ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວາລະສານ TIME ໃຫ້ກຽດແກ່ ນັກເຄື່ອນໄຫວ ແລະ ນັກບຸກເບີກ ທີ່ມີອິດທິພົນ ຂອງໂລກ


TIME Magazine Honors Activists, Pioneers Seen as Influential
please wait

No media source currently available

0:00 0:02:35 0:00

ວາລະສານ Time Magazine ​ໄດ້​ເປີດ​ເຜີຍ​ລາຍ​ຊື່​ບຸກຄົນ​ທີ່​ມີ​ຊື່​ສຽງ ພວກ​ຜູ້ນຳ ​ແລະ​ນັກ​ເຄື່ອນ​ໄຫວ ຂອງ​ຕົນ​ໃຫ້​ຮູ້ ທີ່​ຖື​ວ່າ​ເປັນ​ພວກ​ທີ່​ມີ​“ອິດ​ທິພົນ​ທີ່​ສຸດ​ຂອງ​ໂລກ” ​ໃນ​ປີ 2015 ນີ້.

Time Magazine ​ໄດ້​ບົ່ງ​ຊື່ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ແລະ​ປະທານາທິບໍດີ Raul Castro ​ແຫ່ງ​ຄິວ​ບາ ​ແລະ​ສັນຕະປາປາ Francis ພ້ອມ​ກັບ​ບຸກຄົນ​ອື່ນໆອີກ 97 ຄົນ ທີ່​ຮວມທັງ​ພວກ​ຜູ້ນຳ ບຸກຄົນທີ່ມີຊື່ສຽງແລະມີຄວາມສຳຄັນເປັນພິເສດ ບຸກຄົນທີ່ ໜ້ານັບຖື ນັກ​ສິນລະປິນ ​ແລະ​ພວກ​ບຸກ​ເບີກ ຢູ່​ໃນ​ສະ​ບັບ​ປີ 2015 ຂອງ​ພວກ​ຜູ້​ຄົນ​ທີ່​ມີ​ອິດ​ທິພົນ​ຫລາຍ​ທີ່​ສຸດ 100 ຄົນ​ໃນ​ໂລກ. ທ່ານ​ນາງ Nancy Gibbs ຊຶ່ງ​ເປັນ​ຫົວໜ້າບັນນາທິການ ກ່າວ​ວ່າ ມີ​ຄວາມ​ແຕກ​ຕ່າງ​ກັນ​ທີ່​ສຳຄັນ​ ທີ່​ຈະ​ຕ້ອງໄດ້ເຮັດ​ລະຫວ່າງ​ອຳນາດ ​ແລະ​ອິດ​ທິພົນ ​ແລະ​ກ່າວ​ຕື່ມ​ວ່າ “ການ​ບັນລຸ​ອຳນາດ​ແມ່ນ​ຈຳກັດ​ຕໍ່​ພວກ​ທີ່​ເຮົາ​ສາມາດ​ຄວບ​ຄຸມ​ໄດ້. ການ​ບັນລຸ​ອິດ​ທິພົນ​ແມ່ນ​ບໍ່​ມີ​ຂອບ​ເຂດ​ຈຳກັດ ​ເວລາ​ມີ​ແນວ​ຄິດ​ທີ່​ຍິ່ງ​ໃຫຍ່ ຕໍ່​ສາ​ເຫດ​ໃດໆ ວິທີ​ການ​ຮັກສາ​ໃຫ້ຫາ​ຍ ຫຼື​ການ​ປະດິດ​ຄິດ​ສ້າງ​ທີ່​ສາມາດ​ແບ່ງປັນໄດ້​ຢ່າງ​ກະທັນຫັນ ​ແລະ​ຢູ່​ທົ່ວ​ໂລກ​ຈາກ​ອົ້ງມື​ຂອງ​ເຈົ້າ​ເອງ.”

ທ່ານນາງກ່າວຕື່ມວ່າ “​ໃນ​ຂະນະ​ທີ່​ລາຍ​ຊື່​ສະ​ແດງ​ໃຫ້​ເຫັນ​ໜ້າ​ຕາ​ຂອງ ພວກ​ທີ່​ມີ​
ຊື່​ສຽງ​ໃນໂລກຮວມທັງ​ນັກ​ຮ້ອງ rapper Kanye West ຫຼາຍ​ຄົນ​ທີ່​ມີການ​ຮັບ​
ຮູ້​ໜ້ອຍ​ກວ່າ ​ໄດ້​ຍ່າງ​ຢູ່​ເທິງ​ແຜ່ນ​ຜ້າ​ພົມ​ສີ​ແດງ ​ເພື່ອ​ເຮັດ​ໃຫ້​ເລື້ອງ​ຂອງ​ພວກເຂົາ​ເຈົ້າ​ຄືບ​ໜ້າ​ໄປ​ໃນ​ເວທີ​ຂອງ​ໂລກ​ນັ້ນ.”

ນັກ​ເຄື່ອນ​ໄຫວ ​ໄນ​ຈີ​ເຣຍ ນາງ Obiageli Ezekwesili ຜູ້ນຳ​ຂະ​ບວນການ “Bring Back Our Girls” ຖື​ໂອກາດ​ນີ້​ເພື່ອ​ເຜີຍ​ແຜ່​ພາລະກິດ​ຂອງ​ນາງໃຫ້​ຄືບ​ໜ້າ​ໄປ ​ໃນ​ການ​ຊອກ​ຫາ​ພວກ​ນັກຮຽນ​ຍິງ​ຈຳນວນ​ຫຼາຍ​ກວ່າ 200 ຄົນ​ທີ່​ໄດ້​ຖືກ​ກຸ່ມ​ກໍ່​ການ​ຮ້າຍ Boko Haram ລັກພາ​ໂຕ​ໄປ​ໃນ​ປີ 2014 ນັ້ນ.

XS
SM
MD
LG