ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ທ່ານ Tillerson ແລະ ທູດພິເສດ ສຫລ ຄົນໃໝ່ ເດີນທາງໄປ Kyiv


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຂວາ ສຳພັດມືກັບປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ລະຫວ່າງການພົບປະຢ້ຽມຢາມ ກະຊວງຕ່າງ ປະເທດສະຫະລັດ ວັນທີ 20 ເດືອນມິຖຸນາ.

ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ແຕ່ງ​ຕັ້ງ​ອະ​ດີດ ​ເອກ​ອັກ
ຄະ​ລັດຖະທູດສະຫະລັດ​ປະຈຳອົງການ NATO ທ່ານ Kurt Volker ຮັບໜ້າ​ທີ່ເປັນຜູ້​
ຕາງໜ້າ​ພິ​ເສດ​ ໃນ​ການເຈລະຈາ​ກັບ​ຢູ​ເຄຣນ.

ການ​ປະກາດດັ່ງກ່າວ ​ມີ​ຂຶ້ນ​ກ່ອນ​ໜ້າການ​ເດີນທາງ​ຂອງ​ທ່ານ Tillerson ​ເທື່ອທຳ​ອິດ
ໄປຢ້ຽມຢາມ​ Kyiv ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ອາທິດ​ມື້ອື່ນນີ້ ບ່ອນ​ທີ່​ທ່ານ​ຈະ​ພົບ​ປະ​ກັບ ປະທານາທິບໍດີ Pedro Poroshenko ​ເພື່ອ​ປຶກສາ​ຫາລືໃນ​ການຊອກ​ຫາຊ່ອງ​ທາງ ​
ຊ່ວຍ​ຍຸຕິ​ບັນຫາຂັດແຍ້​ງ​ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ແລະ​ໃຫ້ການ​ສະໜັບສະໜູນ
ຕໍ່​ການ​ປະຕິ​ຮູບທີ່ກຳລັງດຳ​ເນີນຢູ່​ໃນ​ເວລາ​ນີ້.

“ສະຫະລັດຍັງ​ມີຄວາມ​ໝັ້ນ​ໝາຍ​ຢ່າງ​ເຕັມທີ່ ​ຕໍ່​ບັນດາເປົ້າ​ໝາຍ ຂອງຂໍ້​ຕົກລົງ Minsk”
ນັ້ນຄື​ຄຳ​ເວົ້າຂອງທ່ານ Tillerson ​ຢູ່​ໃນ​ຖ​ະ​ແຫລ​ງການສະບັບ​ນຶ່ງ​ ທີ່ອອກ​ໃນ​ວັນ​ສຸກ
​ວານ​ນີ້​ ທີ່​ກ່າວ​ເຖິງ​ຂໍ້​ຕົກລົງ​ຢຸດ​ຍິງ ທີ່​ມົສກູ ​ແລະ Kyiv ​ໄດ້​ຕົກລົງ​ຮັບ​ເອົາໃນ​ປີ 2015​.

ທ່ານ Volker ທີ່ຈະ​ຕິດຕາມ​ທ່ານ Tillerson ​ໄປ​ຢູ​ເຄຣນນັ້ນ ຍັງ​ຈະ​ພົວພັນ​ເປັນ​ປະ​ຈຳ
​ກັບ​ທຸກໆພັກຝ່າຍ ທີ່ກຳກັບ​ນຳການ​ເຈລະຈາ​ຢູ​ເຄຣນ ພາຍ​ໃຕ້​ອັນທີ່​ຮ້ອງ​ວ່າ
Normandy Format ທີ່​ປະກອບ​ດ້ວຍ ​ເຢຍຣະ​ມັນ ຝຣັ່ງ ຣັດ​ເຊຍ ​ແລະ​ຢູ​ເຄຣນ.

ຢູ່​ໃນ​ການ​ໃຫ້​ສຳພາດ​ກັບ ວີ​ໂອ​ເອ ພະ​ແນ​ກພາສາ​ຢູ​ເຄຣນຫວ່າງ​ມໍ່ໆ​ມາ​ນີ້ ທ່ານ Volker
​ໄດ້​ກ່າວ​ເຖິງ​ວິ​ໄສ​ທັດ​ຂອງ​ທ່ານ​ກ່ຽວ​ກັບ​ຢູ​ເຄຣນວ່າ “ພວກ​ເຮົາ​ຈຳ​ເປັນ ຕ້ອງມີ​ຢູ​ເຄຣນ ທີ່​
ຍືນ​ຍົງ ​ແຂງ​ແຮງ ອຸດົມ​ຮັ່ງມີ ມີ​ປະ​ຊາ​ທິປະ​ໄຕທີ່​ເຂັ້ມ​ແຂງ ​ເພື່ອຈະ​ເປັນ​ທີ່​ດຶງດູດເອົາ​ຂົງ
​ເຂດທາງ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ ​ແລະ​ເປັນ​ບ່ອນທີ່ການ​ປ່ອຍ​ຂໍ້​ມູນ​ບໍ່​ມີ​ຄວາມ​ຈິງ
​ແລະ​ການ​ໂຈມ​ຕີໂຄສະນາ​ຊວນ​ເຊື່ອ​ ​ໃຊ້​ບໍ່​ໄດ້ຜົນ​ຫຍັງ​ເລີຍ.”

Tillerson Heads to Ukraine Following Trump-Putin Meeting
please wait

No media source currently available

0:00 0:02:07 0:00

​ເຖິງ​ແມ່ນ​ວ່າ​ທ່ານ Tillerson ກຳລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ສ້າງຄວາມໄວ້​ເນື້ອເຊື່ອ
​ໃຈ​ກັບຣັດ​ເຊຍກໍ​ຕາມ ​ແຕ່ວໍ​ຊິງ​ຕັນ​ກໍ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ຕໍ່​ການ​ຄາດ​ຄະເນ​ທີ່​ວ່າ
ຕົນ​ຈະ​ທຳ​ການຕົກລົງ​ກັບຣັດ​ເຊຍ ​ໂດຍ Kyiv ບໍ່​ມີ​ສ່ວນ​ຮ່ວມ.

ອະດີດເອກອັກຄະລັດຖະທູດສະຫະລັດ ປະຈໍາ Ukraine ທ່ານ John Herbst.
ອະດີດເອກອັກຄະລັດຖະທູດສະຫະລັດ ປະຈໍາ Ukraine ທ່ານ John Herbst.

​ເຈົ້າ​ໜ້າ​ທີ່​ອະວຸ​ໂສ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ຄົນ​ນຶ່ງ ກ່າວ​ວ່າ “​ເປັນ​ທີ່​ແນ່ ນອນ​ວ່າ
ບໍ່​ມີ​ຄວາມ​ຕັ້ງໃຈ ຫລື​ຄວາມ​ປະສົງ​ທີ່​ຈະ​ເຮັດ​ວຽກ​ທັງ​ໝົດ​ກັບຣັດ​ເຊຍແຕ່​ພຽງ​ຝ່າຍ​ດຽວ.
ນີ້​ແມ່ນ​ບັນ​ຫາ​ຫລາ​ຍຝ່າຍ ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ
ຢູ​ເຄຣນ.” ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Heather Nauert ກ່າວ​ວ່າ ສະຫະລັດ​ຈະ​ບໍ່​ຫັນ​ຫລັງ​ ຈາກ​ຄວາມ​ເປັນ​ຫ່ວງ ​ທີ່ວ່າ​ຣັດ​ເຊຍ ​ໃຫ້ການ​ສະໜັບ ສະໜູນ​
ແກ່​ພວກ​ກະບົດ ​ຢູ່ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG