ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ທິລເລີສັນ ຈະໄປຢ້ຽມຢາມ ລອນດອນ ໃນອາທິດໜ້າ


ລມຕ ສະຫະລັດ ທ່ານທິລເລີສັນ ກ່າວຕໍ່ກອງປະຊຸມນັກຂ່າວ ລະຫວ່າງກອງປະຊູມບັນດາລັດຖະມົນຕີ ກ່ຽວກັບຄວາມໝັ້ນຄົງ ທີ່ນະຄອນແວນກູເວີ ປະເທດການາດາ.
ລມຕ ສະຫະລັດ ທ່ານທິລເລີສັນ ກ່າວຕໍ່ກອງປະຊຸມນັກຂ່າວ ລະຫວ່າງກອງປະຊູມບັນດາລັດຖະມົນຕີ ກ່ຽວກັບຄວາມໝັ້ນຄົງ ທີ່ນະຄອນແວນກູເວີ ປະເທດການາດາ.

ລັດຖະມົນ​ຕີ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ​ເຣັກ​ສ໌ ​ທິລ​ເລີ​ສັນ ກ່າວ​ວ່າ​ ທ່ານຫວັງ​ວ່າ​ຈະ​ໄປຢ້ຽມຢາມ​ສະຖານທູດ​ສະຫະລັດແຫ່ງໃໝ່ ທີ່ນະຄອນ​ຫລວງ​ດອນ ນຶ່ງ​ອາທິດ​ຫລັງ​
ຈາກ ປະທານາທິບໍດີ ດໍ​ໂນ​ລ ທຣຳ ​ໄດ້​ປະຕິ​ເສດ​ທີ່​ຈະ​ໄປ​ຮ່ວມ​ພິທີ​ເປີດ.

ທ່ານ​ທິລ​ເລີສັນ ​ຈະ​ໄປ​ນະຄອນຫຼວງ​ລອນ​ດອນ ​ໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້ ຊຶ່ງຈະ​ເປັນ​
ບ່ອນ​ເລີ້ມ​ຕົ້ນ ໃນ​ການ​ເດີນທາງໄປ​ຢ້ຽມຢາມ​ຢູ​ໂຣບ​ເປັນ​ເວລາແປດ​ວັນ. ​ແຕ່ໂຄສົກ​ກະ
ຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ​ແຮ​ເຕີ ນາວ​ເອີ​ດທ໌ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ
ພະຫັດ​ວານ​ນີ້​ວ່າ ຈະບໍ່​ມີ​ພິທີຕັດ​ແຖບຜ້າກຳນົດ​ໄວ້​ສຳລັບ ​ການ​ຢ້ຽມຢາມ​ຂອງ​ທ່ານ​ທິລ
​ເລີ​ສັນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ນາງ​ກ່າວ​ວ່າ ທ່ານ​ທິລ​ເລີ​ສັນ​ໄດ້​ມີ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ ລັດຖະ
ມົນຕີ​ຕ່າງປະ​ເທດ​ອັງກິດ ທ່ານ​ບໍຣິສ ຈອນ​ສັນ ​ແລະ​ທີ່​ປຶກສາ​ຄວາມ​ໝັ້ນ ຄົງ​ແຫ່ງ​ຊາດ
ທ່ານ​ມາກ ​ເຊັດ​ວີ​ລ ​ເພື່ອ​ຫາລື ກ່ຽວກັບ​ບັນຫາຕ່າງໆ​ ທີ່ທັງສອງ ຝ່າຍຕ່າງກໍ​ເປັນ​ຫ່ວງຢູ່
ໃນ​ທົ່ວ​ໂລກ ຮວມທັງ​ອີຣ່ານ ຊີ​ເຣຍ ລີ​ເບຍ ​ເກົາຫຼີ​ເໜືອ ​ແລະ​ຢູ​ເຄຣນ.

ໃນວັນ​ສຸກແລ້ວນີ້ ປະທານາທິບໍດີ​ທຣໍາ​ໄດ້​ຍົກເລີກ​ແຜນທີ່​ຈະໄປ​ເປີດສະຖານທູດ ​ໃນ​
ເດືອນ​ກຸມພາ ​ໂດຍ​ກ່າວ​ວ່າ ທ່ານ​ບໍ່​ຕ້ອງການ​ຍື່ນ​ມື​ໃຫ້ການ​ສະໜັບສະໜູນ​ຂໍ້​ຕົກລົງ​ທີ່
“ບໍ່​ດີ” ທີ່​ທ່ານໄດ້ກ່າວ​ອ້າງ​ຢ່າງຜິດ​ພາດວ່າໄດ້​ຕົກລົງ​ໂດຍລັດຖະບານ​ ທ່ານໂອ​ບາ​ມາ.
ການ​ຕັດສິນ​ໃຈ​ທີ່​ຈະ​ຂາຍ​ສະຖານທູດ​ເກົ່າ ທີ່ຈິງແລ້ວແມ່ນ​ໄດ້ມີ​ຂຶ້ນໂດຍ​ລັດຖະບານ ທ່ານຈອຣຈ໌ ດັບ​ເບີ​ນຢູ ບຸຊ ​ແລະ​ມີ​ລາຍ​ງານ​ວ່າ​ ຍ້ອນມີ ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​
ປອດ​ໄພ.

ຢູ່​ໃນ​ການ​ສົ່ງ​ຂໍ້ຄວາມທາງທວິດ​ເຕີນັ້ນ ປະທານາທິໄດ້​ກ່າວ​ຫາລັດຖະບານຂອງ ທ່ານ
ໂອ​ບາ​ມາວ່າ ຂາຍ “ບາງທີອາດ​ເປັນ​ບ່ອນຕັ້ງ​ທີ່ດີ​ສຸດ ​ແລະສະຖານທູດ​ທີ່​ງາມ​ສຸດ​ໃນ
​ນະ​ຄອນ​ລອນ​ຫລວງດອນ ໃນລາຄາ​ຖືກ​ໆ.”

ສະຖານທູດສະຫະລັດແຫ່ງໃໝ່ ທີ່ຕັ້ງຢູ່ແຄມແມ່ນໍ້າເທມ ໃນນະຄອນຫລວງລອນດອນ.
ສະຖານທູດສະຫະລັດແຫ່ງໃໝ່ ທີ່ຕັ້ງຢູ່ແຄມແມ່ນໍ້າເທມ ໃນນະຄອນຫລວງລອນດອນ.

ໃນ​ຂະນະ​ທີ່ຢູ່​ນະຄອນຫລວງ​ປາຣີ ​ໃນ​ວັນ​ທີ 23 ມັງກອນ​ຈະ​ມາ​ເຖິງ​ນີ້ ທ່ານ​ທິລ ເລີ​ສັນ
ຈະ​ໄດ້ເຈລະຈາຫາລື​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ຝຣັ່ງ​ແລະ​ເຂົ້າ​ຮ່ວມ​ການລິ​ເລີ້ມ
ໃນການເປັນພາຄີສາກົນ​ຕ້ານການບໍ່​ມີ​ຄວາມຮັບຜິດຊອບ​ໃຊ້ອາວຸດ​ເຄ ມີ​.

ຫລັງ​ຈາກ​ນັ້ນ​ທ່ານ​ກໍຈະເດີນທາງ​ໄປ​ເມືອງດາ​ໂວສ ປະ​ເທດ​ສະວິດ​ເຊີ​ແລນບ່ອນ​ ທີ່​ທ່ານ
ຈະ​ເຂົ້າຮ່ວມ​ກອງ​ປຊຸມ​ເສດຖະກິດ​ໂລກປີ 2018 ແຕ່ວັນ​ທີ 24 ຫາ 26 ​ມັງ​ກອນ ຈະ​ມາ
​ເຖິງ​ນີ້.

ການ​ຢ້ຽ​ມຢາ​ມບ່ອນ​ສຸດ​ຂອງ​ທ່ານ​ທິລເລີ​ສັນ​ ຈະແມ່ນ​ນະຄອນ​ວໍຊໍ ​ໃນ​ວັນ​ທີ 26 ມັງກອນ
ບ່ອນ​ທີ່​ທ່ານ​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ໂປ​ແລນ ​ເພື່ອ​ຫາລືກ່ຽວກັບ​ວ່າ
ຈະ​ສົ່ງ​ເສີມ​ຄວາມສຳພັນ​ລະຫວ່າງສະຫະລັດກັບ​ໂປ​ແລນແບບ ​ໃດ ເພື່ອຮັບມືກັບບັນ
ຫາ​ທ້າ​ທາຍຕ່າງໆຂອງ​ໂລກ ຄວາມ​ປອດ​ໄພ​ຂອງຂົງເຂດ ​ແລະຄວາມ​ຈະເລີນ​ຮຸ່ງ​ເຮືອງ
ທາງ​ເສດຖະກິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Tillerson Trip
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG