ນ້ຳມັນ​ນແອສຊັງ 2 ຖັງ ​ແລະ​ໂມງ​ຈັບ​ເວລາ 2 ໜ່ວຍ. ​ໂຄສົກ​ຕຳຫລວດ​ຄົນ​ນຶ່ງກ່າວ​ວ່າປາກົດ​ວ່າລະ​ເບີດ​ກຳລັງເລີ່​ມ​ຈະແຕກ​ຂຶ້ນແຕ່​ເກີດ​ຕິດ​ຂັດ.

XS
SM
MD
LG