ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສັ້ນເວລາ ສຳລັບການໂຈມຕີ ທີ່ອາດເປັນໄປໄດ້ຂອງກຸ່ມ ລັດອິສລາມ ແລະ ອາລ-ໄກດາ ແມ່ນສັ້ນລົງ


ປະຊາຊົນເບິ່ງຄວາມເສຍຫາຍຂອງວັດອິສລາມ ລຸນຫຼັງການລະເບີດໃນເທືອງ ຄຸນດຸສ, ພາກເໜືອຂອງ ອັຟການິສຖານ. 8 ຕຸລາ, 2021.
ປະຊາຊົນເບິ່ງຄວາມເສຍຫາຍຂອງວັດອິສລາມ ລຸນຫຼັງການລະເບີດໃນເທືອງ ຄຸນດຸສ, ພາກເໜືອຂອງ ອັຟການິສຖານ. 8 ຕຸລາ, 2021.

ສອງກຸ່ມກໍ່ການຮ້າຍຂອງ ອັຟການິສຖານ ທີ່ເຂົ້າຮ່ວມກັນຄືກຸ່ມລັດອິສລາມ ແລະ ອາລ-ໄກດາ ອາດພ້ອມທີ່ຈະເປີດການໂຈມຕີຕໍ່ ສະຫະລັດ ແລະ ຕາເວັນຕົກ ໄວກວ່າທີ່ໄດ້ຄິດໄວ້ກ່ອນໜ້ານີ້ ລຸນຫຼັງການຖອນຕົວອອກຈາກ ອັຟການິສຖານ ຂອງ ສະຫະລັດ.

ເຈົ້າໜ້າທີ່ລະດັບສູງສຸດເປັນອັນດັບສາມຂອງທຳນຽບຫ້າແຈ ໄດ້ກ່າວຕໍ່ບັນດາສະມາຊິກສະພາໃນວັນອັງຄານວານນີ້ວ່າ ຂໍ້ມູນລັບຄັ້ງຫຼ້າສຸດໄດ້ສະເໜີວ່າ ກຸ່ມລັດອິສລາມ ໂຄຣາຊານ, ເຊິ່ງຍັງເປັນທີ່ຮູ້ຈັກກັນດັ່ງກັບ ISIS-K ນັ້ນ, ແມ່ນຢູ່ໃນເສັ້ນທາງທີ່ຈະດຳເນີນການປະຕິບັດການໂຈມຕີຢູ່ພາຍນອກຂອງພວກເຂົາໄວຂຶ້ນ, ແນວໃດກໍຕາມພວກປະຕິບັດການກໍ່ການຮ້າຍຂອງກຸ່ມ ອາລ-ໄກດາ ກໍບໍ່ໄດ້ຢູ່ຕາມຫຼັງຢູ່ໄກ.

ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ທີ່ຮັບຜິດຊອບ ກ່ຽວກັບ ນະໂຍບາຍ ທ່ານ ໂຄລິນ ຄາລ ໄດ້ກ່າວໃນການໃຫ້ປາກຄຳຕໍ່ຄະນະກຳມະການທະຫານຕິດອາວຸດສະພາສູງໄດ້ກ່າວວ່າ “ທັງກຸ່ມ ອາລ-ໄກດາ ແລະ ISIS-K ມີເຈຕະນາທີ່ຈະດຳເນີນການປະຕິບັດການນອກປະເທດ.”

ທ່ານ ຄາລ ໄດ້ກ່າວວ່າ “ພວກເຮົາອາດຈະເຫັນພວກ ISIS-K ດຳເນີນຄວາມສາມາດນັ້ນໃນບ່ອນໃດບ່ອນນຶ່ງລະຫວ່າງ ຫົກ ຫາ ສິບສອງເດືອນ. ພວກ ອາລ-ໄກດາ ຈະໃຊ້ປີນຶ່ງ ຫຼື ສອງປີເພື່ອສ້າງຄວາມສາມາດນັ້ນໃໝ່.”

ຄວາມຢ້ານກົວວ່າກຸ່ມກໍ່ການຮ້າຍອາດສ້າງຄວາມແຂງແກ່ນໃນ ອັຟການິສຖານ ລຸນຫຼັງການຖອນຕົວຂອງ ສະຫະລັດ ແລະ ກຳລັງພັນທະມິດບໍ່ແມ່ນສິ່ງໃໝ່. ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ຕາ ເວັນຕົກ ໄດ້ຖືກເຕືອນມາເປັນເວລາຫຼາຍເດືອນວ່າ ທັງສອງກຸ່ມນັ້ນແມ່ນໄດ້ກຽມພ້ອມທີ່ຈະໃຊ້ຄວາມໄດ້ປຽບຂອງການທີ່ບໍ່ມີທະຫານ ສະຫະລັດ ຢູ່ພາກພື້ນດິນ.

ບັນດາເຈົ້າໜ້າທີ່ ແລະ ນັກວິເຄາະໄດ້ເຕືອນວ່າ ພວກ IS ໂຄຣາຊານ ໂດຍສະເພາະແມ່ນໄດ້ຂະ
ຫຍາຍເຄືອຂ່າຍລັບຂອງພວກເຂົາໃນ ອັຟການິສຖານ ແລ້ວ ແລະ ປະເທດທີ່ຢູ່ອ້ອມຂ້າງໃນຫຼາຍເດືອນກ່ອນການຖອນຕົວຂອງ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG