ຜູ້ນຳເກົາຫຼີເໜືອ ຄິມ ຈົງ ອຸນ ກຳລັງໂອ້ອວດ ກ່ຽວກັບການທົດລອງ ທີ່ປະສົບຜົນ
ສຳເລັດຄັ້ງທຳອິດ ຂອງປະເທດ ໃນອັນທີ່ປາກົດວ່າ ເປັນລູກໄຟຂີປະນາວຸດຂ້າມ
ທະວີບ ຫຼື ICBM ໃນວັນອັງຄານວານນີ້.
ຜູ້ນຳ ຄິມ ໄດ້ບອກພວກນັກວິທະຍາສາດ ແລະ ພວກນັກວິສະວະກອນກຸ່ມນຶ່ງ ວ່າ
ສະຫະລັດ ຈະ “ບໍ່ພໍອົກພໍໃຈ” ທີ່ຈະໄດ້ຮັບ ໃນອັນທີ່ທ່ານເອີ້ນວ່າ “ຂອງຂວັນ
ຊຸດນຶ່ງ” ໃນຂະນະທີ່ຕົນສະເຫຼີມສະຫຼອງວັນພັກປະຈຳປີ ຄື ວັນຊາດ ອີງຕາມ
ອົງການສູນກາງຂ່າວ ຂອງທາງການເກົາຫຼີເໜືອ ຫຼື KCNA.
ເກົາຫຼີເໜືອ ໄດ້ຍິງລູກສອນໄຟ ທີ່ເອີ້ນວ່າ Hwasong-14 ໃນວັນອັງຄານວານນີ້
ຈາກສະໜາມບິນແຫ່ງນຶ່ງ ຢູ່ໃນເຂດຊາຍແດນຂອງຕົນ ໃກ້ກັບຈີນ. ສະຖາບັນ
ວິທະຍາສາດດ້ານການປ້ອງກັນຂອງເກົາຫຼີເໜືອ ກ່າວວ່າ ລູກສອນໄຟ Hwasong
-14 ໄດ້ເດີນທາງ 933 ກິໂລແມັດ ແລະ ທະຍານຂຶ້ນຮອດລະດັບຄວາມສູງ 2,802
ກິໂລແມັດ. ລູກສອນໄຟດັ່ງກ່າວ ໄດ້ຕົກລົງໃສ່ທະເລຍີ່ປຸ່ນ ຫຼັງຈາກທີ່ໄດ້ບິນຂຶ້ນ
ເປັນເວລາ 39 ນາທີ.
ອີງຕາມການວິເຄາະແລ້ວ ມຸມຄວາມຊັນໃນທິດທາງເປົ້າໝາຍຂອງລູກສອນໄຟນັ້ນ
ບັນດານັກຊ່ຽວຊານສະຫະລັດ ໄດ້ກ່າວວ່າ ລູກສອນໄຟ ປາກົດວ່າ ມີລັດສະໝີ ທີ່
ຈະສາມາດເດີນທາງມາຮອດ ລັດ ອາແລສກາ ໄດ້.
ອົງການຂ່າວ KCNA ກ່າວວ່າ ຜູ້ນຳ ຄິມ ຈົງ ອຸນ ກຳລັງ “ມີສີໜ້າຍິ້ມແຍ້ມ” ຊຸກຍູ້
ພວກນັກວິທະຍາສາດ ຂອງທ່ານ ໃຫ້ “ສົ່ງ ‘ຊຸດຂອງຂວັນ’ ອັນໃຫຍ່ ແລະ ນ້ອຍ
ໄປໃຫ້ພວກ Yankees.”
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ອອກ
ຖະແຫລງການ ສະບັບນຶ່ງ ໃຫ້ການຢືນຢັນ ກ່ຽວກັບ ການທົດລອງລູກສອນໄຟ
ຂອງເກົາຫຼີເໜືອ ຊຶ່ງທ່ານກ່າວວ່າ “ເປັນການເພີ່ມທະວີໄພຂົ່ມຂູ່ໃໝ່ຕໍ່ ສະຫະລັດ
ພັນທະມິດ ແລະ ພາຄີທັງຫຼາຍ ຂອງພວກເຮົາ ແລະ ຕໍ່ໂລກ.”
ທ່ານ Tillerson ກ່າວວ່າ ຕ້ອງມີມາດຕະການຂອງໂລກ ເພື່ອຢຸດຢັ້ງໄພຂົ່ມຂູ່
ຂອງພຽງຢາງ. ທ່ານໄດ້ກ່າວວ່າ ປະເທດໃດກໍຕາມ ທີ່ຮັບເອົາພວກພະນັກງານ
ເກົາຫຼີເໜືອ ສະໜອງຜົນປະໂຫຍດ ໃນດ້ານເສດຖະກິດ ຫຼື ດ້ານທະຫານ ໃຫ້ແກ່
ເກົາຫຼີເໜືອ ຫຼື ບໍ່ປະຕິບັດຕາມ ມະຕິອົງການສະຫະປະຊາຊາດ ຕໍ່ພຽງຢາງ “ກໍແມ່ນ
ວ່າ ໃຫ້ການຊ່ອຍເຫຼືອ ແລະສົ່ງເສີມລະບອບການປົກຄອງ ທີ່ເປັນອັນຕະລາຍ.”
ຖະແຫລງການ ໂດຍລັດຖະມົນຕີການຕ່າງປະເທດ Tillerson
ທ່ານ Dana White ຫົວໜ້າໂຄສົກ ຂອງທຳນຽບຫ້າແຈ ໄດ້ອອກຖະແຫລງການ
ສະບັບນຶ່ງ ໂດຍກ່າວວ່າ ການທົດລອງລູກສອນໄຟ ໃນວັນອັງຄານວານນີ້ “ສືບຕໍ່
ສະແດງໃຫ້ເຫັນວ່າ ເກົາຫຼີເໜືອ ເປັນໄພຂົ່ມຂູ່ ຕໍ່ສະຫະລັດ ແລະ ບັນດາ
ພັນທະມິດຂອງພວກເຮົາ.”
ໂຄສົກທ່ານນຶ່ງ ຂອງ ທ່ານ Antonio Guterres ເລຂາທິການໃຫຍ່ ອົງການສະຫະ
ປະຊາຊາດ ໄດ້ອອກຖະແຫລງການສະບັບນຶ່ງ ປະນາມພຽງຢາງ ໂດຍກ່າວວ່າ ການທົດລອງລູກສອນໄຟນັ້ນ ແມ່ນ “ການລະເມີດອີກເທື່ອນຶ່ງ ທີ່ບໍ່ມີຄວາມລະ
ອາຍໃຈ ຕໍ່ມະຕິຕ່າງໆ ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ
ແລະ ເປັນການເຮັດໃຫ້ສະຖານະການ ເພີ່ມທະວີຄວາມຮ້າຍແຮງຂຶ້ນຕື່ມ ຢ່າງ
ເປັນອັນຕະລາຍ.”
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດມີກຳນົດ ຈັດກອງປະຊຸມສຸກເສີນ
ແບບປິດລັບ ກ່ຽວກັບວິກິດການຂອງເກົາຫຼີເໜືອ ໃນຕອນແລງວັນພຸດມື້ນີ້ ແລະ
ທ່ານ Tillerson ໄດ້ກ່າວວ່າ ຈະມີການເອົາມາດຕະການ ທີ່ໜັກຂຶ້ນກວ່າເກົ່າ ຕໍ່
ເກົາຫຼີເໜືອ.