ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ​ທິລ​ເລີ​ສັນ ກ່າວວ່າ ໃຫ້ສືບຕໍ່ ເພັ່ງເລັ່ງໃສ່ ການເອົາຊະນະ ກຸ່ມລັດອິສລາມ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ​ເຣັກ​ສ໌ ​ທິລ​ເລີ​ສັນ (Rex Tillerson) (ຊ້າຍ) ແລະລັດຖະມົນຕີການຕ່າງ
ປະເທດອີຈິບ ທ່ານ Sameh Shoukry (ຂວາ) ທີ່ກອງປະຊຸມ
ຖະແຫຼງຂ່າວໃນນະຄອນໄຄໂຣ, ອີຈິບ, 12 ກຸມພາ 2018.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ​ເຣັກ​ສ໌ ​ທິລ​ເລີ​ສັນ (Rex Tillerson) (ຊ້າຍ) ແລະລັດຖະມົນຕີການຕ່າງ ປະເທດອີຈິບ ທ່ານ Sameh Shoukry (ຂວາ) ທີ່ກອງປະຊຸມ ຖະແຫຼງຂ່າວໃນນະຄອນໄຄໂຣ, ອີຈິບ, 12 ກຸມພາ 2018.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ​ເຣັກ​ສ໌ ​ທິລ​ເລີ​ສັນ (Rex
Tillerson)ໄດ້ເຕືອນໃນວັນອັງຄານມື້ນີ້ ເຖິງຄວາມຈຳເປັນທີ່ຈະຕ້ອງສືບຕໍ່ເພັ່ງເລັ່ງໃສ່ “ການໄດ້ຮັບ ໄຊຊະນະແບບຍືນຍົງ” ຕໍ່ກຸ່ມລັດອິສລາມ ເຖິງແມ່ນວ່າ ພວກຫົວຮຸນແຮງ ໄດ້ຖືກຂັບໄລ່ອອກຈາກຂົງເຂດທັງຫຼາຍ ທີ່ຄັ້ງນຶ່ງພວກເຂົາເຄີຍຄວບຄຸມ ຢູ່ໃນອີຣັກ
ແລະຊີເຣຍ.

ທ່ານ​ທິລ​ເລີ​ສັນ ໄດ້ກ່າວຢູ່ກອງປະຊຸມທີ່ປະເທດຄູເວດ (Kuwait) ຕໍ່ບັນດາສະມາຊິກ
ຂອງ ກຸ່ມແນວໂຮມວ່າ ສະຫະລັດ ໄດ້ຈັດຕັ້ງຂຶ້ນມາ ໃນທ້າຍປີ 2014 ໂດຍມີຍຸດທະສາດ
ຫຼາຍຢ່າງ ໃນການຮັບມືກັບກຸ່ມລັດອິສລາມ ທີ່ຮວມທັງ ການໂຈມຕີທາງອາກາດພາຍໃຕ້
ການນຳພາໂດຍສະຫະລັດແລະການປະຕິບັດໜ້າທີ່ເພື່ອຕັດການເຂົ້າເຖິງໃນດ້ານ
ການເງິນຂອງກຸ່ມດັ່ງກ່າວ ແລະ ບໍ່ໃຫ້ພວກນັກລົບຕ່າງຊາດໄປຮ່ວມລັດອິສລາມໄດ້.

ທ່ານໄດ້ກ່າວເຖິງກຸ່ມລັດອິສລາມໂດຍເອີ້ນຊື່ຫຍໍ້ຂອງກຸ່ມດັ່ງກ່າວນີ້ວ່າ “ກຸ່ມລັດອິສລາມ
ຍັງຖືວ່າ ເປັນການຂົ່ມຂູ່ທີ່ຮ້າຍກາດ ຕໍ່ສະຖຽນລະພາບຂອງຂົງເຂດ, ຕໍ່ປະເທດຂອງ
ພວກເຮົາ ແລະຕໍ່ຂົງເຂດອື່ນໆໃນໂລກ.”

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ​ເຣັກ​ສ໌ ​ທິລ​ເລີ​ສັນ (Rex Tillerson) (ຊ້າຍ) ພົບກັບລັດຖະມົນຕີການຕ່າງປະເທດອີຈິບ ທ່ານ Sameh Shoukry (ຂວາ) ແລະຄະນະການທູດ, in Cairo, Egypt, Feb. 12, 2018.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ​ເຣັກ​ສ໌ ​ທິລ​ເລີ​ສັນ (Rex Tillerson) (ຊ້າຍ) ພົບກັບລັດຖະມົນຕີການຕ່າງປະເທດອີຈິບ ທ່ານ Sameh Shoukry (ຂວາ) ແລະຄະນະການທູດ, in Cairo, Egypt, Feb. 12, 2018.

ທ່ານ​ທິລ​ເລີ​ສັນ ໄດ້ກ່າວວ່າ ພວກຫົວຮຸນແຮງທີ່ວ່ານີ້ ບໍ່ໄດ້ຄວບຄຸມ 98 ເປີເຊັນອີກຕໍ່ໄປ
ແລ້ວ ຂອງດິນແດນທີ່ພວກເຂົາເຄີຍຍຶດຄອງໃນປີທີ່ພວກເຂົາມີອິດທິພົນສູງທີ່ສຸດປີ
2014 ເວລາທີ່ພວກເຂົາໄດ້ປະກາດສ້າງຕັ້ງລັດອິສລາມຂຶ້ນໃນອີຣັກ ແລະຊີເຣຍ ແຕ່ວ່າ
ດຽວນີ້ ພວກເຂົາແມ່ນຂົ່ມຂູ່ແບບໃໝ່ທີ່ແຕກຕ່າງກັນອອກໄປ.

“ໃນອີຣັກ ແລະຊີເຣຍ ກຸ່ມລັດອິສລາມພະຍາຍາມ ໄດ້ປັບປ່ຽນເປັນກຸ່ມກະບົດ.
ໃນຫຼາຍໆບ່ອນ ເຊັ່ນໃນອັຟການິສຖານ ຟິລິບປີນ ລີເບຍ ອາຟຣິກາຕາເວັນຕົກ ແລະບ່ອນອື່ນໆ ພວກເຂົາໄດ້ພະຍາຍາມເຂົ້າຍຶດແລະຈັດຕັ້ງບ່ອນຫລົບລີ້”
ນັ້ນຄືຄຳເວົ້າຂອງທ່ານທີ່ໄດ້ກ່າວໄວ້.

ທ່ານ​ທິລ​ເລີ​ສັນ ໄດ້ປະກດໃຫ້ການຊ່ອຍເຫຼືອຄັ້ງໃໝ່ 200 ລ້ານໂດລາ ເພື່ອປົດປ່ອຍ
ເຂດຕ່າງໆໃນຊີເຣຍ. ຕອນແລງຂອງວັນອັງຄານມື້ນີ້ ທ່ານໄດ້ເຂົ້າຮ່ວມກອງປະຊຸມ
ຂອງຜູ້ໃຫ້ເງິນບໍລິຈາກ ທີ່ມີຈຸດປະສົງແນໃສ່ເພື່ອສ້າງສາເຂດຕ່າງໆຂອງອີຣັກຄືນໃໝ່.

ກ່ອນໜ້າກອງປະຊຸມ ເຈົ້າໜ້າທີ່ອະວຸໂສຂອງກະຊວງການຕ່າງປະເທດ ໄດ້ກ່າວວ່າ
“ສາຍ ຕາຍັງຕ້ອງເພັ່ງເລັງໃສ່ລາງວັນ”ເວລາກ່າວເຖິງຄວາມຈຳເປັນທີ່ຈະສຸມໃສ່
ເພື່ອເອົາຊະນະ ກຸ່ມລັດອິສລາມ ແລະຊີ້ໃຫ້ເຫັນເຖິງການຂັດແຍ້ງກັນໃນເຂດອັຟຣິນ ທາງພາກເໜືອຂອງຊີເຣຍລະຫວ່າງກອງກຳລັງເທີກີແລະກອງກຳລັງຂອງພວກນັກລົບ
ເພື່ອປະຊາທິປະໄຕ ໃນຊີເຣຍ ທີ່ໜຸນຫຼັງໂດຍສະຫະລັດ ຊຶ່ງເປັນຈຸດທີ່ຫາໃຫ້ເກີດຄວາມ
ຫັນເຫໄປຈາກຈຸດໝາຍປາຍທາງນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG