ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ທີລເລີຊັນ ກ່າວວ່າ ປ. ທຣຳ ຈະຕັດສິນ ຫ້າມນຳເຂົ້າ ນ້ຳມັນ ຈາກ ເວເນຊູເອລາ

Tillerson Latam Trip
please wait
Embed

No media source currently available

0:00 0:00:42 0:00

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ ກ່າວວ່າ ສະຫະລັດ
ກຳລັງພິຈາລະນາຢ່າງເອົາຈິງເອົາຈັງ ເຖິງການວາງຂໍ້ຈຳກັດທີ່ສຳຄັນໆ ຕໍ່ອຸດສາຫະກຳ
ດ້ານນ້ຳມັນ ຂອງເວເນຊູເອລາ ແລະ ວ່າ ທ່ານປະທານາທິບໍດີ ດໍໂນລ ທຣຳ ຈະເປັນຜູ້
ຕັດສິນໃຈ.

ໃນຂະນະທີ່ ທ່ານທີລເລີຊັນ ກຳລັງຈະເດີນທາງໄປຍັງນະຄອນຫຼວງ ຄິງສຕັນ ຂອງເກາະ
ຈາໄມກາ ເຊິ່ງເປັນບ່ອນຢຸດແວ່ແຫ່ງສຸດທ້າຍ ໃນການເດີນທາງໄປຍັງ ອາເມຣິກາລາຕິນ
ແລະ ກາຣີບຽນ ດັ່ງທີ່ທ່ານທີລເລີຊັນ ໄດ້ບອກບັນດານັກຂ່າວ ວ່າ ທ່ານຢາກຈະປຶກສາ
ຫາລື ກັບບັນດາພັນທະມິດຂອງອາເມຣິກາ ຢູ່ໃນຂົງເຂດດັ່ງກ່າວ ຜູ້ທີ່ຈະໄດ້ຮັບຜົນກະ
ທົບ ໂດຍການຕັດສິນໃຈນັ້ນ.

(ຈາກຊ້າຍຫາຂວາ) ລັດຖະມົນຕີການຕ່າງປະເທດຂອງການາດາ ທ່ານນາງ ຄຣິສເຕຍ ຟຣີແລນ (Chrystia Freeland) ລັດຖະມົນຕີການຕ່າງປະເທດຂອງເມັກຊິໂກ ທ່ານ ລູອິສ ວີເດີກາເຣ (Luis Videgaray) ແລະ ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານເຣັກສ໌ ທີລເລີຊັນ (Rex Tillerson) ຖ່າຍຮູບຮ່ວມກັນ ຫຼັງຈາກ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງເມັກຊິໂກ ຊີຕີ, ວັນນທີ 2 ກຸມພາ 2018.

ທ່ານລັດຖະມົນຕີການຕ່າງປະເທດ ໄດ້ກ່າວວ່າ “ແລະ ມັນມີຄວາມສຳຄັນ ເພາະວ່າ ຂ້າ
ພະເຈົ້າ ຢາກຈະຟັງທັດສະນະຂອງພວກເຂົາເຈົ້າ ເຊິ່ງພວກເຮົາອາດຈະພາດໄປ ໃນ
ບາງສິ່ງບາງຢ່າງ ແຕ່ພ້ອມກັບທັດສະນະ ຂອງພວກເຂົາເຈົ້າ ກ່ຽວກັບ ການເອົາມາດ
ຕະການຕໍ່ນ້ຳມັນ ເຊິ່ງຈະເຮັດໃຫ້ເກີດປະຕິກິລິຍາຢ່າງໃຫຍ່ ນັ້ນວ່າ ພວກເຂົາເຈົ້າ
ຮູ້ສຶກແນວໃດ.”

ທ່ານທີລເລີຊັນ ໄດ້ກ່າວວ່າ ສະຖານະການທີ່ຈົນຕາແຈ ສຳລັບປະຊາຊົນ ຂອງ
ເວເນຊູເອລາ ຜູ້ທີ່ຢູ່ໃນທ່າມກາງວິກິດການດ້ານເສດຖະກິດ ແລະ ມະນຸດສະທຳ
ພາຍໃຕ້ການນຳພາ ຂອງປະທານາທິບໍດີ ນິໂຄລັສ ມາດູໂຣ ແລະ ອາດເປັນໄປໄດ້ວ່າ
ການຈຳກັດຕ່າງໆ ຕໍ່ນ້ຳມັນ ແມ່ນມີຢູ່ໃນແຜນການຢູ່ແລ້ວ ໃນການເດີນທາງຢຸດແວ່
ໃນແຕ່ລະແຫ່ງນັ້ນ.

ນາຍົກລັດຖະມົນຕີ ຂອງໄຈເມກາ ທ່ານແອນດຣູ ໂຮລເນັດສຸ (Andrew Holness) ແລະ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ (Rex Tillerson) ຈັບມືກັນ ຢູ່ໃນນະຄອນຫຼວງ ຄິງສຕັນ ຂອງໄຈເມກາ, ວັນທີ 7 ກຸມພາ 2018.
ນາຍົກລັດຖະມົນຕີ ຂອງໄຈເມກາ ທ່ານແອນດຣູ ໂຮລເນັດສຸ (Andrew Holness) ແລະ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ (Rex Tillerson) ຈັບມືກັນ ຢູ່ໃນນະຄອນຫຼວງ ຄິງສຕັນ ຂອງໄຈເມກາ, ວັນທີ 7 ກຸມພາ 2018.

“ພວກເຮົາເຫັນດີ ໃນການເຈລະຈາສາມຝ່າຍ ຢູ່ໃນນະຄອນຫຼວງ ເມັກຊິໂກ ຊີຕີ ກັບ
ເມັກຊິໂກ ການາດາ ແລະ ສະຫະລັດ ອັນນັ້ນ ພວກເຮົາຈະຈັດຕັ້ງກຸ່ມນ້ອຍໆ ກຸ່ມນຶ່ງ
ຮ່ວມກັນ ເປັນກຸ່ມທຳງານທີ່ສຸມໃສ່ແທ້ໆ ເພື່ອເບິ່ງວ່າ ອັນໃດທີ່ພວກເຮົາສາມາດເຮັດ
ເພື່ອຫລຸດຜ່ອນການຕັດສິນໃຈແບບນັ້ນ ຖ້າຫາກພວກເຮົາຮັບເອົາການຕັດສິນໃຈນັ້ນ”

ທ່ານທີລເລີຊັນ ໄດ້ກ່າວກ່ຽວກັບການວາງຂໍ້ຈຳກັດຕ່າງໆ ຕໍ່ນ້ຳມັນຂອງເວເນຊູເອລາ
ເຊິ່ງທ່ານໄດ້ກ່າວຕື່ມວ່າ “ແນ່ນອນ ມັນຈະເປັນການຕັດສິນໃຈ ຂອງທ່ານປະທານາ
ທິບໍດີ.”

ການຫ້າມຂາຍນ້ຳມັນຂອງເວເນຊູເອລາ ຢູ່ໃນສະຫະລັດ ແລະ ການໂຈະໄວ້ ການກັ່ນ
ນ້ຳມັນດິບ ຂອງເວເນຊູເອລາ ໂດຍບັນດາບໍລິສັດຂອງອາເມຣິກາ ອາດຈະເຮັດໃຫ້
ປະຊາຊົນຂອງເວເນຊູເອລາ ຜູ້ທີ່ກຳລັງທົນທຸກທໍລະມານຢູ່ແລ້ວນັ້ນ ແຮ່ງທຸກຍາກຂຶ້ນ
ຕື່ມອີກ ແລະບັນດາທຸລະກິດຂອງອາເມຣິກາ ແລະ ປະເທດເກາະກາຣີບຽນທັງຫຼາຍ
ທີ່ກາງຕໍ່ນ້ຳມັນນັ້ນ. ທ່ານທີລເລີຊັນ ຮັບຮູ້ວ່າ ສິ່ງທັງຫຼາຍນີ້ ແມ່ນກຳລັງໄດ້ຮັບການ
ພິຈາລະນາ ອັນເປັນສ່ວນນຶ່ງຂອງການຕັດສິນໃຈໃດໆ.

ປະທານາທິບໍດີ ຂອງໂຄລອມເບຍ ທ່ານຮວນ ມານູແອລ ແຊນຕົດສ໌ (Juan Manuel Santos) (ຊ້າຍ) ຈັບມືກັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ (Rex Tillerson) ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ ຫລັງຈາກການພົບປະກັນ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນ ໂບໂກຕາ ຂອງໂຄລອມເບຍ, ວັນທີ 6 ກຸມພາ 2018.

ຢູ່ໃນນະຄອນຫຼວງຄິງສຕັນ ເປັນບ່ອນຢຸດແວ່ແຫ່ງສຸດທ້າຍ ຂອງການເດີນທາງໄປຍັງ
5 ປະເທດ ຂອງທ່ານທີລເລີຊັນ ເຊິ່ງໃນວັນພຸດວານນີ້ ທ່ານ ໄດ້ພົບປະກັບ ນາຍົກ
ລັດຖະມົນຕີ ຂອງໄຈເມກາ ທ່ານແອນດຣູ ໂຮລເນັດສ໌ ແລະ ລັດຖະມົນຕີການຕ່າງ
ປະເທດ ທ່ານຄາມີນາ ຈອນຊັນ-ສມິດ.

ຢູ່ທີ່ກອງປະຊຸມຖະແຫລງຂ່າວ ກັບທ່ານ ໂຮລເນັດສ໌ ນັ້ນ ທ່ານທີລເລີຊັນ ໄດ້ກ່າວວ່າ
“ໃນບາດກ້າວໃດໆ ໃນອະນາຄົດນັ້ນ ສະຫະລັດ ອາດຈະເອົາ ມາດຕະການລົງໂທດ
ທີ່ກ່ຽວກັບນ້ຳມັນ ຫຼື ຜະລິດຕະພັນຕ່າງໆ ເພື່ອທີ່ຈະກົດດັນ ຕໍ່ລະບອບການປົກຄອງ
ຂອງທ່ານມາດູໂຣ ຕື່ມອີກ ພວກເຮົາກໍຈະພິຈາລະນາເບິ່ງ ຢ່າງຖີ່ຖ້ວນ ຜົນກະທົບ
ຕ່າງໆ ຕໍ່ບັນດາປະເທດຢູ່ໃນຂົງເຂດ ນຳດ້ວຍ.”

ທ່ານໄດ້ສະເໜີແນະວ່າ ສະຫະລັດ ອາດຊ່ອຍແກ້ໄຂການຂາດແຄນ ທີ່ຈະເກີດຂຶ້ນ
ໂດຍການຫ້າມດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG