ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Tillerson ກ່າວວ່າ ນັກການທູດ ສຫລ ຢູ່ ຮາວານາ ຖືກໂຈມຕີ ທາງສຸຂະພາບ


ພວກນັກທ່ອງທ່ຽວພາກັນຂີ່ລົດເປີດຫລັງຄາ ສະໄໝເກົ່າ ຂອງ ສະຫະລັດ ຜ່ານສະຖານທູດສະຫະລັດ ໃນນະຄອນຫຼວງຮາວານາ ປະເທດຄິວບາ.
ພວກນັກທ່ອງທ່ຽວພາກັນຂີ່ລົດເປີດຫລັງຄາ ສະໄໝເກົ່າ ຂອງ ສະຫະລັດ ຜ່ານສະຖານທູດສະຫະລັດ ໃນນະຄອນຫຼວງຮາວານາ ປະເທດຄິວບາ.

ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ
ພວກ​ນັກ​ການ​ທູດ​ສະຫະລັດຢູ່​ໃນ​ຄິວ​ບາ ຜູ້​ທີ່​ໄດ້​ຮັບ​ບາດເຈັບຍ້ອນບໍ່ສາມາດ​ໄດ້​ຍິນ
ນັ້ນ ​ປາກົດ​ວ່າເປັນຜູ້​ເຄາະ​ຮ້າຍຈາກ “ການ​ໂຈມ​ຕີ​ດ້ານ​ສຸຂະ ພາບ.”

ກາ​ນາ​ດາ​ໄດ້​ເປີ​ດ​ເຜີຍ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້​ວ່າ ຢ່າງ​ໜ້ອຍ​ນັກ​ການ​ທູດ​ຂອງ​ຕົນ
​ຄົນ​ນຶ່ງ​ຢູ່​ຄິວ​ບາ ກໍ​ໄດ້​ຮັບ​ການ​ປິ່ນປົວ ຍ້ອນບໍ່​ໄດ້​ຍິນ.

ຍັງບໍ່ເປັນ​ທີ່​ຈະແຈ້​ງ​ໃນ​ທັນໃດ​ເທື່ອ​ວ່າ ມີ​ນັກ​ການ​ທູດ​ສະຫະລັດ​ຫລາຍປານ​ໃດໄດ້​ຮັບ
​ຜົນ​ກະທົບ​ຈາກ​ການ​ໂຈມ​ຕີ​ແບບ​ນີ້.

ລັດຖະມົນຕີ​ Tillerson ​ກ່າວ​ວ່າ ສະຫະລັດ ຖື​ວ່າ “ພວກ​ເຈົ້າ​ໜ້າ​ທີ່​ຄິວ​ບາເປັນຜູ້ຮັບ
ຜິດຊອບ ໃນ​ການຊອກຫາ​ວ່າ ​ແມ່ນ​ໃຜ​ເປັນ​ຜູ້ທຳ​ການ​ໂຈມ​ຕີໃນດ້ານສຸຂະພາບ ບໍ່​ພຽງ
​ແຕ່ຕໍ່​ບັນດາ​ນັການທູດ​ຂອງ​ພວກ​ເຮົາ ດັ່ງ​ທີ່​ທ່ານໄດ້ເຫັນ ມີ​ຫລາຍກໍ​ລະນີ​ທີ່​ເກີດ​ຂຶ້ນ​ກັບ
​ພວກ​ນັກການທູດ​ຄົນ​ອື່ນໆເຊັ່ນ​ກັນ."

ຄິວ​ບາ ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ໃນ​ຕົ້ນ​ອາທິດ​ນີ້​ວ່າ “ຄິວ​ບາ​ບໍ່​ເຄີຍ​ອະນຸ​ຍາດ ຫລື
ຈະ​ອະນຸ​ຍາດ ​ໃຫ້​ດິນແດນ​ຂອງ​ຄິວ​ບາ ຖືກໃຊ້​ເປັນ​ບ່ອນ​ກະທຳການ​ໃດໆ ຕໍ່ ​ບັນດາ​
ເຈົ້າ​ໜ້າ​ທີ່​ການ​ທູດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງຫລືຄອບຄົວ​ຂອງ​ຂອງ​ເຈົ້າ ​ໂດຍ ບໍ່​ມີ​ການ​
ຍົກ​ເວັ້ນ.”

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ເສຍ​ຄວາມ​ສາມາດ​ໃນ​ການໄດ້​ຍິນ ປາກົດ​ວ່າ​ພົວພັນ​ກັບ
​ການ​ໃຊ້​ເຄື່ອງມືໃນ​ດ້ານສຽງ​ຢ່າງ​ໃດ​ຢ່າງ​ນຶ່ງ.

ທ່ານ John Caulfield ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງຜົນ​ປະໂຫຍ​ດສະຫະລັດ ຢູ່​ໃນ​ຄິວ​
ບາ​ ​ແຕ່​ປີ 2011 ຫາປີ 2016 ກ່າວ​ຕໍ່​ອົງການ​ຂ່າວ AP ວ່າ ທ່ານ​ເຊື່ອ​ວ່າ ຫູທີ່ໜວກ
ຂອງບັນ​ດາ​ນັກ​ການ​ທູດ ມີ​ທ່າ​ທາງ​ວ່າ​ ເປັນຜົນຈາກເທັກ​ນິກ​ໃນ ການ​ສອດ​ແນມ​ແບບ
​ໃໝ່ ​ເກິ​ດຜິດ​ພາດ ທີ່​ໄດ້​ຕິດຕາ​ມມານັ້ນ.” ທ່ານ​ກ່າວ​ວ່າ "ຂ້າພະ​ເຈົ້າ​ບໍ່​ເຊື່ອ​ວ່າ ​ເຈົ້າໜ້າ​
ທີ່ຄິວ​ບາ ຈະ​ສາມາດ​ເຮັດ​ໃຫ້​ຜູ້​ຄົນ​ຕ່າງ​ໆເຫລົ່າ​ນີ້ ຕົກ​ຢູ່​ໃນ​ອັນຕະລາຍ​ໄດ້."

ບັນດາ​ນັກການ​ທູດ​ສະຫະລັດ ​ໄດ້​ເລີ້ມມີ​ອາການ​ສູນ​ເສຍ​ຄວາມ​ສາມາດ​ໃນ​ການໄດ້​ຍິນ
​ໃນ​ປີ 2016 ​ແຕ່​ວ່າການ​ເຈັບ​ປ່ວຍ​ເຫຼົ່ານີ້ຖືກ​ມອງ​ກັນ​ວ່າ​ເປັນບັນຫາ​ສຸຂະ ພາບ​ຕາມ​ທຳ​
ມະ​ດາ​ ​ແລະ​ບໍ່​ແມ່ນ​ການ​ໂຈມ​ຕີ​ຕໍ່​ສຸຂະພາບ.

ພວກນັການທູດ ​ແລະ​ນັກ​ວິ​ເຄາະ​ນະ​ໂຍບາຍ​ຕ່າງປະ​ເທດ ກ່າວ​ວ່າ ບໍ່​ເປັນ​ຜົນ​ດີຫຍັງ
​ເລີຍ​ສຳລັບ​ຄິວ​ບາ ທີ່​ຈະ​ທຳການ​ໂຈມ​ຕີ​ທາງດ້ານ​ສຸຂະພາບຕໍ່​ພວກ​ນັກ​ການ​ທູດ ​ໃນ​”
ເວ​ລາ​ທີ່ຄວາມ​ສຳພັນ ລະຫວ່າງ ຄິວ​ບາ ​ກັບສະຫະລັດ ​ໄດ້ກ້າວ​ເຂົ້າສູ່"​ສະພາບປົກ
ກະຕິ"

ທ່ານ John Caulfield ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງຜົນ​ປະໂຫຍ​ດສະຫະລັດ ຢູ່​ Caracas​ ປີ 2010.
ທ່ານ John Caulfield ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງຜົນ​ປະໂຫຍ​ດສະຫະລັດ ຢູ່​ Caracas​ ປີ 2010.

ພາຍ​ໃຕ້​ລັດຖະບານທ່ານ Obama. ​ຍິ່ງໄປ​ກວ່່ານັ້ນ ກາ​ນາ​ດາ​ເປັນ​ຄູ່ການ​ຄ້າ​ກັບ​ຄິວ​
ບາ​ທີ່​ໃຫຍ່​ສຸດ ​ແລະຍັງ​ເປັນ​ແຫຼ່ງທີ່​ມາ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ສຸດນຳ​ດ້ວຍ.

ທ່ານ William LeoGrande ຜູ້​ຊ່ຽວຊານຂອງ​ມະຫາວິທະຍາ​ໄລ​ອາ​ເມຣິກັນ ກ່ຽວກັບ
ນະ​ໂຍບາຍ​ຕ່າງປະ​ເທດຂອງຄິວ​ບາກ່າວວ່າ “ບໍ່​ມີ​ເຫດຜົນ​ເລີຍທີ່ເຈົ້າໜ້າທີ່​ຄິວ​ບາ ຈະ
ພະຍາຍາມດ້ວຍ​ຄວາມ​ຕັ້ງ​ໃຈ​ ​ເພື່ອ​ເຮັດ​ໃຫ້​ບັນດາ​ນັກ​ການ​ທູດ​ສະຫະລັດແລະ​ກາ​ນາ​ດາ
ໄດ້​ຮັບ​ອັນຕະລາຍ ມັນເປັນ​ເລື່ອງ ​ທີ່​ບໍ່​ເຄີຍເກີດ​ຂຶ້ນ​ມາ​ກ່ອນ."​

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG