ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວາລະສານ Time ໄດ້ມອບໃຫ້ ນາຍົກເຢຍຣະມັນ ທ່ານນາງ Angela Merkel ເປັນ “ບຸກຄົນດີ​ເດັ່ນປະຈຳປີ”


ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໃນນະຄອນ Berlin. ວາລະສານ Time ໄດ້ມອບໃຫ້ ທ່ານນາງ ເປັນ “ບຸກຄົນດີ​ເດັ່ນປະຈຳປີ ຫຼື Person of the Year” ຂອງວາລະສານ ສຳລັບປີ 2015.
ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໃນນະຄອນ Berlin. ວາລະສານ Time ໄດ້ມອບໃຫ້ ທ່ານນາງ ເປັນ “ບຸກຄົນດີ​ເດັ່ນປະຈຳປີ ຫຼື Person of the Year” ຂອງວາລະສານ ສຳລັບປີ 2015.

ວາລະສານ Time ໄດ້ມອບໃຫ້ ນາຍົກລັດຖະມົນຕີ ເຢຍຣະມັນ
ທ່ານນາງ Angela Merkel ເປັນ “ບຸກຄົນດີ​ເດັ່ນປະຈຳປີ ຫຼື
Person of the Year
ຂອງວາລະສານ ສຳລັບປີ 2015
ໂດຍຊີ້ໃຫ້ເຫັນເຖິງການ ນຳພາຂອງທ່ານນາງ ໃນລະຫວ່າງທີ່
​ເກີດວິກິດການອົບພະຍົບ ຊີເຣຍ ການຊ່ວຍເຫຼືອກອບກູ້ເສດຖະ
ກິດຂອງກຣິສ ຄວາມວຸ້ນວາຍທາງດ້ານເງິນຕາ ຢູ່ໃນສະຫະພາບ
ຢູໂຣບ ແລະ ການແຊກແຊງຂອງຣັດເຊຍໃນຢູເຄຣນ.

ວາລະສານດັ່ງກ່າວ ໄດ້ກ່າວວ່າ ທ່ານນາງ Merkel “ໄດ້ກ້າວ
ເຂົ້າໄປ”
ທຸກຄັ້ງ ເມື່ອຢູໂຣບ ປະເຊີນໜ້າກັບວິກິດການທີ່
ຮ້າຍແຮງ.

ວາລະສານ​ສະບັບ​ນີ້ຍັງກ່າວອີກວ່າ ໃນຂະນະທີ່ບັນດາປະເທດ
ໃນໂລກ ກຳລັງອະພິປາຍກັນ ເຖິງຄວາມດຸ່ນດ່ຽງ ລະຫວ່າງ ຄວາມປອດໄພ ແລະ ເສລີ
ພາບ ຢູ່ນັ້ນ ທ່ານນາງ Merkel ແມ່ນຂໍຮ້ອງ​ໃຫ້ເຢຍຣະມັນ ແລະ ທຸກປະເທດ​ໃນທົ່ວໂລກ
ເຊື່ອໝັ້ນ ໃນຄວາມສີວິໄລອັນຍິ່ງໃຫຍ່ ແລະ ໃຫ້ສ້າງຂົວ ບໍ່ແມ່ນກຳແພງຕ່າງໆ. ທ່ານນາງ
ກ່າວວ່າ ສົງຄາມນັ້ນ ຈະມີໄຊຊະນະໄດ້ ທັງຢູ່ທັງໃນແລະນອກ ສະໜາມລົບເທົ່າ​ໄດ້.

ບັນນາທິການຂອງ ວາລະສາ Time ທ່ານນາງ Nancy Gibbs ໄດ້ຂຽນໃນວັນພຸດວານນີ້
ວ່າ “ບັນດາຜູ້ນຳ ໄດ້ຖືກທົດສອບກໍ​ຕໍ່​ເມື່ອເວລາ ປະຊາຊົນບໍ່ຢາກເດີນຕາມ”....ແລະ
ທ່ານນາງ Merkel ​ໄດ້ສະໜອງ “ການນຳພາດ້ວຍສິນທຳ ທີ່ເດັດດ່ຽວ ໃນໂລກບ່ອນທີ່
ຂາດເຂີນມັນຢູ່ນັ້ນ.”

ທ່ານນາງ Merkel ໄດ້ກາຍມາເປັນນາຍົກລັດຖະມົນຕີ​ແມ່ຍິງ ຄົນທຳອິດ ເມື່ອ 10 ປີກ່ອນ
ແລະ ເປັນຜູ້ນຳພາທີ່ມີບົດບາດຄົນນຶ່ງຂອງສະຫະພາບຢູໂຣບ.

ລູກສາວຂອງນັກ​ສອນສາສະໜາ Lutheran, ທ່ານນາງ Merkel ເກີດຢູ່ໃນນະຄອນ
Hamburg ຂອງເຢຍຣະມັນຕາເວນຕົກ ເມື່ອປີ 1954 ແຕ່ໄດ້ເຕີບໃຫຍ່ ຢູ່ໃນເຢຍຣະມັນ ຕາເວັນອອກ ທີ່ເປັນຄອມມິວນິສ ຫຼັງຈາກພໍ່ຂອງທ່ານນາງ ໄດ້​ເຂົ້າ​ຮັບ​ໜ້າ​ທີ່​ເປັນ​ນັກ​ສອນ
​ສາສະໜາ ໃນເມືອງ Quitzow ຂອງລັດ Brandenburg ຢູ່ທາງພາກເໜືອຂອງນະຄອນ
Berlin.

ທ່ານນາງ Merkel ໄດ້ສຶກສາຮ່ຳຮຽນດ້ານຟີຊິກ ທີ່ມະຫາວິທະຍາໄລ Leipzig ໂດຍໄດ້
ຮັບປະລິນຍາ​ເອກ ດ້ານເຄມີຂະ​ແໜງພະລັງງານ​ຫື quantum ເມື່ອປີ 1978. ທ່ານນາງ
ໄດ້​ເຮັດ​ວຽກ ຢູ່ທີ່ສະຖາບັນວິທະ ຍາສາດ ຂອງເຢຍຣະມັນຕາເວັນອອກ ​ແຕ່ປີ 1978 ຫາ
1990.

XS
SM
MD
LG