ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທິລເລີສັນ ແລະ ທ່ານທຣຳ ບໍ່ ‘ສະບາຍໃຈ’ ກ່ຽວກັບ ມາດຕະການລົງໂທດ ຕໍ່ຣັດເຊຍ

ລັດຖະມົນຕີການຕ່າງປະເທດ Rex Tillerson ສະແດງທ່າທີ ໃນຂະນະທີ່ຕອບຄຳຖາມ ຂອງນັກຂ່າວທ່ານນຶ່ງ ໃນລະຫວ່າງ ການພົບປະ ກັບ ລັດຖະມົນຕີການຕ່າງປະເທດ ຂອງກາຕ້າ Sheikh Mohammed bin Abdulrahman Al Thani ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ກໍລະກົດ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ເຮັດໃຫ້ບັນດາ
ນັກຂ່າວ ແປກໃຈຢູ່ທີ່ກະຊວງການຕ່າງປະເທດ ໃນວັນອັງຄານວານນີ້ ດ້ວຍການເຂົ້າ
ຮ່ວມໃນກອງປະຊຸມຖະແຫລງຂ່າວ ປະຈຳວັນ ຂອງພວກເຂົາເຈົ້າ ເປັນເທື່ອທຳອິດ
ໂດຍການນຳສະເໜີ ວິໄສທັດຂອງທ່ານ ກ່ຽວ​ກັບ ນະໂຍບາຍການຕ່າງປະເທດ ຂອງ
ສະຫະລັດ ຕໍ່ ເກົາຫຼີເໜືອ ເວເນຊູເອລາ ຈີນ ພາກຕາເວັນອອກກາງ ຣັດເຊຍ ຢູເຄຣນ
ແລະ ແຫ່ງອື່ນໆລວມຢູ່ໃນຈຸດທີ່ຮ້ອນແຮງຕ່າງໆ.

ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ເຂົ້າຮ່ວມພິທີຕ້ອນຮັບ ຢູ່ທີ່ສະໜາມບິນ Golubovci, ໃກ້ກັບນະຄອນຫຼວງ Podgorica ຂອງປະເທດ Montenegro, ວັນທີ 1 ສິງຫາ 2017. ທ່ານ Pence ຈະເຂົ້າຮ່ວມກອງປະຊຸມສຸດຍອດ Adriatic Charter ຢູ່ໃນປະເທດ Montenegro ທີ່ຫາກໍເປັນສະມາຊິກ ອົງການ NATO ໃໝ່ໆ , ໃນວັນພຸດ ທີ 2 ສິງຫາ.

ເມື່ອມີ​ການຖາມ ກ່ຽວກັບ ສາຍພົວພັນ ຂອງສະຫະລັດ ກັບ ຣັດເຊຍ ຫຼັງຈາກມີຄຳສັ່ງ
ຂອງ ປະທານາທິບໍດີ Vladimir Putin ໃຫ້ຕັດຈຳນວນນັກການທູດຂອງອາເມຣິກາ
ຢູ່ໃນມົສກູ ລົງຢ່າງຫຼວງຫຼາຍນັ້ນ ທ່ານ Tillerson ໄດ້ກ່າວວ່າ ທ່ານໄດ້ເຕືອນ ລັດຖະ
ມົນຕີ ການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຊ້ຳແລ້ວຊ້ຳອີກ ວ່າ ສາຍພົວ
ພັນ ລະຫວ່າງ ສອງປະເທດຂອງພວກເຮົາ ແມ່ນບໍ່ດີເລີຍ ແຕ່ອາດຮ້າຍແຮງຂຶ້ນຕື່ມ
ແລະ ມັນກໍໄດ້ເກີດຂຶ້ນ.

ທ່ານ Tillerson ໄດ້ກ່າວວ່າ ການວາງມາດຕະການລົງໂທດຕື່ມອີກ ຕໍ່ຣັດເຊຍນັ້ນ
ລັດຖະສະພາ ສະຫະລັດ ໄດ້ຮັບຜ່ານ ໂດຍຄະແນນສຽງຢ່າງຖ້ວມລົ້ນ ເມື່ອສັບປະດາ
ແລ້ວນີ້ ແມ່ນບໍ່ “ເປັນປະໂຫຍດ” ໃນທັດສະນະຂອງທ່ານເອງ.

ທ່ານ Tillerson ໄດ້ເວົ້າວ່າ “ບັດນີ້ ການກະທຳໂດຍລັດຖະສະພາ ເພື່ອຈະນຳເອົາ
ມາດຕະ ການລົງໂທດທັງຫຼາຍນັ້ນ ຂຶ້ນມາໃຊ້ ແລະ ໃນທາງທີ່ພວກເພິ່ນໄດ້ເຮັດ
ໄປນັ້ນ ທັງປະທານາ ທິບໍດີ ແລະ ຂ້າພະເຈົ້າ ບໍ່ສະບາຍໃຈເລີຍ ກ່ຽວກັບ ມາດຕະ
ການທັງຫຼາຍ. ພວກເຮົາມີຄວາມ ຊັດເຈນແລ້ວວ່າ ພວກເຮົາບໍ່ຄິດວ່າ ມັນຈະເປັນ
ປະໂຫຍດ ຕໍ່ຄວາມພະຍາຍາມ ຂອງພວກເຮົາ ແຕ່ວ່າ ອັນນັ້ນ ເປັນການຕັດສິນໃຈ
ຂອງພວກເພິ່ນ. ພວກເພິ່ນ ໄດ້ຕັດສິນໃຈໄປແລ້ວ ໃນທາງທີ່ລົ້ນເຫຼືອຫຼາຍ.”

ນັກການທູດຂັ້ນສູງຂອງສະຫະລັດທ່ານນີ້ ໄດ້ກ່າວວ່າ ທ່ານຄິດວ່າ ປະທານາທິບໍດີ
ດໍໂນລ ທຣຳ “ຍອມຮັບ” ການລົງຄະແນນສຽງທີ່ຖ້ວມລົ້ນ ໂດຍລັດຖະສະພາ ແລະ ຈະລົງນາມໃນຮ່າງກົດໝາຍ ເພື່ອໃຫ້ເປັນກົດໝາຍບັງຄັບໃຊ້. ທ່ານ Tillerson ເວົ້າ
ວ່າ “ແລະຕໍ່ຈາກນັ້ນ ພວກເຮົາກໍພຽງຈະປະຕິບັດ​ຕາມ.”

ຮອງປະທານາທິບໍດີ Mike Pence ມີທັດສະນະທີ່ແຕກຕ່າງຢ່າງຊັດເຈນ ກ່ຽວກັບ
ຮ່າງກົດໝາຍມາດຕະການລົງໂທດ ໃນວັນອັງຄານວານນີ້ເມື່ອທ່ານຢູ່ໃນປະເທດ
Georgia ອະດີດ ສາທາລະນະລັດນຶ່ງ​ຂອງໂຊຫວຽດ ເພື່ອທີ່ຈະເຮັດໃຫ້ບັນດາ
ປະເທດເພື່ອນບ້ານ ຂອງຣັດເຊຍ ມີຄວາມໝັ້ນໃຈ ທີ່ມີຄວາມກັງວົນ ນຳນະໂຍບາຍ
ການຂະຫຍາຍຕົວຂອງຣັດເຊຍ ນັ້ນ.

ທ່ານ Pence ໄດ້ກ່າວວ່າ ທ່ານທຣຳ ຈະລົງນາມໃນມາດຕະການລົງໂທດຕ່າງໆ
ໃຫ້ເປັນກົດໝາຍ “ໃນໄວໆນີ້” ແລະ ວ່າ ບັນດາປະເທດ ໃນພາກຕາເວັນອອກ
ຂອງຢູໂຣບ ໂດຍປະກອບມີ ຢູເຄຣນ ບັນດາປະເທດໃນ​ເຂດ​ທະ​ເລ Baltic ແລະ
ປະເທດ Georgia ຄວນເຫັນວ່າ ເປັນຄວາມໝັ້ນໝາຍ​ເພີ່ມຕື່ມ ຂອງອາເມຣິກາ
ເພື່ອຄວາມ​ເປັນເອກກະລາດ ແລະ ອະທິປະໄຕ ຂອງພວກເຂົາເຈົ້າ
.”

Europe US Pence
please wait
Embed

No media source currently available

0:00 0:00:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG