ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Tillerson ບອກພວກນັກການທູດວ່າ ບໍ່ຄວນໃຫ້ເລື່ອງ​ສ່ວນ​ຕົວ​ ເປັນ​ສິ່ງ​ຂັດ​ຂວາງ​ ​ການປະຕິ​ບັດ​ງານ​


ລັດຖະມົນຕີຕ່າງປະເທດ ທ່ານ Rex Tillersonທ (ກາງ) ຕິດຕາມດ້ວຍຮອງລັດຖະມົນຕິຝ່າຍການເມືອງ ທ່ານ Tom Shannon (ກາງຊ້າຍ.)
ລັດຖະມົນຕີຕ່າງປະເທດ ທ່ານ Rex Tillersonທ (ກາງ) ຕິດຕາມດ້ວຍຮອງລັດຖະມົນຕິຝ່າຍການເມືອງ ທ່ານ Tom Shannon (ກາງຊ້າຍ.)

ຢູ່​ໃນ​ຄຳ​ຖະ​ແຫລ​ງທຳ​ອິດ​ຢູ່ກະຊວງ​ຕ່າງປະ​ເທດ ລັດ​ຖະມົນຕີທີ່​ຫາ​ກໍ​ຖືກ​ຮັບ ຮອງ​ເອົາ​ ​ໄດ້​ແນະນຳ​ຕົນ​ເອງ​ວ່າ ທ່ານ “​ເປັນ​ຄົນ​ໃໝ່” ​ແລະ​ທ່ານ​ໄດ້​ລະມັດລະວັງ​ຢ່າງ​ວ່ອງ​ໄວ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່ກະຊວງຕ່າງປະ​ເທດ ​ແລະ​ບັນດາ​ພະນັກງານ​ອື່ນໆ​ວ່າຢ່າ​ໃຫ້ “​ເລື່ອງ​ສ່ວນ​ຕົວ​ເປັນ​ສິ່ງ​ຂັດ​ຂວາງ​ ​ຕໍ່​ຄວາມ​ສາມາດ ​ໃນ​ການ​ທີ່​ຈະ​ປະຕິ​ດບັດ​ງານ​ເປັນ​ທີ​ມດຽວ​ກັນຂອງ​ພວກ​ເຮົາ.”

ທ່ານ Rex Tillerson ​ໄດ້​ຖະ​ແຫລ​ງຕໍ່​ບັນດາ​ພະນັກງານ​ຂອງກະຊວງຫລາຍ​ຮ້ອຍ​ຄົນ​ໃນ​ວັນ​ພະຫັດ​ວານ​ນີ້​ຢູ່​ຫ້ອງ​ຮັບ​ແຂກ​ກະຊວງ​ຕ່າງປະ​ເທດ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ໄປ​ເຖິງ​ມື້​ທຳ​ອິດ ໃນ​ການ​ເຂົ້າ​ເຮັດ​ວຽກຂອງ​ທ່ານ ສອງ​ມື້​ລຸນຫລັງ​ທີ່ບັນ ດາ​ເຈົ້າ​ໜ້າ​ທີ່ ກະຊວງ​ການ​ຕ່າງປະ​ເທດ 1,000 ຄົນ ​ໄດ້​ພາກັນ​ສະ​ແດງການ ຄັດຄ້ານ ຕໍ່ປະທານາທິບໍດີ Donald Trump ​ໂດຍຜ່ານ​ໜັງສືສະ​ແດງ​ຄວາມ​ບໍ່ພໍໃຈ ທີ່ທ່ານ​ໄດ້​ອອກ​ຄຳ​ສັ່ງ​ຫວ່າງ​ມໍ່ໆ​ມານີ້ ​ໃຫ້​ໂຈະ​ພວກ​ເດີນທາງ​ມາຈາກ​ບັນດາເຈັດ​ປະ​ເທດທີ່ສ່ວນ​ໃຫຍ່​ເປັນ​ຊາວມຸສລິ​ມ.

ທ່ານ Tillerson ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ນຳ​ໃຊ້​ບັນດາ​ຜູ້​ມີ​ພອນ​ສະຫວັນ​ຂອງ​ກະຊວງ​ຕ່າງປະ​ເທດໃນ​ຊ່ອງ​ທາງ ​ທີ່​ມີ​ປະສິດທິຜົນ​ທີ່ສຸດ​ ​ແຕ່ກໍ​ກ່າວ​ວ່າ “ນີ້ອາດ​ ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ຈຳນວນ​ນຶ່ງ​ຕໍ່ສິ່ງ​ທີ່ໄດ້​ປະຕິບັດ​ມາ​ຕາມ​ປະ​ເພນີ ຢູ່​ໃນ​ກະຊວງ​ນີ້.”

Tillerson: Personal Convictions Should Not Impede State Department Mission
please wait

No media source currently available

0:00 0:00:56 0:00

ເຈົ້າ​ໜ້າ​ທີ​ກະຊວງຕ່າງປະ​ເທດ​ຄົນ​ນຶ່ງ​ທີ່ເຂົ້າ​ຮ່ວມ​ພິທີ ຜູ້​ທີ່​ໄດ້​ກ່າວ​ຕໍ່ວີ​ໂອ​ເອໂດຍ ບໍ່​ປະສົງ​ບອກ​ຊື່ ​ໄດ້​ອະທິບາຍເຖິງ​ຄຳ​ຖະ​ແຫລ​ງຂອງ​ທ່ານ Tillerson ວ່າ​ ເປັນ​ການ​ສົນທະນາ​ທີ່​ຈິງ​ຈັງ “ມີ​ຄວາມ​ເປັນ​ຫ່ວງ​ພິ​ເສດ​ຕໍ່ ຄວາມ​ຢູ່ດີ​ເປັນ​ສຸກ​ຂອງ​ສະ ມາຊິກທັງ​ໝົດ​ຂອງ​ທີ​ມ ກະຊວງ​ການຕ່າງ​ປະ​ເທດ.”

ທ່ານ​ Tillerson ຍັງ​ໄດ້​ເນັ້ນ​ໜັກ​ວ່າ “ຄວາມ​ສື່​ຊັດຈະນຳພາ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ພວກ​ເຮົາ ​ແລະ​ພວກ​ເຮົາ​ຈະ​ເລີ້ມ​ໂດຍ​ການ​ເຮັດ​ພື້ນ​ຖານ​ວ່າ ພວກ​ເຮົາ​ຈະ​ເຂົ້າ​ຫາ​ກັນ​ຢ່າງ​ໃດ.”

ລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson (ກາງ)
ລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson (ກາງ)

ສະພາ​ສູງ​ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ ​ໄດ້​ຮັບຮ​ອງເອົາ​ການ​ແຕ່ງຕັ້ງທ່ານ Tillerson ອະດີດ​ປະທານແລະ​ຫົວໜ້າ​ບໍລິຫານບໍລິສັດ​ຍັກ​ໃຫຍ່ນໍ້າມັນ ​ແລະ​ແກັສ​ Exxon Mobil.

ທ່ານ​ໄດ້​ສືບ​ທອດ​ບັນ​ຫາ​ທ້າ​ທາຍ​ຂອງ​ໂລກຫລາຍ​ຢ່າງ ຮວມ​ທັງ​ສົງຄາມ​ຊີ​ເຣຍ ຄວາມ​ສາມາດ​ທາງ​ດ້ານ​ນິວ​ເຄລຍ ​ແລະ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດທີ່​ເພີ້ມຂຶ້ນຂອງ ​ເກົາຫລີ​ເໜືອ ​ແລະການ​ເອົາ​ທ່າ​ທີ​ທີ່​ເຂັ້ມ​ແຂງ​ຂຶ້ນຂອງ​ຈີນ ​ແລະຣັດ​ເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG