ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທິລເລີສັນ ສັນຍາ ຈະຮ່ວມມື ຕໍ່ຕ້ານ ລັດທິ ກໍ່ການຮ້າຍ ກັບ ອິນເດຍ


ລັດຖະມົນຕີການຕ່າງປະເທດ ອິນເດຍ ທ່ານນາງ ຊຸສມາ ສວາຣາຈ, ຂວາ, ຈັບມືກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ໃນນະຄອນຫຼວງ ນິວເດລີ. 25 ຕຸລາ, 2017.
ລັດຖະມົນຕີການຕ່າງປະເທດ ອິນເດຍ ທ່ານນາງ ຊຸສມາ ສວາຣາຈ, ຂວາ, ຈັບມືກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ໃນນະຄອນຫຼວງ ນິວເດລີ. 25 ຕຸລາ, 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ ທິລເລີສັນ ໄດ້ສັນຍາ ທີ່ຈະຮ່ວມ
ມືຢ່າງໃກ້ຊິດກັບ ອິນເດຍ ໃນການຕໍ່ສູ້ກັບລັດທິກໍ່ການຮ້າຍ, ໃນເວລາທີ່ທ່ານໄປຢ້ຽມ
ຢາມນະຄອນຫຼວງ ນິວເດລີ ເພື່ອ ເຈລະຈາກັບບັນດາເຈົ້າໜ້າທີ່ ອິນເດຍ ໃນວັນພຸດ
ມື້ນີ້.

ໃນການກ່າວທີ່ກອງປະຊຸມຖະແຫຼງຂ່າວ ຄຽງຂ້າງລັດຖະມົນຕີການຕ່າງປະເທດ
ອິນເດຍ ທ່ານນາງ ຊຸສມາ ສວາຣາຈ ນັ້ນ, ທ່ານ ທິລເລີສັນ ໄດ້ກ່າວວ່າ ສະຫະລັດ
ໄດ້ເສີມຂະຫຍາຍຄຳໝາຍໝັ້ນຂອງຕົນຕໍ່ ອັຟການິສຖານ ຕະຫລອດທັງສັນຕິພາບ
ແລະ ສະຖຽນລະພາບ ໃນພາກພື້ນເອເຊຍໃຕ້ ໂດຍລວມ.

ທ່ານໄດ້ກ່າວວ່າ “ອິນເດຍ ໄດ້ສວມບົດບາດທີ່ສຳຄັນໃນຄວາມພະຍາ ຍາມນີ້, ໃນການ
ຕໍ່ສູ້ກັບລັດທິກໍ່ການຮ້າຍນັ້ນ, ສະຫະລັດ ຈະສືບຕໍ່ຢືນຄຽງບ່າຄຽງໄຫຼ່ກັບ ອິນເດຍ.
ບ່ອນຫຼົບລີ້ສຳລັບພວກກໍ່ການຮ້າຍແມ່ນຈະບໍ່ມີວັນເປັນທີ່ຮັບເອົາໄດ້.”

ແຜນການຂອງທ່ານ ທິລເລີສັນ ໃນວັນພຸດມື້ນີ້ ລວມມີການພົບປະກັບນາຍົກລັດຖະມົນ
ຕີ ທ່ານ ນາເຣັນດຣາ ໂມດີ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ໄດ້ເດີນທາງໄປປະເທດ ປາກິສຖານ ໃນວັນອັງ
ຄານວານນີ້ ເພື່ອຮຽກຮ້ອງໃຫ້ບັນດາຜູ້ນຳຢູທີ່ນັ້ນ ເພີ່ມຄວາມພະຍາຍາມຂອງເຂົາເຈົ້າ
ເພື່ອປາບປາມພວກຫົວຮຸນແຮງ ແລະ ລັດທິກໍ່ການຮ້າຍ.

ທ່ານ ທິລເລີສັນ ໄດ້ນຳໜ້າຜູ້ແທນຂອງທ່ານໃນການພົບປະກັບນາຍົກ ລັດຖະມົນຕີ
ປາກິສຖານ ທ່ານ ຊາຮິດ ຄ່າການ ອັບບາຊີ ຜູ້ບັນຊາການກອງທັບຂອງປະເທດ
ນາຍພົນ ກາມ່າ ຈາເວັດ ບາຈ໌ວາ ແລະ ຫົວໜ້າອົງການສືບລັບແລະບັນດາເຈົ້າໜ້າ
ທີ່ລະດັບສູງຄົນອື່ນໆ.

ພວກເພິ່ນໄດ້ປຶກສາຫາລືກ່ຽວກັບການຮ່ວມມື ແລະ ການເປັນຄູ່ຮ່ວມງານສອງຝ່າຍທີ່
ກຳລັງດຳເນີນຢູ່, ແລະ ໄດ້ຂະຫຍາຍສາຍພົວພັນທາງເສດຖະກິດ ລະຫວ່າງ ປາກິສ
ຖານ ແລະ ສະຫະລັດ, ອີງຕາມຖະແຫຼງ ການສະຖານທູດ ສະຫະລັດ.

ຖະແຫຼງການໄດ້ກ່າວວ່າ “ທ່ານລັດຖະມົນຕີໄດ້ກ່າວຢໍ້າ ຂໍ້ຄວາມຂອງປະທານາທິບໍດີ
ດໍໂນລ ທຣຳ ວ່າ ປາກິສຖານ ຕ້ອງຂະຫຍາຍຄວາມພະຍາຍາມຂອງເຂົາເຈົ້າ ເພື່ອລົບ
ລ້າງພວກຫົວຮຸນແຮງ ແລະ ກໍ່ການຮ້າຍ ທີ່ປະຕິບັດການຢູ່ໃນປະເທດ.”

ທ່ານໄດ້ກ່າວເພີ່ມເຕີມວ່າ ເພື່ອແກ້ໄຂຄວາມເປັນຫ່ວງພວກນັ້ນ, ລັດຖະມົນຕີ
ທິລເລີສັນ ໄດ້ກ່າວຢູ່ໃນແຜນຍຸດທະສາດເອເຊຍໃຕ້ ສະບັບໃໝ່ ແລະ ບົດບາດທີ່ສຳ
ຄັນທີ່ ປາກິສຖານ ສາມາດປະຕິບັດໄດ້ ເພື່ອສົ່ງເສີມຂະບວນການສັນຕິພາບໃນປະ
ເທດ ອັຟການິສຖານ ທີ່ສາມາດນຳເອົາຄວາມໝັ້ນຄົງ ແລະ ຄວາມປອດໄພມາສູ່ພາກ
ພື້ນໄດ້.

ຖະແຫຼງການໄດ້ເນັ້ນຄຳເວົ້າຂອງທ່ານ ທິລເລີສັນ ຕໍ່ບັນດາເຈົ້າໜ້າທີ່ ປາກິສຖານ ວ່າ
“ປາກິສຖານ ແລະ ສະຫະລັດ ມີຜົນປະໂຫຍດຮ່ວມກັນ ໃນການເຮັດໃຫ້ ອັຟການິສ
ຖານມີຄວາມໝັ້ນຄົງ ແລະມີສັນຕິພາບ, ເອົາຊະນະພວກ ISIS ໃນເຂດເອເຊຍໃຕ້,
ແລະ ລົບລ້າງກຸ່ມກໍ່ການຮ້າຍ ທີ່ເປັນໄພຂົ່ມຂູ່ຕໍ່ ປາກິສຖານ ແລະ ສະຫະລັດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Tillerson Trip
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG