ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທິລເລີຊັນ ກ່າວວ່າ ປະທານາທິບໍດີ ທຣຳ ກ່າວສຳລັບຕົນເອງ ໃນເລື່ອງຂອງຄຸນຄ່າ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຖະແຫລງ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ ກ່ຽວກັບ ນະໂຍບາຍ ໃນ ອັຟການິສຖານ ຂອງສະຫະລັດ, ວັນທີ 22 ສິງຫາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຖະແຫລງ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ ກ່ຽວກັບ ນະໂຍບາຍ ໃນ ອັຟການິສຖານ ຂອງສະຫະລັດ, ວັນທີ 22 ສິງຫາ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວວ່າ ປະທານາ
ທິບໍດີ ດໍໂນລ ທຣຳ ຜູ້ທີ່ໄດ້ປະເຊີນກັບການວິພາກ ວິຈານ ກ່ຽວກັບ ການຕອບໂຕ້ຂອງ
ທ່ານ ຕໍ່ການຊຸມນຸມພວກຫົວຊາດນິຍົມຜິວຂາວ ໃນລັດ ເວີຈິເນຍ ເມື່ອບໍ່ດົນມານີ້ວ່າ,
“ທ່ານເວົ້າສຳລັບຕົນເອງ.”

ໃນການປາກົດຕົວ ໃນລາຍການໂທລະພາບ ສະຫະລັດ Fox News ໃນວັນອາທິດ
ວານນີ້, ທ່ານ Tillerson ໄດ້ຖືກຖາມ ກ່ຽວກັບ ການວິ ພາກວິຈານ ກ່ຽວກັບ ລັດຖະບານ
ຂອງທ່ານ ທຣຳ ຂອງຄະນະກຳມະການ ແຫ່ງຊາດ ສຳລັບສິ່ງທີ່ຫຼາຍຄົນເຫັນວ່າ ເປັນ
ຄວາມລົ້ມແຫຼວ ຫຼື ບໍ່ເຕັມໃຈທີ່ຈະກ່າວປະນາມ “ເຫດການຄວາມຮຸນແຮງ ແບ່ງແຍກ
ເຊື້ອຊາດສີຜິວ.”

ທ່ານ Tillerson ກ່າວວ່າ “ພວກເຮົາສະແດງຄ່ານິຍົມຂອງ ອາເມຣິກາ ຈາກກະຊວງ
ການຕ່າງປະເທດ. ພວກເຮົາເປັນຕົວແທນໃຫ້ປະຊາຊົນ ອາເມຣິກັນ, ພວກເຮົາເປັນ
ຕົວແທນໃຫ້ຄ່ານິຍົມຂອງ ອາເມຣິກາ, ຄຳໝັ້ນສັນຍາຂອງພວກເຮົາຕໍ່ເສລີພາບ,
ຄຳໝັ້ນສັນຍາຂອງ ພວກເຮົາຕໍ່ການປະຕິບັດທີ່ເທົ່າທຽມກັນ ຂອງປະຊາຊົນ ໃນ
ທົ່ວໂລກ ແລະ ຂໍ້ຄວາມນັ້ນແມ່ນບໍ່ເຄີຍປ່ຽນແປງ.”

ທ່ານ ທຣຳ ໄດ້ກ່າວປະນາມຄວາມໃຈແຄບ ໃນຂໍ້ຄວາມຂອງທ່ານທີ່ ຂຽນຕໍ່ສາທາລະນະ
ກ່ຽວກັບ ການຊຸມນຸມນັ້ນ, ແຕ່ທ່ານກໍໄດ້ກ່າວວິ ຈານຄຳປາໄສໃນຕອນເລີ່ມຕົ້ນເຊັ່ນກັນ
ເຊິ່ງທ່ານໄດ້ປະຕິເສດ ທີ່ຈະເລືອກເຟັ້ນກຸ່ມຄົນຜິວຂາວຈຳແນກຜິວພັນອື່ນ ແລະ ໄດ້
ກ່າວວ່າ “ຫຼາຍຝ່າຍ” ແມ່ນຜູ້ຮັບຜິດຊອບ ສຳລັບການປະທະກັນ ດ້ວຍຄວາມຮຸນແຮງ
ໃນເມືອງ ຊາລັອດສວິລ.

ເມື່ອຖືກກົດດັນວ່າ ທ່ານໄດ້ແຍກວິໄສທັດຂອງທ່ານ ຕ່າງໄປຈາກ ຂອງທ່ານ ທຣຳ ບໍ່ນັ້ນ,
ທ່ານ Tillerson ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ ເວົ້າແລ້ວ, ຂ້າພະເຈົ້າໄດ້ໃຫ້ຄຳເຫັນ
ສ່ວນຕົວຂອງຂ້າພະເຈົ້າແລ້ວ ກ່ຽວກັບ ຄຸນຄ່າຂອງພວກເຮົາ ເຊັ່ນດຽວກັບໃນຄຳ
ປາໄສ ທີ່ຂ້າພະເຈົ້າ ໄດ້ກ່າວຢູ່ກະຊວງການຕ່າງປະເທດໃນສັບປະດາແລ້ວນີ້.”

ໃນຄຳປາໄສທີ່ໄດ້ກ່າວໃນວັນທີ 18 ສິງຫາ ນັ້ນ, ທ່ານ Tillerson ໄດ້ກ່າວປະນາມ
ການຈຳແນກເຊື້ອຊາດສີຜິວ ແລະ ໄດ້ກ່າວວ່າ “ຄວາມຄຽດຊັງບໍ່ແມ່ນຄ່ານິຍົມຂອງ
ຄົນອາເມຣິກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG