ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ທິລເລີ​ສັນ ວ່າ ການລົງໂທດ ຕໍ່ຣັດເຊຍ ຍັງຈະ​ມີຜົນ ບັງຄັບໃຊ້ ຕໍ່ໄປ​


ທ່ານ​ເຣັກສ໌ ທິລເລີ​ສັນ (Rex Tillerson) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ (ຊ້າຍ) ໂອ້ລົມກັບທ່ານ ​ເຊີ​ເກ ລາ​ວຣອບ (Sergei Lavrov) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ຢູ່ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ OSCE ທີ່ນະຄອນວຽນນາ, ປະເທດອັອສເຕຣຍ (Austria) ໃນວັນທີ 7 ທັນວາ, 2017
ທ່ານ​ເຣັກສ໌ ທິລເລີ​ສັນ (Rex Tillerson) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ (ຊ້າຍ) ໂອ້ລົມກັບທ່ານ ​ເຊີ​ເກ ລາ​ວຣອບ (Sergei Lavrov) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ຢູ່ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ OSCE ທີ່ນະຄອນວຽນນາ, ປະເທດອັອສເຕຣຍ (Austria) ໃນວັນທີ 7 ທັນວາ, 2017

ທ່ານ​ເຣັກສ໌ ທິລເລີ​ສັນ (Rex Tillerson) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ ສະຫະລັດ​ຈະ​ບໍ່ຍົກ​ເລີ​ກການ​ລົງ​ໂທດ​ຕໍ່ຣັດ​ເຊຍ ຈົນ​ກວ່າ​ວ່າ ມົສກູ ຈະ​ຖອນ​ກໍາລັງ​ທະຫານ​ຂອງ​ຕົນ ​ອອກ​ຈາກພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ແລະ ແຫລມໄຄຣ​ເມຍ (Crimea).

ທ່ານ ທິລເລີ​ສັນກ່າວ​ຢູ່​ໃນກອງ​ປະຊຸມ​ກັບລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຈາກປະ​ເທດ​ສະມາຊິກ​ຂອງ​ອົງການ​ຄວາມໝັ້ນຄົງ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບ ຫລື OSCE ວ່າ "ຣັດ​ເຊຍ​ກໍາລັງ​ປະກອບ​ອາວຸດ, ນໍາພາ, ຝຶກ​ອົບຮົມ ​ແລະ​ສູ້​ລົບ​ຄຽງບ່າ​ຄຽງ​ໄຫລ່​ກັບ​ກໍາລັງ​ ຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ."

ການປະຊຸມຂອງລັດຖະມົນຕີ​ບັນດາ​ປະ​ເທດ​ໃນອົງການ OSCE ​ໄດ້ຈັດ​ຂຶ້ນ​ໃນ​ຂະນະ​ທີ່ສາຍ​ພົວພັນ​ລະຫວ່າ​ງວໍ​ຊິງ​ຕັນ ​ແລະ​ມົສກູ​ມີ​ຄວາມ​ເຄັ່ງ​ຕຶງ ໂດຍ​ທີ່​ຣັດ​ເຊຍ​ຖືກ​ກ່າວ​ຫາ​ວ່າ ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ສະຫະລັດ ​ແລະ​ຢູ່​ເບື້ອງຫຼັງ​ກະ​ແສ​ຟອງ​ຂອງການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດທີ່​ເຮັດ​ໃຫ້​ມີ​ຄວາມ​ເສຍ​ຫາຍ. ແຕ່ມົສກູແມ່ນ​ໄດ້​ປະຕິ​ເສດຕໍ່ຂໍ້​ກ່າ​ວຫາ​ທັງ​ສອງ​ນັ້ນ.

ທ່ານ ທິລເລີ​ສັນກ່າວ​ເພີ້ມອີກ​ວ່າ ​"ພວກ​ເຮົາ​ຂໍຮຽກຮ້ອງ​ໃຫ້​ມີ​ການຈັດຕັ້ງ​ປະຕິບັດ​ຕາມ​ຂໍ້​ຕົກ ລົງມິ​ງສຄ໌ (Minsk) ຢ່າງເຕັມທີ່. ພວກ​ເຮົາຈະ​ບໍ່ຍອມຮັບ​ຮູ້ການ​ທີ່ຣັດ​ເຊຍ​ເຂົ້າຢຶດຄອງແລະ​ປະກາດຮວມເອົາແຫລມໄຄຣ​ເມຍ ເຂົ້າ​ເປັນ​ດິນ​ແດນສ່ວນນຶ່ງ​ຂອງ​ຕົນ​. ການ​ລົງ​ໂທດ​ທີ່​ກ່ຽວ ຂ້ອງ​ກັບເຂດໄຄຣ​ເມຍຍັງ​ຈະ​ມີຜົນບັງຄັບໃຊ້​ຢູ່​ຄື​ເກົ່າ​ຈົນ​ກວ່າ​ວ່າຣັດ​ເຊຍ​ຈະ​ຄືນແຫຼມດັ່ງກ່າວ ​ໃຫ້​ແກ່​ຢູ​ເຄຣນ (Ukraine)."

ທ່ານ ​ເຊີ​ເກ ລາ​ວຣອບ (Sergei Lavrov) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍກ່າວ​ຕໍ່ບັນດາລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຢູ່​ກອງ​ປະຊຸມ OSCE ວ່າ "ຄວາມ​ຮັບ ຜິດຊອບ​ທັງໝົດ​ແມ່ນ​ຂຶ້ນຢູ່​ກັບຢູ​ເຄຣນ," ​ເມື່ອ​ເວົ້າ​ເຖິງ​ການກໍ່ຄວາມ​ຮຸນ​ແຮງ ຢູ່​ເຂດພາກ​ຕາ​ເວັນ​ອອກຂອງປະເທດ.

ຢູ່​ໃນ​ຂໍ້​ຕົກລົງ​ທີ່​ເຊັນ​ກັນ​ໃນ​ປີ 2015 ຢູ່​ໃນ​ນະຄອນຫລວງມິ​ງສຄ໌ ຂອງ​ເບລາຣຸສ (Belarus) ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ ​ລະຫວ່າງ​ພວກແບ່ງ​ແຍກ​ດິນ​ແດນ​ທີ່ໜູນຫລັງ​ໂດຍຣັດ​ເຊຍ ທີ່​ຕໍ່ສູ້​ກັບ​ກໍາລັງ​ທະຫານ​ຂອງ​ຢູ​ເຄຣນ (Ukraine) ​ໃນ​ເຂດພາກ​ຕາ​ເວັນ​ອອກ​ຂອງ​ປະເທດ ຊຶ່ງ​ເປັນຄວາມ​ຂັດ​ແຍ້​ງທີ່​ພາ​ໃຫ້​ຫລາຍ​ກວ່າ 10,000 ຄົນ​ເສຍ​ຊີວິດ. ​ຂໍ້​ຕົກລົງ​ດັ່ງກ່າວ​ ​ມັກ​ຖືກ​ລະ​ເມີດຢູ່ສະເໝີມາ.


ການໃຫ້ຄໍາ​ເຫັນ​ດັ່ງກ່າວຂອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດມີຂຶ້ນ​ຫລັງ​ຈາກ ທີ່​ທ່ານ​ໄດ້​ກ່າວ​ຖິ້ມໂທດໃສ່ການ​ກະທໍາ​ຂອງຣັດ​ເຊຍ ​ຢູ່​ໃນ​ຢູ​ເຄຣນວ່າ​ ເປັນ "ອຸບປະສັກ​ອັນ​ດຽວທີ່​ຫຍຸ້ງຍາກ​ທີ່​ສຸດ" ຕໍ່​ການ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ວໍ​ຊິງ​ຕັນ ​ແລະ​ມົສກູກັບ​ຄືນ​ສູ່​ປົກກະຕິ​ໄດ້.

ທ່ານ ທິລເລີ​ສັນ (Tillerson) ​ໄດ້​ພົບ​ກັບທ່ານ ລາ​ວຣອບ (Lavrov) ຢູ່​ນອກ​ກອງ​ປະຊຸມລັດຖະມົນຕີ​ຂອງບັນດາ​ປະ​ເທດ​ໃນອົງການ OSCE ​ໂດຍ​ທີ່​ລັດຖະມົນຕີ​ຂອງຣັດ​ເຊຍ ​ໄດ້​ປະຕິ​ເສດ ​ທີ່​ຈະ​ຕອບ​ຄໍາ​ຖາມ ​ຂອງ​ນັກ​ຂ່າວ​ອາ​ເມຣິກັນຄົນນຶ່ງ.


ບຸກຄົນ​ທັງສອງ​ໄດ້​ພົບປະກັນ ​ຢູ່​ຫ້ອງ​ປະຊຸມ​ນ້ອຍ​ຫ້ອງ​ນຶ່ງ ທີ່ມີຊ່າງພາບ ​ແລະ​ນັກ​ຂ່າວຂອງຣັ​ດ​ເຊຍເຂົ້າຮ່ວມ ​ຢ່າງ​ຄັບຄາໜາ​ແໜ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Tillerson Spars With on Ukraine Conflict
please wait

No media source currently available

0:00 0:00:44 0:00

XS
SM
MD
LG