ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນເຫັນລະເບີດ ທີ່ນະຄອນນີວຢອກ


ບັນດາ​ເຈົ້າ​ໜ້າ​ທ່ີ​ນະຄອນ​ນີວຢອກແຈ້ງ​ໃຫ້​ຊາບ​ ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້ນີ້ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ລະເບີ​ດທ່ີ​ອາດມີ​ພະລັງ​ແຮງ​ ໃນ​ລົດຄັນ​ນຶ່ງ​ ທ່ີ​ຈະ​ຕຸ​ລັດ Times Square ​ແລະ​ໄດ້​ອົບ​ພະຍົບປະຊາ​ຊົນອອກ​ຈາກ​ ບໍລິ​ເວນ​ດັ່ງກ່າວ ທີ່​ເປັນສູນກາງ​ລື່ນ​ເລີງ​ຂອງ​ນະຄອນ​ນີວຢອກນັ້ນ ​ແຕ່ເວລາ​ນີ້ ໄດ້​ເປີດ​ຈະຕຸ​ລັດ Times Square ນັ້ນຄື​ນ​ແລ້ວ ຫລັງຈາກ ຕຳຫລວດ​ໄດ້ຍ້າຍ​ລົດ​ຄັນນັ້ນອອກ​ໄປ. ເຈົ້າ​ຄອງນະຄອນ​ນີວຢອກທ່ານ Michael Bloomberg ກ່າວ​ວ່າ ລົດ​ຄັນ​ດັ່ງກ່າວບັນທຸກ​ລະ​ເບີດ ​ຂະ​ໜາດ​ທີ່​ອາດສາມາດພາໃຫ້​ຜູ້​ຄົນ​ເສຍ​ຊີວິດ ເປັນ​ຈຳນວນ​ຫລາຍ​ໄດ້​.
ໜັງສືພິມ New York Times ອ້າງ​ຄຳ​ເວົ້າ​ຂອງ​ຫົວໜ້າ​ໂຄສົກ​ປະຈຳ ກົມ​ຕຳຫລວດ​ນະຄອນ​ນີວຢອກ​ວ່າ ​ລະ​ເບີດ​ທ່ີ​ພົບ​ເຫັນ​ໃນລົດດັ່ງກ່າວ ກຳລັງ​ຈະລະ​ເບີດ​ຂຶ້ນ ​ແຕ່​ສາຍ​ຂະນວນ​ຂອງລະ​ເບີດ​ເກີດຕິດຂັດ.
ໄດ້​ມີ​ການ​ສົ່ງ​ໜ່ວຍ​ກູ້​ລະ​ເບີດ​ຈຸ​ນຶ່ງ​ ​ໄປກ​ວດ​ເບິ່ງລົດຄັນ​ນັ້ນ ໃນ​ຄືນ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກ​ມີພົນລະ​ເມືອງ​ດີ ໂທລະ​ສັບ​ໄປແຈ້ງ​ຕຳຫລວດ​ວ່າ ​ມີ​ຄວັນອອກ​ມາ​ຈາກ​ລົດທີ່​ໜ້າສົງ​ໃສ​ນັ້ນ ຊຶ່ງ​ທ່ານ Bloomberg ກ່າວ​ວ່າ ບັນຈຸ​ຖັງ​ແກ​ສ propane ຫລາຍ​ຖັງ ນ້ຳມັນ​ແອ​ສຊັງ ລູກກະ​ໂພ​ກ​ ແລະ​ເຄື່ອງ​ຕັ້ງ​ເວລາ.
ເຈົ້າ​ຄອງ​ນະຄອນ​ນີວຢອກ​ກ່າວ​ຕື່ມ​ວ່າ ທາງ​ເຈົ້າ​ໜ້າ​ທ່ີ​ບໍ່​ຮູ້ຈັກວ່າ​ຜູ້​ໃດ​ຢູ່ ເບື້ອງ​ຫລັງ​ການວາງ​ລະ​ເບີດ​ໃນ​ລົດ​ຄັນ​ນີ້ ​ແຕ່​ ​ເວລາ​ນີ້​ ເຈົ້າ​ໜ້າ​ທ່ີຈາກ ກົມຕຳຫລວດ​ສັນຕິ​ບານ​ກາງ​ ຫລື FBI ​ແລະ​ຈາກ​ອົງການ​ອື່ນໆ​ກຳລັງ​ຕິດຕາມ ຮ່ອງຮອຍຢູ່.
ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ໄດ້​ກ່າວ​ຍ້ອງຍໍ​ການຕອບ​ໂຕ້​ຢ່າງ​ໄວ​ ຂອງ​ກົມ​ຕຳຫລວດ​ ​ນະຄອນ​ນີວຢອກ​.
ຜູ້​ວ່າການ​ລັດ​ນີວຢອກ ທ່ານ David Paterson ​ໄດ້​ອອກ​ຖະ​ແຫລ​ງ ການ​ສະບັບ​ນຶ່ງ​ ​ເອີ້ນ​ເຫດການ​ດັ່ງກ່າວ​ວ່າ ​ເປັນ​ການ​ກໍ່​ການ​ຮ້າຍ​.

XS
SM
MD
LG