ໃນວັນພະຫັດມື້ນີ້ ລັດຖະມົນຕີ ກ່ານຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້
ພົບປະ ກັບ ນາຍົກລັດຖະມົນຕີ ເທີກີ ທ່ານ Binali Yildirim ໃນນະຄອນຫຼວງ Ankara
ຊຶ່ງເປັນການເລີ່ມຕົ້ນໃນການເດີນທາງໄປຢ້ຽມຢາມຕ່າງປະເທດ ທີ່ມີຂຶ້ນໃນຂະນະທີ່
ສະຫະລັດ ພິຈາລະນາບາດກ້າວຕໍ່ໄປຂອງຕົນ ໃນການປຸກລະດົມ ເພື່ອເອົາຊະນະກຸ່ມ
ຫົວຮຸນແຮງ ລັດອິສລາມ ແລະ ເຮັດໃຫ້ວິກິດການອົບພະຍົບຍຸຕິລົງ ກັບບັນດາພັນທະມິດ
ຢູ່ໃນຂົງເຂດ.
ທ່ານ Tillerson ຍັງມີກຳນົດຈະພົບປະກັບ ປະທານາທິບໍດີ Recep Tayyip Erdogan
ແລະ ລັດຖະມົນຕີ ການຕ່າງປະເທດ Mevlut Cavusoglu ນຳດ້ວຍ. ຄາດກັນວ່າ
ການ ເຈລະຈາຈະລວມທັງ ການທີ່ເທີກີຈະເລັ່ງໃຫ້ສະຫະລັດ ສົ່ງ ນັກສອນສາສະໜາ
Fethullah Gulen ໃຫ້ຕົນ ຜູ້ທີ່ທາງການເທີກີ ກ່າວຫາວ່າ ຢູ່ເບື້ອງຫລັງ ການພະຍາ
ຍາມ ກໍ່ລັດຖະປະຫານ ທີ່ລົ້ມແຫລວ ເມື່ອປີກາຍນີ້.
ຫລັງຈາກນັ້ນ ຫົວໜ້ານັກການທູດຂອງສະຫະລັດ ຈະກົດດັນໃຫ້ບັນດາປະເທດ
ພັນທະມິດ ໃນອົງການເນໂຕ ສະແດງໃຫ້ເຫັນ ເສັ້ນທາງອັນຈະແຈ້ງ ທີ່ຈະເພີ່ມການ
ໃຊ້ຈ່າຍໃນດ້ານປ້ອງກັນປະເທດ ໃນການພົບປະກັນ ເປັນຄັ້ງທຳອິດຂອງທ່ານ ກັບ
ບັນດາຄູ່ຕຳແໜ່ງ ຈາກກຸ່ມພັນທະມິດດັ່ງກ່າວນີ້.
ກອງກຳລັງທີ່ນຳພາໂດຍສະຫະລັດ ພວມເພີ່ມທະວີ ການຕໍ່ສູ້ເພື່ອຍຶດເອົາເມືອງຣັກກາ
ຂອງຊີເຣຍ ຈາກກຸ່ມພວກຫົວຮຸນແຮງລັດອິສລາມ.
ການເຮັດໃຫ້ພື້ນທີ່ດັ່ງກ່າວມີຄວາມໝັ້ນຄົງ ບ່ອນທີ່ພວກຫົວຮຸນແຮງ ໄດ້ຫຼົບໜີໄປ ແລະ
ອຳນວຍໃຫ້ພວກອົບພະຍົບ ກັບຄືນສູ່ເຮືອນຊານບ້ານຊ່ອງ ນັ້ນ ແມ່ນເປັນເລື່ອງສຳຄັນ
ສູງ ໃນລາຍການກອງປະຊຸມ ສຳລັບ ສະຫະລັດ ແລະ ບັນດາປະເທດພາຄີແນວໂຮມ
ຕໍ່ຕ້ານລັດອິສລາມ.
ທ່ານ Tillerson ກຳລັງຫາທາງເພື່ອສານຕໍ່ ຄວາມກ້າວໜ້າ ໃນກອງປະຊຸມ ກັບບັນດາ
ປະເທດພາຄີແນວໂຮມ ຢູ່ທີ່ນະຄອນຫຼວງວໍຊິງຕັນ ເມື່ອສັບປະດາແລ້ວນີ້.
ທ່ານ ໄດ້ກ່າວໂດຍໃຊ້ຄຳຫຍໍ້ ສຳລັບກຸ່ມລັດອິສລາມ ຊຶ່ງຍັງຮູ້ຈັກກັນດີ ຄືກຸ່ມ ISIL
ແລະ Daesh ວ່າ “ໃນຂະນະທີ່ ແນວທາງການປະຕິບັດການ ໃນຊີເຣຍ ຍັງຈະຖືກ
ກຳນົດອອກມາຕື່ມອີກ ຢູ່ນັ້ນ ຂ້າພະເຈົ້າ ສາມາດເວົ້າໄດ້ວ່າ ສະຫະລັດ ຈະເພີ່ມ
ຄວາມກົດດັນ ຕໍ່ກຸ່ມ ISIS ແລະ ກຸ່ມ al-Qaida ແລະ ຈະທຳງານ ເພື່ອຈັດຕັ້ງ
ເຂດໝັ້ນຄົງຊົ່ວຄາວ ໂດຍຜ່ານການຢຸດຍິງ ເພື່ອອຳນວຍໃຫ້ພວກອົບພະຍົບ
ກັບຄືນໄປເຮືອນຊານ.”
ແຕ່ມັນອາດຈະເປັນການປະຕິບັດການທີ່ຍາກ ອີງຕາມນັກຊ່ຽວຊານ ກ່ຽວກັບພາກຕາ
ເວັນອອກກາງ ທ່ານ Daniel Serwer.
ທ່ານ Serwer ກ່າວວ່າ “ເທີກີ ຢາກໃຫ້ມີເຂດປອດໄພ ພວກເຂົາເຈົ້າ ໄດ້ນຳສະເໜີ
ໃຫ້ມີເຂດດັ່ງກ່າວນັ້ນ ມາໄດ້ຫຼາຍປີແລ້ວ ແຕ່ໃນຄວາມເປັນຈິງ ມັນເປັນການຫຍຸ້ງ
ຍາກແທ້ໆ ທີ່ຈະສ້າງຕັ້ງເຂດດັ່ງກ່າວຂຶ້ນມາ ແລະ ຈະປ້ອງກັນ ແລະ ຈະປົກປັກ
ຮັກສາ ມັນໄດ້.”