ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ຢືນຢັນ ໃນ “ຄວາມໝັ້ນອົກໝັ້ນໃຈ” ຕໍ່ ລມຕ ທີລເລີຊັນ ຫຼັງຈາກຂ່າວນອງນັນ

US Tillerson
please wait
Embed

No media source currently available

0:00 0:01:11 0:00

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຢືນຢັນອີກເທື່ອນຶ່ງ ໃນ “ຄວາມໝັ້ນອົກໝັ້ນໃຈ”
ຂອງທ່ານຕໍ່ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ບໍ່ເທົ່າໃດຊົ່ວໂມງ
ຫຼັງຈາກທີ່ເລື່ອງລາວ ກ່ຽວກັບຄວາມເຄັ່ງຕຶງ ລະຫວ່າງ ພວກທ່ານທັງສອງ ແພ່ສະພັດ
ອອກໄປ ທີ່ໄດ້ສ້າງຄວາມສົນໃຈ ໃຫ້ແກ່ມະຫາຊົນນັ້ນ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນຂະນະທີ່ ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ ແລະ ແລະ ໝໍຜ່າຕັດ John Fildes ຢືນຟັງ ຢູ່ທີ່ ສູນການແພດ ມະຫາວິທະຍາໄລ ທ່ານ ທຣຳ ໄດ້ພົບປະ ກັບ ບັນດາຜູ້ລອດຊີວິດ ຈາກການຍິງສັງຫານໝູ່, ວັນທີ 4 ຕຸລາ 2017, ໃນນະຄອນ ລາສ໌ ເວກັສ.

ທ່ານທຣຳ ໄດ້ກ່າວ ຫຼັງຈາກທີ່ໄດ້ຢ້ຽມຢາມ ໂຮງໝໍແຫ່ງນຶ່ງ ໃນນະຄອນລາສ ເວກັສ
ລັດເນວາດາ ເພື່ອສະແດງຄວາມເສຍໃຈ ຕໍ່ພວກເຄາະຮ້າຍ ຈາກການຍິງສັງຫານໝູ່.
ຄຳເຫັນຂອງທ່ານ ໄດ້ມີຂຶ້ນ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ ທ່ານ Tillerson ໄດ້ໂຕ້ແຍ້ງ
ຕໍ່ລາຍງານ ທີ່ວ່າ ທ່ານແມ່ນໃກ້ ທີ່ຈະລາອອກຈາກຕຳແໜ່ງແລ້ວ.

ທ່ານ Tillerson ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ກ່ອນອື່ນ ຄວາມໝັ້ນໝາຍຂອງ
ຂ້າພະເຈົ້າ ແມ່ນເພື່ອເຮັດໃຫ້ ປະທານາທິບໍດີຂອງພວກເຮົາ ປະສົບຜົນສຳເລັດ
ແລະ ປະເທດຂອງພວກເຮົາ ແມ່ນເຂັ້ມແຂງຂຶ້ນ ຫຼາຍກວ່າ ທີ່ເຄີຍເປັນ ໃນມື້ທີ່
ຂ້າພະເຈົ້າ ໄດ້ຮັບຂໍ້ສະເໜີຂອງທ່ານ ເພື່ອຮັບໜ້າທີ່ເປັນລັດຖະມົນຕີການຕ່າງ
ປະເທດນັ້ນ.”

ຊົມວີດີໂອ ທ່ານ ທີລເລີຊັນ ກ່າວ ກ່ຽວກັບ ຖານະເປັນລັດຖະມົນຕີການຕ່າງປະເທດ

Tillerson Denies Resignation Rumors
please wait

No media source currently available

0:00 0:00:27 0:00

ຫຼັງຈາກ ໃຫ້ລາຍລະອຽດ ກ່ຽວກັບສິ່ງ ທີ່ທ່ານໄດ້ອະທິບາຍວ່າ ເປັນຄວາມສຳເລັດ
ຕ່າງໆ ໃນນະໂຍບາຍການຕ່າງປະເທດຈຳນວນນຶ່ງ ຂອງປະທານາທິບໍດີ ແລະ
ຄະນະລັດຖະບານຂອງທ່ານ ຊຶ່ງ ທ່ານໄດ້ອະທິບາຍວ່າ ເປັນການເຮັດວຽກຮ່ວມກັນ
ແບບທີມງານ ທ່ານ Tillerson ໄດ້ປະຕິເສດວ່າ ທ່ານເກືອບຈະລາອອກ ຈາກຕຳແໜ່ງ
ໃນເດືອນກໍລະກົດ.

ທ່ານ Tillerson ໄດ້ກ່າວວ່າ “ເພື່ອທີ່ຈະແກ້ໄຂເລື່ອງສະເພາະເຈາະຈົງໜ້ອຍນຶ່ງ
ຮອງປະທານາທິບໍດີ ບໍ່ເຄີຍໄດ້ຊັກຊວນ ໃຫ້ຂ້າພະເຈົ້າ ຢູ່ຕໍ່ໄປ ເພາະວ່າ ຂ້າພະເຈົ້າ
ບໍ່ເຄີຍຄິດວ່າ ຈະອອກຈາກຕຳແໜ່ງນີ້ເລີຍ.”

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມ ເພັສ ກ່າວໃນລະຫວ່າງ ກອງປະຊຸມ ລະດັບສູງ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ກ່ຽວກັບພາລະກິດ ການຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ , ຢູ່ທີ່ ສຳນັກງານໃຫຍ່ ຂອງ ສປຊ, ໃນນະຄອນ ນິວ ຢອກ, ວັນທີ 20 ກັນຍາ 2017, ໃນຂະນະທີ່ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ ທ່ານນາງ ນິກກີ ເຮລີ ແນມເບິ່ງຢູ່.

ທ່ານ Tillerson ໄດ້ກ່າວຖະແຫລງ ໃນວັນພຸດວານນີ້ ຕໍ່ບັນດານັກຂ່າວປະຈຳ ກະຊວງ
ການຕ່າງປະເທດ ວັນດຽວກັນກັບທີ່ໂທລະພາບ NBC ໄດ້ລາຍງານ ວ່າ ລັດຖະມົນຕີ
ການຕ່າງປະເທດ ແມ່ນ “ໃກ້ທີ່” ຈະລາອອກ ໃນຕົ້ນປີນີ້ ຫຼັງຈາກ ມີຄວາມເຄັ່ງຕຶງ
ມາໄດ້ຫຼາຍເດືອນ ແລະ ໄດ້ມີລາຍງານເຖິງຄວາມອຸກໃຈ ກັບປະທານາທິບໍດີ ທຣຳ
ແລະ ພຽງຢູ່ຕໍ່ໄປ ຍ້ອນການຮຽກຮ້ອງ ຂອງຮອງປະທານາທິບໍດີ Mike Pence
ເທົ່ານັ້ນ.

ປະທານາທິບໍດີ ດໍໂນລ ທຣຳ (ຂວາ) ແລະ ລັດຖະມົນຕີການຕ່າງປະເທດ ທ່ານ ເຣັກສ໌ ທີລເລີຊັນ ເຫັນໄດ້ວ່າ ກຳລັງປະຊຸມກັບຄະນະລັດຖະບານ, ຢູ່ທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 12 ຕຸລາ 2017.
ປະທານາທິບໍດີ ດໍໂນລ ທຣຳ (ຂວາ) ແລະ ລັດຖະມົນຕີການຕ່າງປະເທດ ທ່ານ ເຣັກສ໌ ທີລເລີຊັນ ເຫັນໄດ້ວ່າ ກຳລັງປະຊຸມກັບຄະນະລັດຖະບານ, ຢູ່ທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 12 ຕຸລາ 2017.

ໃນການກ່າວຖະແຫລງ ເມື່ອຕອນແລງວັນພຸດວານນີ້ ຢູ່ໃນນະຄອນ ລາສ ເວກັສ
ທ່ານປະທານາທິບໍດີ ໄດ້ກ່າວວ່າ ທ່ານ ໄດ້ “ຮັບກຽດເປັນຢ່າງສູງ” ຈາກຄຳເຫັນ
ຂອງທ່ານ Tillerson ແລະ ໄດ້ເອີ້ນລາຍງານຂອງໂທລະພາບ NBC ວ່າ “ຂ່າວປອມ.”

ລາຍງານຂ່າວ ຂອງໂທລະພາບ NBC ຍັງໄດ້ກ່າວວ່າ ທ່ານ Tillerson ໄດ້ເອີ້ນ
ທ່ານທຣຳວ່າ ເປັນຄົນ “ປັນຍາອ່ອນ” ຫຼັງຈາກທີ່ພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ
ຄົນອື່ນໆ ຢູ່ທີ່ທຳນຽບຫ້າແຈ ໃນເດືອນກໍລະກົດຜ່ານມາ.

ເມື່ອຖືກຖາມກ່ຽວກັບ ຄຳເຫັນດັ່ງກ່າວ ໃນວັນພຸດວານນີ້ ທ່ານ Tillerson ບໍ່ໄດ້
ປະຕິເສດເລີຍ.

ຊົມວີດີໂອ ທ່ານ ທີລເລີຊັນ ກ່າວ ກ່ຽວກັບ ລາຍງານ ວ່າ 'ຜິດພາດ'

Tillerson Addresses Rumors, 'Erroneous' Reports
please wait

No media source currently available

0:00 0:01:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG