ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງການຕ່າງປະເທດ ສຫຣ ກ່າວວ່າ ເກົາຫຼີເໜືອ ບໍ່ສົນໃຈ ໃນການຈະເຈລະຈາຕໍ່ ເລື່ອງນິວເຄຼຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson, ຊ້າຍ, ພົບປະກັບຜູ້ຊີ້ນຳລັດຖະບານຂອງ ຈີນ ທ່ານ Yang Jiechi ທີ່ຫໍປະຊຸມໃຫຍ່ແຫ່ງປະຊາຊົນ, ປັກກິ່ງ, ຈີນ. 30 ກັນຍາ, 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson, ຊ້າຍ, ພົບປະກັບຜູ້ຊີ້ນຳລັດຖະບານຂອງ ຈີນ ທ່ານ Yang Jiechi ທີ່ຫໍປະຊຸມໃຫຍ່ແຫ່ງປະຊາຊົນ, ປັກກິ່ງ, ຈີນ. 30 ກັນຍາ, 2017.

ເກົາຫຼີເໜືອບໍ່ໄດ້ສະແດງທ່າທີອອກມາໃຫ້ເຫັນວ່າ ຢາກຈະເຈລະຈາຕໍ່ໄປ ກ່ຽວກັບ
ໂຄງການນິວເຄຼຍແລະລູກສອນໄຟ ອີງຕາມການກ່າວຂອງ ກຊ ຕ່າງປະເທດ ສະຫະລັດ
ໃນວັນເສົາວານນີ້ ລຸນຫຼັງທີ່ ລມຕ ຕ່າງປະເທດ ເຣັກສ ທິລເລິສັນ ໄດ້ໃຫ້ການຮັບຮູ້ວ່າ
ໄດ້ຕິດຕໍ່ກັບນະຄອນຫຼວງພຽງຢາງໂດຍກົງແລ້ວ.

ໂຄສົກຍິງ ກະຊວງ ຕ່າງປະເທດ ສະຫະລັດ ທ່ານນາງ Heather Nauert ໄດ້ກ່າວໃນ
ຖະແຫຼງການສະບັບນຶ່ງວ່າ “ພວກເຈົ້າໜ້າທີ່ ເກົາຫຼີເໜືອ ບໍ່ໄດ້ສະແດງຫຍັງອອກມາໃຫ້
ເຫັນວ່າ ພວກເຂົາເຈົ້າສົນໃຈ ຫຼືຕຽມພ້ອມທີ່ຈະເຈລະຈາ ກ່ຽວກັບ ການຍົກເລີກໂຄງ
ການນິວເຄຼຍແຕ່ຢ່າງໃດ ເຖິງແມ່ນໄດ້ໃຫ້ຄວາມໝັ້ນໃຈວ່າ ສະຫະລັດ ບໍ່ສົນໃຈທີ່ຈະ
ສົ່ງເສີມໃຫ້ລົບລ້າງລະບອບປັດຈຸບັນກໍຕາມ ໃຫ້ນຳໄປສູ່ການປ່ຽນແປງລະບອບ ເລັ່ງ
ລັດໃຫ້ມີການທ້ອນໂຮມຊາດໃນແຫຼມດັ່ງກ່າວ ຫຼືເຄື່ອນໄຫວຂອງກຳລັງຢູ່ເຂດປອດທະ
ຫານໃຫ້ໄວຂຶ້ນກໍຕາມ. ໃນວັນເສົາວານນີ້ ທ່ານ ທິລເລິສັນ ໄດ້ຢູ່ນະຄອນຫຼວງ ປັກກິ່ງ
ເພື່ອສະແຫວງຫາຄວາມຮ່ວມມືທາງດ້ານສ້າງຄວາມກົດດັນໃຫ້ຫຼາຍຂຶ້ນ ຕໍ່ສາທາລະ
ນະລັດປະຊາທິປະໄຕປະຊາຊົນ ເກົາຫຼີ."

ທ່ານ ທິລເລິສັນ ໄດ້ເປີດເຜີຍວ່າ ສະຫະລັດ ໄດ້ເປີດກວ້າງສາຍການຕິດຕໍ່ໂດຍກົງກັບ
ເກົາຫຼີເໜືອ ທັງຍັງໄດ້ສັນລະສູດເບິ່ງວ່າ ລັດຖະບານ ຄິມ ຈອງ ອຶນ ຈະສົນໃຈຢາກສືບ
ຕໍ່ເຈລະຈາເລື່ອງປະຖິ້ມອາວຸດນິວເຄຼຍ ຫຼືບໍ່.

ໃນການກ່າວກັບບັນດານັກຂ່າວກຸ່ມນ້ອຍກຸ່ມນຶ່ງໃນວັນເສົາວານນີ້ທີ່ນະຄອນຫຼວງ ປັກ
ກິ່ງ ຫຼັງຈາກການພົບປະກັບປະທານາທິບໍດີ ຈີນ ທ່ານ ສີ ຈິ່ນຜິງ ແລະ ບັນດາເຈົ້າໜ້າທີ່
ອື່ນໆນັ້ນ, ທານ Tillerson ໄດ້ກ່າວວ່າ “ພວກເຮົາກຳລັງກວດສອບ, ດັ່ງນັ້ນຂໍໃຫ້ລໍຖ້າ
ຕື່ມອີກ. ພວກເຮົາລົມນຳເຂົາເຈົ້າໂດຍກົງຜ່ານຊ່ອງທາງຂອງພວກເຮົາເອງ.”

ເມື່ອຖືກຖາມ ກ່ຽວກັບ ສິ່ງທີ່ເຂົາເຈົ້າໄດ້ລົມກັນນ້ນ, ທ່ານ Tillerson ໄດ້ກ່າວວ່າ “ພວກ
ເຮົາຖາມ, ເຈົ້າຢາກລົມນຳບໍ?"

ສະຫະລັດ ແລະ ເກົາຫຼີເໜືອ ທຳມະດາແລ້ວຈະລົມກັນຜ່ານລັດຖະບານອື່ນໆ ຫຼື ອະ
ດີດເຈົ້າໜ້າທີ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG