ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ກຳລັງພິຈາລະນາ ວາງມາດຕະການ ລົງໂທດ ດ້ານນໍ້າມັນ ຕໍ່ປະເທດ ເວເນຊູເອລາ


ທ່ານ ເຣັກສ໌ ທິລເລີສັນ ກ່າວຄຳປາໄສໃນລະຫວ່າງການເດີນທາງ
ຢ້ຽມຢາມປະເທດ ອາເຈັນຕີນາ.
ທ່ານ ເຣັກສ໌ ທິລເລີສັນ ກ່າວຄຳປາໄສໃນລະຫວ່າງການເດີນທາງ ຢ້ຽມຢາມປະເທດ ອາເຈັນຕີນາ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ກ່າວວ່າ ສະຫະລັດ
ກຳລັງພິຈາລະນາຈຳກັດການຂາຍນໍ້າມັນຂອງ ເວເນຊູເອລາ ໃນການພະຍາຍາມ ທີ່
ຈະໃຊ້ຄວາມກົດດັນໃສ່ປະເທດດັ່ງກ່າວ.

ໃນລະຫວ່າງການເດີນທາງຢ້ຽມຢາມປະເທດ ອາເຈັນຕີນາ ໃນວັນອາທິດວານນີ້, ທ່ານ
ທິລເລີສັນ ໄດ້ກ່າວວ່າ ໃນລະຫວ່າງການພົບປະກັບບັນດາຜູ້ນຳຂອງປະເທດນັ້ນ ທ່ານ
ໄດ້ຍົກເລື່ອງຄວາມເປັນໄປໄດ້ຂອງການວາງມາດຕະການລົງໂທດດ້ານນໍ້າມັນ ວ່າ
ເປັນວິທີ ທີ່ຈະຮັບປະກັນວ່າ ຈະມີ “ການເລືອກຕັ້ງທີ່ເສລີ, ຍຸຕິທຳ ແລະ ກວດສອບໄດ້”
ໃນປະເທດ ເວເນຊູເອລາ.

ແຕ່ທ່ານ ທິລເລີສັນ ຍັງໄດ້ກ່າວວ່າ ທ່ານຢາກຫາວິທີ ທີ່ຈະບັນເທົາຜົນກະທົບໃນແງ່
ລົບຂອງມາດຕະການລົງໂທດ ທີ່ອາດມີຕໍ່ບັນດາບໍລິສັດນໍ້າມັນ ສະຫະລັດ, ເວເນຊູເອ
ລາ ແລະ ບັນດາປະເທດອື່ນໆໃນພາກພື້ນ ທີ່ເພິ່ງພາອາໄສນໍ້າມັນຂອງ ເວເນຊູເອລາ.

ທ່ານ ທິລເລີສັນ ໄດ້ກ່າວວ່າ “ສະຖານະການໃນປະເທດ ເວເນຊູເອລາ ແມ່ນຂ້ອນຂ້າງ
ຈະຮ້າຍແຮງ, ສະນັ້ນ ນຶ່ງໃນທິດທາງຕ່າງໆຂອງການພິຈາລະນາມາດຕະການລົງ
ໂທດດ້ານນໍ້າມັນນັ້ນ ກໍແມ່ນ ສິ່ງທີ່ຜົນກະທົບຈະມີຕໍ່ປະຊາຊົນຊາວ ເວເນຊູເອລາ,
ແລະ ມັນກໍແມ່ນບາດກ້າວນຶ່ງ ທີ່ອາດນຳເອົາສິ່ງດັ່ງກ່າວນີ້ ໄປສູ່ຈຸດຈົບ, ໄປສູ່ການສິ້ນ
ສຸດທີ່ໄວຂຶ້ນກວ່າເກົ່າ.”

ເວເນຊູເອລາ ແມ່ນຜູ້ຈຳໜ່າຍທີ່ໃຫຍ່ທີ່ສຸດ ເປັນອັນດັບສາມ ໃຫ້ແກ່ ສະຫະລັດ. ອຸດ
ສາຫະກຳນໍ້າມັນ ສະຫະລັດ ກ່າວວ່າ ການຫ້າມ ກ່ຽວກັບ ການນໍາເຂົ້ານໍ້າມັນ ຈາກ
ເວເນຊູເອລາ ນັ້ນ ຈະສ້າງຄວາມເສຍຫາຍໃຫ້ແກ່ວຽກງານໃນ ສະຫະລັດ ແລະ ລາຄາ
ນໍ້າມັນຈະສູງຂຶ້ນ.

ທ່ານ ທິລເລີສັນ ກຳລັງທຳການເດີນທາງຫ້າວັນ ໄປເຂດ ລາຕິນ ອາເມຣິກາ.

ທ່ານ ທິລເລີສັນ ຈະເດີນທາງຮອດນະຄອນຫຼວງ ລີມາ ຂອງປະເທດ ເປຣູ ໃນວັນຈັນມື້
ນີ້ ແລະ ວັນອັງຄານ ທ່ານຈະເດີນທາງຕໍ່ໄປປະເທດ ໂຄລົມເບຍ. ທ່ານຈະສິ້ນສຸດການ
ເດີນທາງຂອງທ່ານ ໃນປະເທດ ຈາໄມກາ.

XS
SM
MD
LG