ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Tillerson ກ່າວ​ວ່າ ນະ​​ໂຍບາຍ​​ໃຊ້ "ຍຸດ​ທະ​ສາດ​ອົດທົນ” ກັບ​ເກົາຫຼີ​ເໜືອ ​​ສິ້ນ​ສຸດ​ແລ້ວ


ລມຕ ຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະລັດຖະມົນຕີຕ່າງປະເທດເກົາຫລີໃຕ້ທ່ານ Yun Byung-se ກ່າວຕໍ່ກອງປະຊຸມນັກຂ່າວ.
ລມຕ ຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະລັດຖະມົນຕີຕ່າງປະເທດເກົາຫລີໃຕ້ທ່ານ Yun Byung-se ກ່າວຕໍ່ກອງປະຊຸມນັກຂ່າວ.

ນັກ​ການ​ທູດ​ສູງ​ສຸດ​ສະຫະລັດ​ ກ່າວ​ວ່າ ນະໂຍບາຍໃຊ້ "ຍຸດ​ທະ​ສາດ​ອົດທົນ” ກັບ​ເກົາ
ຫລີ​ເໜືອ ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ ​ແລະ​ການ​ປະ​ຕິ​ບັດ​ງານ​ທາງ​ທະຫານ​ຕໍ່ພຽງ​ຢາງ​ ແມ່ນ​
ເປັນ “ທາງ​ເລືອກນຶ່ງ​ທີ່ຢູ່​ເທິງ​ໂຕະ.”

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ໃຫ້​ຄວາມ ​ເຫັນ
​ຢ່າງແຂງ​ຂັນໃນ​ວັນ​ສຸກ​ມື້​ນີ້​ທີ່​ນະຄອນຫຼວງ Seoul ​ໂດຍກ່າວ​ວ່າ “​ເກົາຫລີ​ເໜືອ​ຕ້ອງ​
ເຂົ້າ​ໃຈ​ວ່າ ມີ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ນຳ​ໄປ​ສູ່​ການ​ມີ​ອະ​ນາ​ຄົດ​ທີ່​ໝັ້ນຄົງ ​ແລະຄວາມ​
ອຸດົມ​ຮັ່ງມີໃນ​ດ້ານ​ເສດຖະກິດ​” ​ກໍ​ແມ່ນ​ເກົາຫຼີ​ເໜືອ​ “ຈະ​ຕ້ອງ​ປະຖິ້ມ ການ​ພັດທະນາ​
ອາວຸດ​ນິວ​ເຄລຍ ລູກ​ສອນ​ໄຟ​ຂີ​ປະ​ມາ​ວຸດ ​ແລະ​ອາ​ວຸດ​ທີ່​ມີ​ອະນຸ ພາບຮ້າຍ​ແຮງ​ອື່ນໆ.”

​ໃນ​ການ​ຖະ​ແຫຼງຂ່າວ​ຮ່ວມ​ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ທ່ານ Yun
Byung-se ນັ້ນ ທ່ານ Tillerson ກ່າວ​ວ່າ “ຄວາມ​ສາມາດ​ ໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງ​ຈຳນວນ​ນຶ່ງ” ກຳລັງຖືກ​ສ້າງ​ຂຶ້ນ ​ເພື່ອ​ຮັບມື​ກັບ​ປະ​ເທດ​ທີ່ໂດດດ່ຽວ
ດັ່ງກ່າວ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຂຽນຂໍ້ຄວາມໃສ່ຝາດິນຈີ່ໄວ້ໃຫ້ແກ່ທະຫານສະຫະລັດ ທີ່ຫ້ອງກິນເຂົ້າ ທີ່ຄ້າຍທະຫານ Bonifas ເກົາຫລີໃຕ້.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຂຽນຂໍ້ຄວາມໃສ່ຝາດິນຈີ່ໄວ້ໃຫ້ແກ່ທະຫານສະຫະລັດ ທີ່ຫ້ອງກິນເຂົ້າ ທີ່ຄ້າຍທະຫານ Bonifas ເກົາຫລີໃຕ້.

​ເກົາຫລີໃຕ້ແມ່ນ​ບ່ອນ​ຢຸດແວ່​ແຫ່ງ​ທີສອງໃນການ​ຢ້ຽມຢາມ​ເອ​ເຊຍ​ຂອງ​ລັດຖະ ມົນຕີ​
ຕ່າງປະ​ເທດສະຫະລັດ.

ທ່ານ Tillerson ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນ Tokyo ວ່າ "ມັນ​ເປັນ​ທີ່​ແຈ້ງ​ຂາວ
​ວ່າ ວິທີ​ການ​ທີ່​ແຕກ​ຕ່າງແມ່ນ​ມີ​ຄວາມ​ຈຳ​ເປັນ” ຫຼັງຈາກໄດ້​ມີ​ການ​ດຳ​ເນີນຄວາມພະ
ຍາຍາມທາງດ້ານການທູດ ມາ​ 20 ປີ​ແລ້ວ ທີ່ປະສົບ​ກັບຄວາມ ລົ້ມແຫລວ ເພື່ອກີດ
ກັນບໍ່ໃຫ້ເກົາຫຼີເໜືອ ມີອາວຸດນິວເຄລຍ.

ທ່ານ​ກ່າວ​ວ່າ ເຫດຜົນ​ສ່ວນ​ນຶ່ງ ທີ່​ທ່ານ​ມາ​ຢ້ຽມຢາມ​ຂົງ​ເຂດ​ກໍ​ຄື​ແລກປ່ຽນ​ຄວາມຄິດ
​ຄວາມ​ເຫັນ ກັບ​ຢິ່ປຸ່ນ ​ເກົາ​ຫລີ​ໃຕ້ ​ແລະ​ຈີນ ທີ່​ຈະ​ດຳ​ເນີນ​ການ​ໃນ​ຂັ້ນຕໍ່​ໄປ.

ທຸງຊາດຈີນ ແລະເກົາຫລີເໜືອ ທີ່ເຫັນຕິດຢູ່ນອກຮ້ານອາຫານເກົາຫລີທີ່ຖືກປິດ.
ທຸງຊາດຈີນ ແລະເກົາຫລີເໜືອ ທີ່ເຫັນຕິດຢູ່ນອກຮ້ານອາຫານເກົາຫລີທີ່ຖືກປິດ.

ທ່ານ Tillerson ​ໄດ້​ກ່າວ​ຢູ່ກອງ​ປະຊຸມ​ນັກ​ຂ່າວ​ ຮ່ວມ​ກັບ​ລັດຖະມົນຕີການ​ຕ່າງປະ
​ເທດ​ຍີ່​ປຸ່ນ ທ່ານ Fumio Kishida ວ່າ “​ເກົາຫລີ​ເໜືອ ​ແລະ​ປະຊາຊົນ​ຂອງ​ຕົນ​ບໍ່​ຕ້ອງ​
ຢ້ານ​ກົວສະຫະລັດຫລື​ບັນດາ​ເພື່ອນບ້ານ​ເຂົາ​ເຈົ້າ​ຢູ່​ໃນ​ຂົງ​ເຂດ ທີ່​ພຽງ ​ແຕ່​ຢາກ​ຈະ
ຊອກ​ຊ່ອງ​ທາງເພື່ອ​ຢູ່ຮ່ວມ​ກັນ​ຢ່າງ​ສັນຕິ​ກັບ​ເກົາຫລີ​ເໜືອ. ດ້ວຍ​ເຫດ ຜົນ​ດັ່ງ​ກ່າວຢູ່
​ໃນ​ໃຈ ສະຫະລັດ​ຈຶ່ງ​ຂໍຮຽກຮ້ອງ​ໃຫ້​ເກົາຫລີ​ເໜືອ​ປະຖິ້ມ​ໂຄງການສ້າງ​ອາວຸດ​ນິວ​
ເຄລຍ ແລະລູກ​ສອນ​ໄຟຂີ​ປະ​ນາ​ວຸດຂອງ​ຕົນ ​ແລະ​ລະ​ເວັ້ນຈາກ ການ​ທ້າ​ທາຍ
ເກາະ​ຜິດ​ໃດໆ​ຕື່ມ​ອີກ.”

ທ່ານຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຕື່ມ​ວ່າ ສະຫະ​ລະ​ລັດ​ມີຄວາມໝາຍ​ໝັ້ນ​ທີ່​ຈະ​ປ້ອງ​ກັນ
​ຍີ່ປຸ່ນ ​ແລະພັນທະ​ມິດອື່ນໆ “ຢ່າງບໍ່ມີ​ການ​ປ່ຽນແປງ​ໃດໆ."

ບ່ອນ​ຢຸດ​ແວ່​ແຫ່ງ​ສຸດ​ທ້າຍຂອງ​ທ່ານ Tillerson ກໍ​ຄື​ທີ່​ປະ​ເທດ​ຈີນ ບ່ອນ​ທີ່ໝາຍກຳ
ນົດ​ການ​ຂອງ​ທ່ານ ​ແມ່ນ​ຮວມທັງ​ການ​ພົບ​ປະ ກັບ​ປະທານ​ປະ​ເທດ Xi Jinping.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Tillerson Asia
please wait
Embed

No media source currently available

0:00 0:03:11 0:00

XS
SM
MD
LG