ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ທິລເລີສັນ ໂອ້ລົມ ຢ່າງມີ ໝາກຜົນ ກັບເຈົ້າໜ້າທີ່ ເທີກີ


ລັດຖະມົນຕີຕ່າງປະເທດ ເທີກີ ທ່ານ​ເມີວລຸ​ຕ ກາ​ວູ​ໂຊ​ກລູ ຈັບມືກັບ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ.
​
ລັດຖະມົນຕີຕ່າງປະເທດ ເທີກີ ທ່ານ​ເມີວລຸ​ຕ ກາ​ວູ​ໂຊ​ກລູ ຈັບມືກັບ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ. ​

ເທີ​ກີ ​ໄດ້​ສະ​ເໜີ​ຕໍ່​ສະຫະລັດວ່າ ໃຫ້ທະຫານ​ບ້ານ​ຊາວ​ເຄີ​ດ YPG ​ໃນ​ຊີ​ເຣຍ ຖອນໄປ
ຢູ່ກ້ຳຕາເວັນອອກຂອງແມ່​ນໍ້າ​ຢູເຟຣຕິສໃນ​ຊີ​ເຣຍ ​ແລະ​ໃຫ້ກຳລັງເທີ​ກີ ​ແລະ​ສະຫະລັດ
ຕັ້ງຄ້າຍ​ຮ່ວມ​ກັນຢູ່ໃນ​ເຂດ​ແມນ​ບິສ ອີງ​ຕາມຄຳເວົ້າຂອງ​ເຈົ້າ​ໜ້າ​ທີ່​ເທີ​ກີ.

​ເຈົ້າ​ໜ້າ​ທີ່​ຜູ້​ຊຶ່ງ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວຣອຍ​ເຕີ້​ໃນ​ວັນສຸກ​ມື້​ນີ້ ​ໂດຍຂໍສະຫງວນ ​ເພາະ​
ວ່າ​ຂໍ້​ມູນ​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ເທື່ອ ກ່າວ​ວ່າ ສະຫະລັ​ດ​ໄດ້​ພິຈາ​ລະນາ​ຂໍ້​ສະ​ເໜີ ທີ່ໄດ້
​ສົ່ງຂໍ້ມູນນີ້ ໄປຍັງ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ເຣັກສ໌ ທິລ​ເລີ​ສັນ ໃນລະ
ຫວ່າງການ​ຢ້ຽມຢາມ​ອັງກາຣາເປັນເວລາສອງມື້.

​ໃນ​ຂະ​ນະ​ດຽວ​ກັບ ທ່ານ​ທິລ​ເລີ​ສັນ ​ໄດ້​ພົບ​ປະກັບຄູ່​ຕຳ​ແໜ່​ງ​ຝ່າຍເທີ​ກີ ທ່ານ​ເມີວລຸ​ຕ
​ກາ​ວູ​ໂຊ​ກລູ ​ໃນ​ການເຈລະຈາທີ່​ເນັ້ນ​ໜັກ​ໃສ່​ແຜນການ​ຂອງ​ວໍຊິ​ງຕັນທີ່ຈະ ສືບຕໍ່ສະ
ໜອງການ​ຊ່ວຍ​ເຫລືອ​ແກ່​ທະຫານ​ບ້ານ​ຊາວເຄີດ.

ໃນການກ່າວ ຕໍ່ກອງ​ປະຊຸມ​ຖະແຫຼງຂ່າວ ​ຫລັງ​ຈາກ​ກອງ​ປະຊຸມນັ້ນ ທ່ານທິລ ເລີສັນ
ຮຽກຮ້ອງ​ໃຫ້ອັງກາຣາ “ສະ​ແດງ​ຄວາມ​ຢັບຢັ້ງ​ໃນ​ການ​ປະຕິບັດ​ງານ” ​ໃນ​ຂະນະ​ທີ່​ຢືນ
ຢັດວ່າ​ເທີ​ກີ ​ແລະ​ສະຫະລັດ “​ມີຈຸດປະສົງ​ດຽວກັນ​ຢູ່​ໃນ​ຊີ​ເຣ​ຍ.”

ທ່ານ​ທິລເລີ​ສັນ ​ໄດ້​ພົບ​ປະ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ກັບ​ປະທານາທິບໍດີ​ເທີ​ກີ
ທ່ານ ຣິ​ເຊບ ​ເຕຍິບ ​ເອີ​ດວນ ​ເປັນ​ເວລາ​ຫລາຍ​ກວ່າ​ສາມ​ຊົ່ວ​ໂມງຫລັງ​ຈາກ​ ທັງ​ສອງ​
ຝ່າຍ​ກ່າວ​ວ່າ ການ​ໂອ້ລົມກັນໄດ້ໃຫ້ໝາກຜົນ ​ແຕ່ກໍຍັງຕົກລົງກັນບໍ່ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG