ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຂອງເວັບໄຊ້ທ໌ Facebook ໄດ້ເປັນບຸກຄົນ​ເດ່​ນ ປະຈໍາປີ ຂອງ Time Magazine


ນາຍ Mark Zuckerberg ຜູ້ກໍ່ຕັ້ງ​ເວັບ​ໄຊ້ທ໌ Facebook ຜູ້ທີ່ຖືກເລືອກ ໃຫ້ເປັນບຸກຄົນ​ເດ່​ນປະຈໍາປີ ສໍາລັບປີ 2010 ນີ້​.
ນາຍ Mark Zuckerberg ຜູ້ກໍ່ຕັ້ງ​ເວັບ​ໄຊ້ທ໌ Facebook ຜູ້ທີ່ຖືກເລືອກ ໃຫ້ເປັນບຸກຄົນ​ເດ່​ນປະຈໍາປີ ສໍາລັບປີ 2010 ນີ້​.

ວາລະສານ Time Magazine ໄດ້ຄັດເລືອກເອົານາຍ Mark Zuckerberg ຜູ້ກໍ່ຕັ້ງ​ເວັບ​ໄຊ້ທ໌ Facebook ໃຫ້ເປັນ ບຸກຄົນ​ເດ່​ນປະຈໍາປີ ຂອງຕົນສໍາລັບປີ 2010 ນີ້​. ນາຍ David Byrd ຜູ້ສື່ຂ່າວວີໂອເອ ລາຍງານວ່າ ນາຍ Mark Zuckerberg ອາຍຸ 26 ປີ ເປັນບຸກຄົນທີ່ໜຸ່ມທີ່ສຸດທີ່ຖືກຄັດເລືອກ ນັບຕັ້ງແຕ່ຜູ້ບຸກເບີກການບິນ ທ່ານ Charles Lindbergh ໄດ້ຖືກຄັດເລືອກ​ເປັນ​ບຸກຄົນ​ເດ່​ນປະ​ຈໍາປີ​ 1927 ຊຶ່ງທ່ານມີ ອາຍຸໄດ້ 25 ປີ​ໃນ​ເວລານັ້ນ. ທອງປານມີເລຶ່ອງນີ້ ມາສະເນີທ່ານ.

ທ່ານ Jim Frederick ບັນນາທິການຝ່າຍ​ຈັດການ​ຂອງ ວາລະສານ Time ຫລື Time Magazine ກ່າວວ່າ ນາຍ Mark Zuckerberg ແມ່ນມີ​ທຸກໆ​ຢ່າງ ທີ່​ຖືກຕ້ອງ​ຕາມເງື່ອນ​ໄຂ​ທີ່​ທາງ​ວາລະ ສານຂອງ​ທ່ານ​ໄດ້​ກໍາໜົດ​ໄວ້ ສໍາລັບກຽດອັນນີ້ ຊຶ່ງທ່ານກ່າວຕື່ມວ່າ

“​ເງື່ອນ​ໄຂສໍາລັບຄົນຜູ້ນຶ່ງ ຫລືຫລາຍຄົນ ທີ່​ຈະ​ໄດ້​ເປັນບຸກຄົນ​ເດ່​ນປະຈໍາປີນັ້ນ ກໍ​ແມ່ນ​ວ່າ ຕ້ອງ​ເປັນບຸກຄົນ ຜູ້ທີ່ມີຜົນ ກະທົບຕໍ່ຊີວິດປະຈໍາວັນຂອງປະຊາຊົນຫລາຍທີ່ສຸດ ຫລືວ່າປ່ຽນແປງຊີວິດ ປະຈໍາວັນ ແລະວັດທະນະທໍາ ຫລື ຂ່າວຕ່າງໆຂອງໂລກ ໃນຮອບປີຜ່ານ ມານັ້ນ.”

ຜູ້ອ່ານວາລະສານ Time ຫລາຍໆຄົນ ຢາກໃຫ້ເລືອກເອົານາຍ Julia Assange ຜູ້ກໍ່ຕັ້ງ​ເວັບ​ໄຊ້ທ໌ Wikileaks ເປັນບຸກຄົນ​ເດ່​ນປະຈໍາປີນີ້ ​ແທນ​ນາຍ Zuckerberg ແຕ່ຜູ້ກ່ຽວໄດ້ຮັບຄະ​ແນນເປັນລອງຈາກຜູ້​ກໍ່​ຕັ້ງ​ເວັບ​ ໄຊ​ທ໌ Facebook ຊຶ່ງໃນຈໍານວນຜູ້ທີ່ຖືກສະ​ເໜີ​ຊື່​ເຂົ້າ​ຄັດເລືອກ​ນັ້ນ ກໍມີ ໂຮມທັງກຸ່ມການເມືອງພັກນໍ້າຊາ ຫລື Tea Party ຂອງສະຫະລັດ ແລະປະທານາທິບໍດີອັຟການີສຖານ ທ່ານ ຮາມິດ ກາຊາຍ ນັ້ນນໍາ.

ແຕ່ ບັນນາທິການ Jim Frederick ກ່າວວ່າ ຜົນກະທົບຂອງ​ເວັບ​ໄຊ້ທ໌ Facebook ທີ່​ມີທົ່ວໂລກນັ້ນ ​ເຮັດໃຫ້ນາຍ Zuckerberg ​ໄດ້ຮັບ​ຄະ​ແນນ ອັນດັບສູງສຸດ ຊຶ່ງທ່ານ ຈິມ ເຟຣດເດີຣິກ ກ່າວຕື່ມວ່າ:

“ໂດຍພື້ນຖານແລ້ວ ມ໊າກ ຊັກເກີເບີກ ໄດ້ ປ່ຽນແປງວິຖີທາງ ທີ່ຄວາມສໍາພັນຂອງມະນຸດນັ້ນ ກ່ຽວພັນ ກັນຢ່າງໃດ ບໍ່ແມ່ນແຕ່ຢູ່​ໃນອິນເທີເນັທເທົ່ານັ້ນ ແຕ່ໃນຊີວິດຈິງນໍາ. ປັດຈຸບັນນີ້ ມີຮອດ 500 ລ້ານຄົນ ທີ່ເຂົ້າ​ໄປຮ່ວມຢູ່ໃນ Facebook ຄືປະມານ 1 ໃນ 10 ຄົນໃດໃນໂລກ ແລະພວກເຂົາເຈົ້າເຫລົ່ານີ້ໄດ້ ໃຊ້ເວລາຕິດ​ຕໍ່ພົວພັນ ​ໂອ້​ລົມກັນ ໃນໜ້າ Facebook ກວ່າໃນແຫ່ງອື່ນໃດໃນ ລະບົບອິນເທີເນັທນັ້ນ.”

ຢູ່ໜ້າ Facebook ສະເພາະສ່ວນຕົວຂອງລາວນັ້ນ ນາຍ Zuckerberg ຂຽນ​ວ່າ ການຖືກຄັດ​ເລືອກໃຫ້ເປັນບຸກຄົນ​ເດ່​ນປະຈໍາປີ ຖືວ່າເປັນ “ກຽດຢ່າງແທ້ຈິງ” ແລະເປັນການຮັບຮູ້ວ່າ ດ້ວຍເຫດໃດ ທີມງານຂອງລາວ ຈຶ່ງໄດ້ກາຍມາ ເປັນສິ່ງນຶ່ງ ທີ່ຜູ້ຄົນຫລາຍຮ້ອຍລ້ານຄົນໃນທົ່ວໂລກ ຕ້ອງ ການຢາກຊົມໃຊ້.

ໃນໄວ 26 ປີນັ້ນ ນາຍ Mark Zuckerberg ເຈົ້າຂອງ Facebook ແມ່ນເປັນນຶ່ງໃນບັນດາມະຫາເສດຖີທີ່ໜຸ່ມ ທີ່ສຸດຂອງໂລກ ທີ່ມີລາຍໄດ້ ຫລາຍກວ່າ ສອງພັນລ້ານໂດລາ ໃນ ປີ 2010 ນີ້. ເມື່ອຕົ້ນປີ ນາຍ Zuckerberg ໄດ້ໃຫ້ສັນຍາວ່າ ຈະບໍລິຈາກເງິນ 100 ລ້ານໂດລາໃຫ້ແກ່ ລະບົບໂຮງຮຽນແຫ່ງນຶ່ງໃນລັດນີວເຈີຊີ. ນອກນີ້ແລ້ວ ເລຶ່ອງລາວຂອງລາວ ຍັງໄດ້ຖືກນໍາມາສ້າງເປັນຮູບເງົາ ທີ່ໂດ່ງດັງເລຶ່ອງນື່ງ ຄືເລື່ອງ “Social Networks” ຫລື “ເຄືອຂ່າຍສັງຄົມ.”

XS
SM
MD
LG