ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ຄົນໃໝ່ ສຳລັບ ວິກິດການ ຢູເຄຣນ ເດີນທາງໄປ ນະຄອນຫຼວງ Kyiv


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຈັບມືກັບປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ໃນລະຫວ່າງການພົບປະກັນ ທີ່ກະຊວງ
ການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 20 ມິຖຸນາ, 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຈັບມືກັບປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ໃນລະຫວ່າງການພົບປະກັນ ທີ່ກະຊວງ ການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 20 ມິຖຸນາ, 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ທຳການຢ້ຽມຢາມ ນະຄອນຫຼວງ Kyiv ເປັນຄັ້ງທຳອິດຂອງທ່ານ ໃນວັນອາທິດມື້ນີ້, ເຊິ່ງທ່ານຈະພົບປະ
ກັບປະທານາທິບໍດີ ທ່ານ Petro Poroshenko ເພື່ອປຶກສາຫາລື ວິທີ ທີ່ຈະຊ່ວຍເຫຼືອ
ໃນການສິ້ນສຸດຄວາມຂັດແຍ້ງໃນພາກຕາເວັນອອກຂອງ ຢູເຄຣນ ແລະ ສະໜັບສະ
ໜູນຄວາມປະຍາຍາມໃນການປະຕິຮູບປະເທດທີ່ກຳລັງດຳເນີນຢູ່ຂອງພວກເຂົາເຈົ້າ.

ທ່ານ Tillerson ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນສຸກທີ່ຜ່ານມາ, ໂດຍອີງໃສ່
ຂໍ້ຕົກລົງຢຸດຍິງທີ່ ມົສກູ ແລະ Kyiv ທີ່ຕົກລົງກັນໃນປີ 2015 ວ່າ “ສະຫັດລັດ ຍັງຄົງມີ
ຄວາມໝາຍໝັ້ນຢ່າງເຕັມທີ່ ຕໍ່ຈຸດປະສົງຂອງຂໍ້ຕົກລົງ Minks.”

ທ່ານ Tillerson ໄດ້ແຕ່ງຕັ້ງອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ
NATO ທ່ານ kurt Volker ເປັນຜູ້ແທນພິເສດສຳລັບການເຈລະຈາ ຢູເຄຣນ.

ທ່ານ Volker ຜູ້ທີ່ໄດ້ເດີນທາງກັບທ່ານ Tillerson ໄປ ຢູເຄຣນ ກໍຍັງຈະພົວພັນຢ່າງ
ເປັນປົກກະຕິກັບທຸກໆຝ່າຍທີ່ຮັບມືກັບການເຈລະເຈ ຢູເຄຣນ ພາຍໃຕ້ສິ່ງທີ່ເອີ້ນວ່າ
ກຸ່ມຮູບແບບ Normandy ທີ່ລວມມີ ເຢຍຣະມັນ, ຝຣັ່ງ, ຣັດເຊຍ ແລະ ຢູເຄຣນ.

ໃນການສຳພາດກັບວີໂອເອພາສາ ຢູເຄຣນ ເມື່ອບໍ່ດົນມານີ້, ທ່ານ Volker ໄດ້ເປີດເຜີຍ
ວິໄສທັດຂອງທ່ານ ກ່ຽວກັບ ຢູເຄຣນ ວ່າ “ພວກເຮົາຕ້ອງມີ ຢູເຄຣນ, ເຊິ່ງມີ ປະຊາທິປະ
ໄຕທີ່ໝັ້ນຄົງ, ປັບເຂົ້າໄດ້ງ່າຍ, ມັ່ງຄັ້ງ, ແລະ ເຂັ້ມແຂງ. ດັ່ງນັ້ນມັນຈິ່ງເປັນທີ່ດຶງດູດໃຈ
ຕໍ່ພາກພື້ນຕ່າງໆໃນພາກຕາເວັນອອກ, ແລະ ເປັນບ່ອນທີ່ບິດເບືອນຂໍ້ມູນ ແລະ ການ
ໂຈມຕີໂຄສະນາຊວນເຊື່ອ ບໍ່ຄ່ອຍຈະມີແຮງດຶງດູດໃຈຫຼາຍປານໃດ.”

ເຖິງແມ່ນວ່າທ່ານ Tillerson ຈະກຳລັງພະຍາຍາມຫາທາງສ້າງຄືນຄວາມເຊື່ອຖືກກັບ
ຣັດເຊຍ ກໍຕາມ, ແຕ່ວໍຊິງຕັນ ກໍໄດ້ປະຕິເສດການພິຈາລະນາວ່າ ພວກເຂົາເຈົ້າຈະເຮັດ
ຂໍ້ຕົກລົງສະບັບໜຶ່ງຂຶ້ນມາກັບ ມົສກູ ໂດຍປາສະຈາກ Kyiv.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Tillerson Heads to Ukraine Following Trump-Putin Meeting
please wait

No media source currently available

0:00 0:02:07 0:00

XS
SM
MD
LG