ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ Tillerson ຢ້ຽມຢາມ ປາກິສຖານ ເພື່ອ ຊຸກຍູ້ ໃຫ້ເອົາບາດກ້າວ ຕໍ່ຕ້ານຜູ້ກໍ່ການຮ້າຍ ເພີ່ມຕື່ມ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ຈັບມືກັບນາຍົກລັດຖະມົນຕີປາກິສຖານ ທ່ານ Shahid Khan Abbasi ກ່ອນໜ້າ ກອງປະຊຸມ ທີ່ທຳນຽບນາຍົກ ຢູ່ນະຄອນຫຼວງ Islamabad, ປາກິສຖານ, 24 ຕຸລາ 2017.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ຈັບມືກັບນາຍົກລັດຖະມົນຕີປາກິສຖານ ທ່ານ Shahid Khan Abbasi ກ່ອນໜ້າ ກອງປະຊຸມ ທີ່ທຳນຽບນາຍົກ ຢູ່ນະຄອນຫຼວງ Islamabad, ປາກິສຖານ, 24 ຕຸລາ 2017.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້ໄປຢ້ຽມຢາມ
ປາກິສຖານ ໃນວັນອັງຄານມື້ນີ້ ເພື່ອພົບປະກັບພວກຜູ້ນຳ ແລະເນັ້ນຢ້ຳ ເຖິງທ່າທີ
ຂອງລັດຖະບານຂອງທ່ານທຣຳ ທີ່ວ່າ ພວກເຂົາເຈົ້າຈຳເປັນຕ້ອງໄດ້ເອົາບາດກ້າວ
ເພີ້ມຂຶ້ນຕໍ່ຕ້ານກຸ່ມຕາລີບານ ແລະກຸ່ມຫົວຮຸນແຮງອື່ນໆ ທີ່ມີຖານປະຕິບັດງານ
ຢູ່ໃນປະເທດດັ່ງກ່າວ.

ທ່ານ Tillerson ໄດ້ກ່າວ ໃນຕອນທີ່ທ່ານໄດ້ຢຸດແວ່ ຢູ່ອາຟການິສຖານວ່າ
“ຂ້າພະເຈົ້າຄິດວ່າ ປາກິສຖານຈຳເປັນຕ້ອງໄດ້ກະທຳເຊັ່ນນັ້ນ ຄືການເປີດຫູ
ເປີດຕາໃຫ້ເຫັນຢ່າງແຈ່ມແຈ້ງເຖິງສະຖານະການ ທີ່ພວກເຂົາເຈົ້າປະເຊີນຢູ່ ເມື່ອເວົ້າເຖິງຈຳນວນ ຂອງອົງການກໍ່ການຮ້າຍ ທີ່ມີບ່ອນຫລົບລີ້ ໃນປາກິສຖານ.”

ທ່ານໄດ້ກ່າວວ່າ ສາຍພົວພັນສະຫະລັດ ກັບປາກິສຖານ ຈະຂຶ້ນຢູ່ກັບວ່າ ປາກິສ
ຖານຈະເອົາບາດກ້າວຢ່າງໃດ ແລະຈຸດປະສົງ ໃນການສ້າງໂອກາດເພື່ອໃຫ້ມີ
ສັນຕິພາບແລະສະຖຽນລະພາບ ທັງໃນທີ່ນັ້ນ ແລະໃນອັຟການິສຖານ.

ປາກິສຖານ ໄດ້ຮັບຮູ້ວ່ າຕົນໄດ້ມີອິດທິພົນກັບກຸ່ມຕາລີບານ ແຕ່ວ່າ ຕົນບໍ່ໄດ້
ຄວບຄຸມການເຄື່ອນໄຫວ ຫຼື ຜູ້ນຳພວກເຂົາ.

ລັດຖະມົນຕີສະຫະລັດ ທ່ານ Rex Tillerson, ຊ້າຍ, ນັ່ງສົນທະນາກັບ ປະທານາທິບໍດີ Ashraf Ghani ກ່ອນກອງປະຊຸມ, ທີ່ສະໜາມບິນ Bagram, ອັຟການິສຖານ, 23 ຕຸລາ 2017.
ລັດຖະມົນຕີສະຫະລັດ ທ່ານ Rex Tillerson, ຊ້າຍ, ນັ່ງສົນທະນາກັບ ປະທານາທິບໍດີ Ashraf Ghani ກ່ອນກອງປະຊຸມ, ທີ່ສະໜາມບິນ Bagram, ອັຟການິສຖານ, 23 ຕຸລາ 2017.

ທ່ານ Tillerson ແມ່ນຢູ່ໃນການຢ້ຽມຢາມຫຼາຍໆປະເທດ ທີ່ຮວມທັງການຢຸດແວ່
ທີ່ບໍ່ ປະກາດໃຫ້ຊາບໃນວັນຈັນວານນີ້ ຢູ່ອີຣັກ ໃນການພົບປະກັບນາຍົກລັດຖະມົນຕີ
Haider al-Abadi ແລະໃນອັຟການິສຖານ ບ່ອນທີ່ທ່ານໄດ້ສົນທະນາກ່ຽວກັບແຜນ
ຍຸດທະສາດສະຫະລັດ ສຳຫຼັບເອເຊຍໃຕ້ ກັບປະທານາທິບໍດີອັຟການິສຖານ ທ່ານ
Ashraf Ghani ແລະເຈົ້າໜ້າທີ່ອາວຸໂສອື່ນໆ ທີ່ຖານທັບອາກາດ Bagram ນອກ
ນະຄອນ Kabul.

“ຂ້າພະເຈົ້າຄິດວ່າ ສະຫະລັດ ໄດ້ເປັນທີ່ແຈ່ມແຈ້ງ ເຖິງການໃຫ້ການສະໜັບສະໜຸນ
ອັຟການິສຖານ ສົ່ງເສີີມເພື່ອໃຫ້ມີອະທິປະໄຕ ປົກຄອງຕົນເອງ ທ້ອນໂຮມແລະເພື່ອ ປະຊາທິປະໄຕໃນອັຟການິສຖານ ບຸກລະດົມເສັ້ນທາງສູ່ສັນຕິພາບ, ຄວາມຈະເລີນ
ຮຸ່ງເຮືອງ ແລະກຸ້ມຕົນເອງ. ມັນແມ່ນຂໍ້ບັງຄັບທີ່ວ່າ ສຸດທ້າຍແລ້ວພວກເຮົາ ກໍປະຕິ
ເສດຕໍ່ການໃຫ້ບ່ອນຫລົບລີ້ກຸ່ມກໍ່ການຮ້າຍໃດໆ ຫຼື ພວກຫົວຮຸນແຮງຂອງທຸກພາກ
ສ່ວນໃນໂລກ,”
ຊຶ່ງທ່ານ Tillerson ໄດ້ກ່າວໄວ້ເຊັ່ນນັ້ນ.

ທ່ານ Ghani ກ່າວວ່າ ແຜນຍຸດທະສາດອັນໃໝ່ຂອງສະຫະລັດ ໄດ້ນຳມາຊຶ່ງຄວາມ
ປ່ຽນ ແປງໄປໃນທາງບວກຕໍ່ຂົງເຂດ ແລະຍັງໄດ້ກ່າວວ່າ “ພວກຜູ້ຄອງປະເທດທັງຫຼາຍ
ຄວນຈະຮັບຜິດຊອບຢ່າງຈິງຈັງ,”
ອີງຕາມຖະແຫຼງການສະບັບນຶ່ງຂອງທຳນຽບປະທາ
ນາທິບໍດີ.

ສະຫະລັດ ແລະອັຟການິສຖານ ແມ່ນໄດ້ກ່າວຫາກຸ່ມຕາລີບານໃນອັຟການິສຖານ
ໂດຍສະເພາະ ຕາໜ່າງ Haqqani ທີ່ມີບ່ອນຫລົບລີ້ໃນປາກິສຖານ. ແຕ່ Islamabad
ກ່າວວ່າ ຕົນ ໄດ້ກວດລ້າງບ່ອນຫລົບລີ້ຂອງພວກຫົວຮຸນແຮງ ໃນຂົງເຂດຊົນເຜົ່າທີ່
ບໍ່ມີກົດໝາຍ ໃນບໍລິເວນຊາຍແດນຕິດັບອັຟການິສຖານ ຜ່ານການປະຕິບັດງານ
ທາງທະຫານ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG