ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ເປີດກັບບັນທຶກ ຂໍ້ມູນປະຫວັດສາດ ເມື່ອ 220 ປີກ່ອນ ທີ່ ນະຄອນ Boston


ທ່ານນາງ Pam Hatchfield ຫົວໜ້າຮັກສາວັດຖຸ ທີ່ຫໍພິພິດທະພັນ Fine Arts ທີ່ນະຄອນ Boston ກຳລັງກວາດເບິ່ງວັດຖຸ ຢູ່ໃນກັບ.
ທ່ານນາງ Pam Hatchfield ຫົວໜ້າຮັກສາວັດຖຸ ທີ່ຫໍພິພິດທະພັນ Fine Arts ທີ່ນະຄອນ Boston ກຳລັງກວາດເບິ່ງວັດຖຸ ຢູ່ໃນກັບ.

ບັນດາ​ເຈົ້າ​ໜ້າ​ທີ່ ໃນ​ລັດ Massachusetts ທາງ​ພາກ​ຕາ​
ເວັນ​ອອກສຽງ​ເໜືອ​ຂອງສະຫະລັດ ​ໄດ້​ເປີດ​ກັບຫຼືຫີບນ້ອຍ​
ທີ່ມີ​ອາຍຸໄດ້ 220 ປີ ຊື່​ງ​ເປັນ​ຫີບ​ບັນທຶກ​ຂໍ້ມູນອັນ​ສຳຄັນ​ທາງ
ປະຫວັດສາດ ທີ່​ຖືກ​ຝັງ​ເອົາ​ໄວ້ ​ໂດຍບັນດາຊາວ​ອາ​ເມຣິກັນ
ຜູ້​ກໍ່​ຕັ້ງປະ​ເທດ ທ່ານ Samuel Adams ​ແລະ ທ່ານ Paul
Revere.

ເຄື່ອງຕ່າງໆຢູ່ໃນກັບ ທີ່​ໄດ້​ເປີດ​ໃຫ້ເຫັນ ​ໃນ​ວັນ​ອັງຄານ​ວານ
​ນີ້ຢູ່ທີ່ ນະຄອນ Boston ແມ່ນມີຮວມທັງ​ເອກ​ກະສາ​ນຕ່າງໆ
​ເງິນ​ອັດ ​ແລະ​ວັດ​ຖຸ​ອຶ່ນໆ ​ທີ່ອ​ະ ທິບາຍ​ໂດຍ​ເຈົ້າໜ້າ​ທີ່​ລັດ
ທ່ານ William Galvin ວ່າ​ເປັນ​ສັນຍາ​ລັກ ຂອງ “ຄວາມ
​ຫວັງ​ອັນ​ຍິ່ງ​ໃຫຍ່” ສຳຫລັບຊາວ​ອາ​ເມຣິກັນຢູ່ໃນອານານິຄົມ ​ໃນ​ຂະນະ​ທີ່​ພວກເຂົາ​ເຈົ້າ​ສະແຫວ​ງຫາ ​ແລະ​ໄດ້​ຮັ​ບ​ເອກ​ກະລາດຈາກການ​ປົກ​ຄອງ​ຂອງ​ອັງກິດ.

ສິ່ງ​ຂອງທີ່​ຢູ່​ໃນກັບເຫລັກ ທີ່ເປັນສະໜິມເຂົ້າມໝ່ຽງແລ້ວນັ້ນ ແມ່ນມີີຮວມທັງ ​ຫຼຽນເງິນ
ຊິລລິ່ງໃນສັດຕະວັດ​ທີ 17 ຂອງອານານິຄົມທີ່ເຮັດຂຶ້ນເພື່ອ​ທ້າ​ທາຍ​ຕໍ່ອຳນາດ​ຂອງເຈົ້າ
​ໜ້າ​ທີ່​ອັງກິດ​. ນອກ​ນັ້ນ​ຍັງ​ບັນ​ຈຸ​ຫລຽນ​ທອງ​ແດງ ທີ່​ບ​ອກ​ເຖິງ ຜູ້​ກໍ່​ຕັ້ງສະຫະລັດ ປະ​ທາ​
ນາ​ທິບໍດີ George Washington ໜັງສືພິມປະຫວັດ​ ສາດ ​ແລະ​ຈ​ານເງິນທີ່​ເຮັດ​ໂດຍ
ຊ່າງຕີ​ເງິນ Revere.

ທ່ານ Galvin ກ່າວ​ວ່າ ບັນດາວັດ​ຖຸ​ເຫລົ່າ​ນີ້ ຊຶ່ງ​ໄດ້​ພົບ​ເຫັນ​ຢູ່​ກ້ອງ​ຕຶກອາຄານ​ປົກຄອງ
​ລັດ ​ໃນ​ທ້າຍ​ປີ​ແລ້ວ​ນີ້ ມີທ່າທາງວ່າ ​ຈະ​ນຳ​ວາງສະ​ແດງທີ່ີ ຫໍພິພິດ​ທະ ພັນ Fine Arts
ກ່ອນ​ທີ່​ຈະ​ນຳ​ໄປ​ຝັງໄວ້ ພ້ອມກັບວັດ​ຖຸສະ​ໄໝ​ໃໝ່ຈຳນວນນຶ່ງ.

US TIME CAPSULE VO
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG