ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ການສົນທະນາທີ ນະຄອນແວນຄູເວີ ເພັ່ງເລັງໃສ່ ຄວາມກົດດັນຕໍ່ ເກົາຫຼີເໜືອ


ລັດຖະມົນຕີຕ່າງປະເທດສະຫະລັດທ່ານ ທີລເລີສັນ ແລະທ່ານ ນາງ ຄຣິຕີ ຟຣີແລນ ລັດຖະມົນຕີຕ່າງປະເທດການາດາ ທີ່ ນະຄອນອົດຕາວາ ປະເທດການາດາ ວັນທີ 19 ທັນວາ 2017.

ສະຫະລັດ ​ແລະ​ກາ​ນາ​ດາ ກຳລັງເປັນ​ເຈົ້າພາບຕ້ອນຮັບ​ກອງ​ປະຊຸມ​ໃນ​ວັນ​ອັງຄານ​ມື້
​ນີ້ ໃນ​ນະຄອນ​ແວນ​ຄູເວີ ທີ່​ເພັ່ງເລງໃສ່ການ​ກົດ​ດັນ​ໃຫ້​ເກົາ​ຫຼີ​ເໜືອ ລົ້ມ​ເລີກ​ໂຄງການ
​ອາວຸດ​ນິວ​ເຄລຍຂອງຕົນ.

ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານເຣັກສ໌ ທີລເລີ​ສັນ ​ແລະ​ລັດຖະ
ມົນຕີ​ຕ່າງປະ​ເທດ​ກາ​ນາດາ ທ່ານ​ນາງ​ຄຣິສ​ເຕຍ ຟຣີ​ແລນ ພ້ອມ​ກັນນຳ ເອົາ​ບັນດາ​
ເຈົ້າໜ້າ​ທີ່ຈາກ​ປະມານ 20 ປະ​ເທດ ​ເ​ພື່ອມາ​ເບິ່ງ​ວ່າ​ ຈະ​ເຮັດ​ຢ່າງ​ໃດ​ຈຶ່ງຈະໃຫ້​ດີ​ຂຶ້ນ​ ເພື່ອນຳໃຊ້ການ​ລົງໂທດ ​ແລະ​ປ້ອງ​ກັນ​ເກົາຫຼີ​ເໜືອ​ຈາກການຫລີກ​ລ່ຽງມາ​ດຕະການ
ທີ່​ວາງ​ໄວ້​ໂດຍ​ ສປຊ.

ຫົວໜ້​າວາງ​ແຜນ​ກະຊວງ​ການ​ຕ່າງປະ​ເທດ ທ່ານ ​ບຣາຍ​ແອນ ຮຸກ ໄດ້ກ່າວ​ກ່ອນ​ກອງ
​ປະຊຸມ​ວ່າ ບັນດາ​ຜູ້ນຳ​ທັງຫຼາຍຕ້ອງ​ສະ​ແດງ​ໃຫ້​ຮູ້​ວ່າ ​ມີ​ຊ່ອງ​ທາງ​ດ້ານການ​ທູດ​ຢູ່ ເພື່ອ
ໃຫ້​ແກ້​ໄຂ​ສະຖານະ​ການ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ກ່າວ​ວ່າ ຈະ​ບໍ່​ມີ​ການ​ສົນທະ
ນາກັນກ່ຽວກັບທາງ​ເລືອກ​ ໃນການໃຊ້ການທະຫານ.

​ເກົາ​ຫຼີ​ເໜືອ​ໄດ້​ປະຕິເສດ ຄຳຮຽກຮ້ອງຂອງ ​ສະຫະ​ປະຊາ​ຊາດ ໃຫ້​ຢຸດ​ຢັ້ງ​ການ​ທົດ​ລອງ
​ນິວເຄຼຍ ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ການ​ປະຊຸມ​ໃນ​ວັນ​ອັງຄານ​ມື້​ນີ້​ໄດ້ຮຽກ​ຮ້ອງໃຫ້
ມີຂຶ້ນ ​ຫລັງ​ຈາກ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບໃນ​ເດືອນ​ພະຈິກ ທີ່
​ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ ​ແລະເກີດ​ສົງຄາມທາ​ງ​ວາ​ຈາ ລະຫວ່າງ ປະທານາທິບໍດີ​
ສະຫະ​ລັດ ທ່ານ​ດໍ​ໂນ​ລ ທຣໍາ ກັບ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ ກິມ ຈົງ​ ອຶນ.

ລັດຖະມົນຕີຕ່າງປະເທດສະຫະລັດທ່ານ ທີລ ເລີສັນ ທ່ານນາງກຣິສຕີ ຟຣີແລນ ລັດຖະມົນຕີ ຕ່າງປະເທດການາດາ ທີ່ກະຊວງຕ່າງປະເທດສະຫະລັດ ທີ່ ວໍຊິງຕັນ ວັນທີ 11 ຕຸລາ 2017.
ລັດຖະມົນຕີຕ່າງປະເທດສະຫະລັດທ່ານ ທີລ ເລີສັນ ທ່ານນາງກຣິສຕີ ຟຣີແລນ ລັດຖະມົນຕີ ຕ່າງປະເທດການາດາ ທີ່ກະຊວງຕ່າງປະເທດສະຫະລັດ ທີ່ ວໍຊິງຕັນ ວັນທີ 11 ຕຸລາ 2017.

ຄວາມ​ເຄັ່ງ​ຕຶງດັ່ງກ່າວ ​ໄດ້​ຫລຸດຜ່ອນ​ລົງ​ໜ້ອຍ​ນຶ່ງ​ ຫວ່າງ​ບໍ່ທໍ່ໃດອາທິດ​ທີ່​ຜ່ານ​ມາ ​ແລະ​ຜູ້ຕາງໜ້າ​ຈາກ​ເກົາ​ຫຼີ​ເໜືອ ​ແລະ​ເກົາຫຼີ​ໃຕ້​ ໄດ້​ຈັດການ​ສົນທະນາ​ກັນ​ຢ່າງ​ເປັນ​ທາງ​ການ
​ໃນ​ຮອບສອງ​ປີຜ່ານມາ.

ສື່​ລັດ​ທາງການຂອງຈີນ​ ລາຍ​ງານໃນ​ວັນ​ອັງຄານ​ມື້​ນີ້ວ່າ ປະທານ​ປະ​ເທດ ສີ ຈິນຜິ​ງ ​ໄດ້
​ບອກ​ປະທາ​ນາ​ທິບໍດີ​ທຣໍາ ທາງໂທລະສັບ​ວ່າ ຕ້ອງ​ມີ​ຄວາມພ​ະຍາຍາມຮັກສາ​ແຮງ​ກະຕຸ້ນດັ່ງກ່າວໄວ້.

ຈີນ ​ແລະຣັດ​ເຊຍ​ບໍ່​ໄດ້​ຖືກ​ເຊີນເຂົ້າຮ່ວມກອງ​ປະຊຸມ​ ແວນ​ຄູ​ເວີ. ບັນດາ​ຜູ້​ເຂົ້າ ຮ່ວມ
ແມ່ນມີ​ປະ​ເທດທີ່​ໃຫ້​ການ​ສະໜັບສະໜູນ​ແກ່​ເກົາຫຼີ​ໃຕ້​ໃນ​ສົງຄາມ​ເກົາ​ຫຼີປີ 1950-53
ອັນລວມທັງ​ຍີ່​ປຸ່ນ ​ແລະ​ເກົາຫຼີ​ໃຕ້​ເອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Vancouver North Korea Talks
please wait

No media source currently available

0:00 0:01:11 0:00

XS
SM
MD
LG