ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ທິລເລີຊັນ ພົບປະ ທູດພິເສດ ຈາກກາຕ້າ ແລະຄູເວດ ກ່ຽວກັບ ວິກິດການ ອາ່ວເປີເຊຍ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ Rex Tillerson ໂບກມືປະຕິເສດທີ່ຈະຕອບຄຳຖາມຂອງສື່ມວນຊົນ ຫຼັງຈາກທີ່ຈັບມື ກັບ ລັດຖະມົນຕີການຕ່າງປະເທດ ຂອງກາຕ້າ Sheikh Mohammed bin Abdulrahman Al Thani, ວັນທີ 27 ມິຖຸນາ 2017.
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ Rex Tillerson ໂບກມືປະຕິເສດທີ່ຈະຕອບຄຳຖາມຂອງສື່ມວນຊົນ ຫຼັງຈາກທີ່ຈັບມື ກັບ ລັດຖະມົນຕີການຕ່າງປະເທດ ຂອງກາຕ້າ Sheikh Mohammed bin Abdulrahman Al Thani, ວັນທີ 27 ມິຖຸນາ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ພົບປະກັບບັນດາ
ເຈົ້າໜ້າທີ່ລະດັບສູງ ຂອງກາຕາ ແລະ ຄູເວດ ໃນວັນອັງຄານມື້ວານນີ້ ເພື່ອພະຍາຍາມ
ຫາ​ທາງຈະຊ່ອຍໄກ່ເກ່ຍ ໃຫ້ຍຸຕິການປະເຊີນໜ້າກັນລະຫວ່າງ ກາຕ້າ ກັບ ບັນດາ
ປະເທດເພື່ອນບ້ານໃນອ່າວເປີເຊຍ ທີ່ກຳລັງທະວີຄວາມ​ຮ້າຍ​ແຮງຂຶ້ນຢູ່ນັ້ນ.

ສາມສັບປະດາ ຫຼັງຈາກ ຊາອຸດີ ອາຣາເບຍ ແລະ ປະເທດອາຣັບອື່ນໆ ໄດ້ວາງ
ມາດຕະການຂວ້ຳ​ບາດດ້ານການຄ້າແລະດ້ານການທູດຕໍ່ກາຕ້າ ຊຶ່ງທ່ານ Tillerson
ໄດ້ຈັດໃຫ້ມີການເຈລະຈາ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ ກັບ Sheik Mohammed
bin Abdulrahman Al Thani ລັດຖະມົນຕີກາຕ່າງປະເທດ ຂອງກາຕ້າ ທີ່ເປັນ
ພັນທະມິດທີ່ໜຽວແໜ້ນ ຂອງອາເມຣິກາ.

ນັກການທູດສະຫະລັດ ລະດັບສູງ ທ່ານນຶ່ງ ໄດ້ຮຽກຮ້ອງໃຫ້ມີການປຶກສາຫາລືກັນ
ພາຍໃນກຸ່ມປະເທດຢູ່ໃນອ່າວເປີເຊຍ ອັນເປັນແນວທາງທີ່ດີທີ່ສຸດ ເພື່ອພະຍາຍາມ
ຈະບັນລຸຂໍ້ຕົກລົງທາງດ້ານການທູດ ​ແກ້​ໄຂຂໍ້ຂັດແຍ້ງລະຫວ່າງກັນ. ເຖິງຢ່າງໃດ
ກໍຕາມ ຊາອຸດີ ອາຣາເບຍ ບາຫ໌ເຣນ ອີຈິບ ແລະ ສະຫະລັດ ອາຣັບເອເມີເຣັສ ບໍ່ໄດ້
ສະແດງຄວາມເຕັມໃຈ ທີ່ຈະຫລຸດຜ່ອນຂໍ້ຮຽກຮ້ອງ 13 ຂໍ້ຂອງພວກຕົນ ​ເພື່ອໃຫ້
ກາຕ້າ ຫລຸດລະດັບສາຍພົວພັນ ຂອງຕົນກັບອີຣ່ານ ລົງ ແລະ ໃຫ້ປິດເຄືອຂ່າຍ
ອົງການຂ່າວ Al Jazeera ທີ່ໄດ້ຮັບການສະໜັບສະໜູນທາງດ້ານການເງິນ
ໂດຍກາຕ້າ.

ທ່ານ Tillerson ໄດ້ພົບປະກັບ ລັດຖະມົນຕີ ຮັບຜິດຊອບກິດຈະການ ຄະນະ
ລັດຖະບານ ແລະ ວ່າການແທນ ນາຍົກລັດຖະມົນຕີ ຖະແຫລງຂ່າວ ຂອງ ຄູເວດ
Sheik Mohammad Abdullah Al-Sabah ຕາມທີຫຼັງໃນວັນອັງ ຄານວານນີ້
ແລະ ໄດ້ຢືນຢັນຕື່ມ ການສະໜັບສະໜູນ ອັນເຂັ້ມແຂງຂອງທ່ານ ຕໍ່ຄວາມພະຍາ
ຍາມຂອງຄູເວດ ເພື່ອໄກ່ເກ່ຍ ຂໍ້ຂັດແຍ້ງລະຫວ່າງ ກາຕ້າແລະ ບັນດາປະເທດ
ໃນອ່າວເປີເຊຍ ນຳໜ້າໂດຍ ຊາອຸດີ ອາຣາເບຍ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ແລະ ຜູ້ຢ້ຽມຢາມ ຈາກຄູເວດ ໄດ້ເນັ້ນໜັກ
ເຖິງຄວາມຈຳເປັນ ທີ່ຈະໃຫ້ທຸກພັກຝ່າຍໃຊ້ຄວາມຍັບຍັ້ງ ເພື່ອອຳນວຍ ​ໃຫ້ການປຶກ
ສາຫາລືທາງດ້ານການທູດ ​ເກີດ​ດອກ​ອອກ​ຜົນ. ພວກເພິ່ນຍັງໄດ້ຕົກລົງເຫັນດີ ຕໍ່ການ
ຢຸດຢັ້ງການກໍ່ການຮ້າຍ ແລະ ການປະເຊີນໜ້າກັບລັດທິຫົວຮຸນແຮງ ຄວນຈະເປັນ
ຄວາມຮັບຜິດຊອບນຳກັນ ແລະ ເປັນການເພັ່ງເລັງອັນດັບນຶ່ງ ຂອງທຸກໆປະເທດ
ຢູ່ໃນຂົງເຂດຂອງອ່າວເປີເຊຍ.

Analysts: Trump, Tillerson Diverge on Qatar Crisis Focus
please wait

No media source currently available

0:00 0:02:04 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG