ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການຄືນດີ ທາງການເມືອງ ຢູ່ ປະເທດເຄັນຢາ ແມ່ນບາດກ້າວ ໃນທາງບວກ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ ເຣັກສ໌ ທິລເລີສັນ (ຂວາ) ຍ່າງຄຽງຂ້າງ ປະທານາທິບໍດີເຄັນຢາ ທ່ານອູຮູຣູ ເຄນຢັດຕາ (ຊ້າຍ) ໃນບໍລິເວນ ທຳນຽບປະທານາທິບໍດີ. (ວັນທີ 9 ມີນາ 2018)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ ເຣັກສ໌ ທິລເລີສັນ (ຂວາ) ຍ່າງຄຽງຂ້າງ ປະທານາທິບໍດີເຄັນຢາ ທ່ານອູຮູຣູ ເຄນຢັດຕາ (ຊ້າຍ) ໃນບໍລິເວນ ທຳນຽບປະທານາທິບໍດີ. (ວັນທີ 9 ມີນາ 2018)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວໃນວັນສຸກວານ
ນີ້ວ່າ ການຄືນດີທາງການເມືອງລະຫວ່າງປະທານາທິບໍດີເຄັນຢາ ທ່ານອູຮູຣູ ເຄນຢັດ
ຕາແລະຜູ້ນຳພັກຝ່າຍຄ້ານ ທ່ານຣາຍລາ ໂອດິງກາແມ່ນບາດກ້າວໃນທາງບວກແລະ
ກາາວເພີ້ມອີກວ່າ ສະຫະລັດໃຫ້ການສະໜັບສະໜຸນຕໍ່ລະບົບການເມືອງ ທີ່ຮວມເອົາ ທຸກພັກຝ່າຍ ຂອງປະເທດດັ່ງກ່າວ ແລະປະຊາທິປະໄຕ.

ທ່ານເຄນຢັດຕາ ແລະທ່ານໂອດິງກາ ໄດ້ພົບປະກັນເປັນເທື່ອທຳອິດ ນັບຕັ້ງແຕ່ໄດ້ມີ ການເລືອກຕັ້ງປະທານາທິບໍດີ ທີ່ມີການຖົກຖຽງໂຕ້ແຍ້ງ ໃນລະດູຮ້ອນປີກາຍນີ້ ເພື່ອ
ເລີ້ມ ໃນອັນທີ່ ພວກທ່ານທັງສອງ ເອີ້ນວ່າ ການຊຸກຍູ້ ເພື່ອສ້າງ ຄວາມສາມັກຄີແຫ່ງ ຊາດຮ່ວມກັນ.

ເບິ່ງ: ທ່ານທິລເລີສັນ ກ່າວວ່າ ການຄືນດີ ທາງການເມືອງ ແມ່ນບາດກ້າວ ໃນທາງບວກ

Tillerson: Political Reconciliation in Kenya 'a Very Positive Step'
please wait

No media source currently available

0:00 0:02:22 0:00

ທ່ານທິລລີສັນໄດ້ກ່າວຊົມເຊີຍ ການປະກາດດັ່ງກ່າວ ໃນລະຫວ່າງກອງປະຊຸມຖະແຫຼງ
ຂ່າວຮ່ວມກັບລັດຖະມົນຕີກະຊວງການຕ່າງປະເທດຂອງເຄັນຢາທ່ານນາງມໍນິກາ ຈູມາ ທີ່ນະຄອນຫຼວງໄນໂຣບີ.

ລັດຖະມົນຕີການຕ່າງປະເທດທິລເລີສັນ ກ່າວໃນວັນສຸກວານນີ້ວ່າ “ພວກທ່ານທັງສອງ
ໄດ້ສະແດງໃຫ້ເຫັນ ຄວາມເປັນຜູ້ນຳທີ່ຍິ່ງໃຫຍ່ ໂດຍພົບປະກັນໃນການຕົກລົງ ທີ່ພວກ
ທ່ານ ໄດ້ລົງນາມໃນມື້ນີ້. ສະຫະລັດຫວັງວ່າ ຈະໃຫ້ການສະໜັບສະໜຸນ ຕໍ່ຂັ້ນຕອນ ທີ່
ໄດ້ມີການປະກາດໃນເຊົ້າມື້ນີ້ ເພື່ອສ້າງຄວາມປຸ້ມລຸມສາມັກຄີຢູ່ໃນປະເທດ ແລະແກ້ໄຂ
ບັນຫາຄວາມແຕກແຍກຫຼາຍໆຢ່າງ.”

ປະທານາທິບໍດີເຄັນຢາ ທ່ານອູຮູຣູ ເຄນຢັດຕາ (ຊ້າຍ) ຈັບມືກັບ ຜູ້ນຳຝ່າຍຄ້ານ ທ່ານຣາຍລາ ໂອດິງກາ
ປະທານາທິບໍດີເຄັນຢາ ທ່ານອູຮູຣູ ເຄນຢັດຕາ (ຊ້າຍ) ຈັບມືກັບ ຜູ້ນຳຝ່າຍຄ້ານ ທ່ານຣາຍລາ ໂອດິງກາ

ລັດຖະມົນຕີການຕ່າງປະເທດສະຫະລັດ ຍັງໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງການມີສື່ ມວນຊົນ ທີ່ເປັນອິດສະຫຼະ ສຳລັບລະບອບປະຊາທິປະໄຕ ແລະເວົ້າວ່າ ລັດຖະບານ ບໍ່
ຄວນທີ່ຈະກົດຂີ່ສື່ມວນຊົນ.

ທ່ານທິລເລີສັນກ່າວວ່າ “ພວກເຮົາເຊື່ອວ່າ ຕ້ອງໄດ້ມີການດຳເນີນການ ທີ່ຈຳເປັນຢູ່ໃນ
ເຄັນຢາ ແລະພວກເຂົາເຈົ້າຈຳເປັນຕ້ອງໄດ້ປັບປ່ຽນການເຄື່ອນໄຫວບາງຢ່າງ ເຊັ່ນວ່າ
ການອັດສະຖານີໂທລະພາບ ແລະການຂົ່ມຂູ່ຕໍ່ສານ ທີ່ເປັນອິດສະຫຼະ. ຂ້າພະເຈົ້າຮູ້ດີ
ວ່າເຄັນຢາຖືເອົາເລື່ອງເຫຼົ່ານີ້ຢ່າງຈິງຈັງ. ສື່ມວນຊົນທີ່ເສລີແລະເປັນອິດສະຫຼະແມ່ນມີ
ຄວາມຈຳເປັນເພື່ອໃຫ້ການປົກປ້ອງຄຸ້ມຄອງປະຊາທິປະໄຕ ແລະເຮັດໃຫ້ຊາວເຄັນຢາ
ທຸກໆຄົນມີຄວາມເຊື່ອໝັ້ນ ໃນລັດຖະບານ ຂອງພວກເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG