ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວວ່າ
ທ່ານວາງແຜນທີ່ຈະໃຫ້ການຢືນຢັນ “ຢ່າງໜັກແໜ້ນ” ທີ່ວ່າ ສະຫະລັດໃຫ້ຄຳໝັ້ນໝາຍ
ຕໍ່ອົງ ການເນໂຕ ໃນຂະນະທີ່ທ່ານເດີນທາງໄປຢ້ຽມຢາມປະເທດແບລຈ້ຽມ ອອສເຕຣຍ
ແລະຝຣັ່ງ ໃນສັບປະດານີ້.
ຄວາມບໍ່ລົດລະທີ່ລາຍງານໂດຍອົງສື່ມວນຊົນຫຼາຍອົງການ ທີ່ວ່າທຳນຽບຂາວ ແມ່ນທີ່
ຈະມອບຕຳແໜ່ງຂອງທ່ານ ໃຫ້ຫົວໜ້າອົງການຊີໄອ ທ່ານ ໄມຄ໌ ພອມພຽວ.
ທ່ານ ທີລເລີສັນ ໄດ້ເອີ້ນລາຍງານພວກນັ້ນວ່າ “ເປັນຕາຫົວ.” ປະທານາທິບໍດີດໍໂນລ
ທຣຳ ຍັງໄດ້ຂຽນຂໍ້ຄວາມລົງໃນທຣິຕເຕີ ວ່າ ທ່ານ ທິລເລີສັນ ຈະບໍ່ໄດ້ລົງຈາກຕຳແໜ່ງ
ໃນເວລາອັນໃກ້ໆນີ້ດອກ.
ຜູ້ບັນຊາການຂອງອົງການເນໂຕ ທ່ານເຈັນສ໌ ສໂຕລເຕັນເບີກ ຍົກເລີກ ບໍ່ໄດ້ໃຫ້
ຄວາມສຳຄັນ ກ່ຽວກັບການຄາດຄະເນ ໃນຄວາມບໍ່ໝັ້ນຄົງຂອງໜ້າທີ່ທ່ານທິລເລີສັນ
ໃນວັນຈັນວານນີ້ ວ່າເປັນການລົບກວນ ແລະກ່າວວ່າ ພັນທະມິດຂ້າມມະຫາສະໝຸດ
ອັດແລນຕິກ ແລະ “ລັດຖະມົນຕີອົງການເນໂຕ ແມ່ນສາມາດທີ່ຈະເພັ່ງເລັງ ເຂົ້າໃນ
ພາລະກິດ ທີ່ສຳຄັນຍິ່ງ ທີ່ພວກເຮົາມີໜ້າທີ່ກຳກັບ ເຖິງແມ່ນຈະມີການສົງໄສ
ແລະຂ່າວນອງນັນໃດໆກໍຕາມ.”
ທ່ານສໂຕລເຕັນເບີກ ຍັງໄດ້ກ່າວສັນລະເສີນ ຕໍ່ບຸກຄະລິກສ່ວນຕົວທີ່ເຂັ້ມແຂງຂອງທ່ານ
ທິລເລີສັນ ຕໍ່ສາຍພົວພັນອັນແໜ້ນແຟ້ນ ເຂົ້າໃນພັນທະມິດຂ້າມອັດແລນຕິກ
ແລະອົງການເນໂຕ. ທ່ານທິລເລີສັນ ມີໝາຍກຳໜົດທີ່ຈະພົບກັບທ່ານສໂຕລເຕັນເບີກ
ເພື່ອປຶກສາຫາລືກັນ ໃນຂອບເຂດທີ່ກວ້າງກ່ຽວກັບຄວາມປອດໄພຂອງໂລກ.
ເອກອັກຄະລັດຖະທູດສະຫະລັດປະຈຳອົງການເນໂຕ ອະດີດສະມາຊິກສະພາສູງ
ພັກຣີພັບບລີກັນ ທ່ານນາງ ເຄ ແບລລີ ຮັດຈິສັນ ໄດ້ກ່າວວ່າ ຍັງບໍ່ທັນມີການປ່ຽນແປງ
ໃດໆຕໍ່ແຜນການສຳຫຼັບການເຈລະຈາເປັນເວລາສອງມື້ ທີ່ຈະເລີ່ມຂຶ້ນໃນວັນອັງຄານມື້ນີ້
ໃນນະຄອນບຣັສໂຊລ ລະຫວ່າງທ່ານທິລເລີສັນ ກັບຄູ່ຕຳແໜ່ງ ລັດຖະມົນຕີການ
ຕ່າງປະເທດຂອງອົງການເນໂຕ.