ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ພັນທະມິດ ຢູໂຣບ ຮັບຮູ້ເຖິງ ໄພຂົ່ມຂູ່ ໃນການຮາວີລົບກວນ ຂອງ ຣັດເຊຍ


ລັດຖະມົນຕີການຕ່າງປະເທດ ທ່ານ ເຣັກສ໌ ທິລເລີຊັນ ກ່າວຄຳປາໄສທີ່ສູນກາງວິລຊັນ, ນະຄອນຫຼວງ ວໍຊິງຕັນ. 28 ພະຈິກ 2017.
ລັດຖະມົນຕີການຕ່າງປະເທດ ທ່ານ ເຣັກສ໌ ທິລເລີຊັນ ກ່າວຄຳປາໄສທີ່ສູນກາງວິລຊັນ, ນະຄອນຫຼວງ ວໍຊິງຕັນ. 28 ພະຈິກ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີຊັນ ໄດ້ກ່າວໃນວັນອັງ
ຄານວານນີ້ວ່າ ສະຫະລັດ ແລະ ພັນທະມິດໃນ ຢູໂຣບ ຂອງເຂົາເຈົ້າ ຮັບຮູ້ “ໄພຂົ່ມຂູ່
ທີ່ມີຢູ່ ກ່ຽວກັບການສືບຕໍ່ຮາວີລົບກວນຂອງຣັດເຊຍ ເມື່ອບໍ່ດົນມານີ້” ແລະວ່າ ສະຫະ
ລັດ “ໄດ້ເສີມຂະຫຍາຍ ຄຳໝັ້ນສັນຍາໃນການຍັບຢັ້ງ ແລະ ການປ້ອງກັນໃນ ຢູໂຣບ”
ຕໍ່ ມົສກູ.

ການໃຫ້ຄວາມເຫັນຂອງທ່ານ ທິລເລີຊັນ ໄດ້ມີຂຶ້ນພຽງບໍ່ເທົ່າໃດວັນ ກ່ອນທີ່ຈະເດີນ
ທາງໄປທະວີບ ຢູໂຣບ. ທ່ານມີແຜນທີ່ຈະພົບປະກັບບັນດາລັດຖະມົນຕີການຕ່າງປະ
ເທດຈາກສະພາ ແອັດແລນຕິກເໜືອ ແລະ ອົງການຮັກສາຄວາມປອດໄພແລະການ
ຮ່ວມມືໃນ ຢູໂຣບ ໃນສັບປະດາໜ້າ.

ໃນຄຳປາໄສກ່ຽວກັບນະໂຍບາຍຕໍ່ ຢູໂຣບ ນັ້ນ, ທູດລະດັບສູງ ສະຫະລັດ ກໍໄດ້ກ່າວ
ວ່າ “ການຮຸກຮານຂອງຣັດເຊຍ ໃນຢູເຄຣນ ແມ່ນ “ອຸປະສັກທີ່ມີມາຕະຫຼອດ” ຕໍ່ການ
ປັບປຸງສາຍພົວພັນສອງຝ່າຍທີ່ແຂງກະດ້າງລະຫວ່າງ ວໍຊິຕັນ ແລະ ມົສກູ.

ທ່ານ ທິລເລີຊັນ ໄດ້ກ່າວໃນຄຳປາໄສທີ່ສູນກາງ ວູດໂຣ ວິລຊັນ ທີ່ຕັ້ງຢູ່ນະຄອນຫຼວງ
ວໍຊິງຕັນ ວ່າ “ພວກເຮົາຈະບໍ່ມີວັນເຮັດໃຫ້ສາຍພົວພັນນີ້ ກັບຄືນສູ່ປົກກະຕິ ຈົນກວ່າ
ພວກເຮົາຈະແກ້ໄຂບັນຫາ ຢູເຄຣນ ໄດ້.” ທ່ານໄດ້ກ່າວເພີ່ມເຕີມວ່າ ຄວາມຂັດແຍ້ງ
ໃນ ຢູເຄຣນ “ຕ້ອງສິ້ນສຸດລົງ.”

ທ່ານ ທິລເລີຊັນ ໄດ້ກ່າວ ໃນຂະນະທີ່ ບໍ່ໄດ້ເອີ່ຍເຖິງວ່າ ສະຫະລັດ ຈະສະໜອງອາວຸດ
ປ້ອງກັນທີ່ຮ້າຍແຮງໃຫ້ແກ່ ຢູເຄຣນ ຫຼືບໍ່ນັ້ນ ໂດຍເວົ້າວ່າ “ການແກ້ໄຂບັນຫາສົງຄາມ
ໃດໆ ທີ່ບໍ່ນຳມາຊຶ່ງຄວາມເອກະລາດ, ອະທິປະໄຕ, ແລະ ຜືນແຜ່ນດິນອັນຄົບຖ້ວນທັງ
ໝົດຂອງ ຢູເຄຣນ ນັ້ນ, ແມ່ນເປັນທີ່ຍອມຮັບບໍ່ໄດ້.”

ຢູເຄຣນ ໄດ້ຕໍ່ສູ້ໃນສົງຄາມປ້ອງກັນຕົນເອງໃນພາກຕາເວັນອອກຂອງປະເທດເປັນເວ
ລາເກືອບ 4 ປີແລ້ວ, ຫຼັງຈາກ ຣັດເຊຍ ໄດ້ຍຶດແຫຼມ ໄຄຣເມຍ ແລະ ພວກແບ່ງແຍກ
ດິນແດນທີ່ໄດ້ຮັບການໜູນຫຼັງຈາກ ຣັດເຊຍ ໄດ້ຮຸກຮານ ຢູເຄຣນ ໃນປີ 2014. ປະທາ
ນາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ອ້າງວ່າ ມົສກູ ເຂົ້າແຊກແຊງພາກຕາເວັນ
ອອກຂອງ ຢູເຄຣນ ເພື່ອປ້ອງກັນພວກທີ່ເວົ້າພາສາ ຣັດເຊຍ. ຣັດເຊຍ ໄດ້ປະຕິເສດຕໍ່
ການເຂົ້າແຊກແຊງໃນການເມືອງ ແລະ ການເລືອກຕັ້ງຂອງ ຢູໂຣບ.

ທ່ານ ເຄີດ ວອລ໌ເກີ ທູດພິເສດ ສະຫະລັດ ຮັບຜິດ ຊອບກ່ຽວກັບ ການເຈລະຈາໃນ
ຢູເຄຣນ, ໃນຕົ້ນປີນີ້ໄດ້ກ່າວຕໍ່ວີໂອເອ ເຖິງການໂຕ້ຖຽງວ່າ ການຂາຍອາວຸດຮ້າຍແຮງ
ຈະເປັນການຍຸແຍ່ໃຫ້ ຣັດເຊຍ ຫຼື ກະຕຸ້ນໃຫ້ ຢູເຄຣນ ທຳການໂຈມຕີນັ້ນ ແມ່ນ “ຜິດ
ຢ່າງສິ້ນເຊີງ.”

ທ່ານ ວອລ໌ເກີ ໄດ້ກ່າວໃນລະຫວ່າງການສຳພາດໃນວັນທີ 25 ກໍລະກົດ ກັບເຄືອຂ່າຍ
ເຄີເຣັນ ໄທມ໌, ເປັນເຄືອຂ່າຍຂ່າວພາສາ ຣັດເຊຍ ທີ່ປະຕິບັດການຮ່ວມກັບສະຖາວິທະ
ຍຸ ຢູໂຣບ ເສລີ/ວິທະຍຸເສລີພາບ ແລະ ວີໂອເອວ່າ “ຣັດເຊຍ ແມ່ນຢູ່ໃນ ຢູເຄຣນ ແລ້ວ,
ເຂົາເຈົ້າມີອາວຸດຕຽມໄວ້ຢ່າງຫຼວງຫຼາຍແລ້ວ. ມັນມີລົດຖັງຂອງ ຣັດເຊຍ ຫຼາຍກວ່າຂອງ
ຢູໂຣບ ຕາເວັນຕົກລວມກັນ. ກອງທັບມີໜ້າຢູ່ໃນນັ້ນເປັນຈຳນວນຫຼວງຫຼາຍ. ແລະ ມັນ
ກໍມີທະຫານປາກົດຕົວຢູ່ອ້ອມປະເທດ ຢູເຄຣນ ຈາກເຂດແດນ ຣັດເຊຍ ຫຼາຍຍິ່ງກວ່າ
ນັ້ນອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Tillerson Condemns Russia's Aggression, Affirms US Commitment to Europe
please wait

No media source currently available

0:00 0:02:39 0:00

XS
SM
MD
LG