ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ Tillerson ກ່າວວ່າ “​ເປັນ​ທີ່ຈະແຈ້ງ ແລ້ວວ່າ ຈຳ​ເປັນຈະຕ້ອງ​ໃຊ້​ວິທີ​ການອື່ນ”


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກຳລັງຖືກຕ້ອນຮັບໂດຍ ຄູ່ຕຳແໜ່ງຂອງທ່ານ ຈາກຍີ່ປຸ່ນ ທ່ານ Fumio Kishida ຢູ່ທີ່ບ້ານພັກແຂກຕ່າງປະເທດ Iikura ໃນນະຄອນຫຼວງ Tokyo, ວັນທີ 16 ມີນາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກຳລັງຖືກຕ້ອນຮັບໂດຍ ຄູ່ຕຳແໜ່ງຂອງທ່ານ ຈາກຍີ່ປຸ່ນ ທ່ານ Fumio Kishida ຢູ່ທີ່ບ້ານພັກແຂກຕ່າງປະເທດ Iikura ໃນນະຄອນຫຼວງ Tokyo, ວັນທີ 16 ມີນາ 2017.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວວ່າ “​ເປັນ​ທີ່
ຈະແຈ້ງ ແລ້ວວ່າ ຈຳ​ເປັນຈະຕ້ອງ​ໃຊ້​ວິທີ​ການອື່ນ”
ຫຼັງຈາກ​ທີ່​ມີ​ການ​ດຳ​ເນີນຄວາມ
ພະຍາຍາມທາງດ້ານການທູດມາ​ໄດ້ 20 ປີ ທີ່ປະສົບ​ກັບຄວາມລົ້ມແຫລວ ເພື່ອກີດກັນ
ບໍ່ໃຫ້ເກົາຫຼີເໜືອ ມີອາວຸດນິວເຄລຍ ໃນຄວາມຄອບຄອງ.

ໃນການຖະແຫລງ ທີ່ນະຄອນໂຕກຽວ ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ໃນການເດີນ
ທາງຢ້ຽມຢາມເອເຊຍ ​ໃນຖານະຫົວໜ້ານັກການທູດຂອງສະຫະລັດໃນວັນພະຫັດມື້ນີ້
ທ່ານ Tillerson ໄດ້ກ່າວວ່າ ເຫດຜົນສ່ວນນຶ່ງ ທີ່ທ່ານມາຂົງເຂດນີ້ ກໍແມ່ນວ່າ ເພື່ອ
ແລກປ່ຽນທັດສະນະຄວາມ​ເຫັນ ກັບຍີ່ປຸ່ນ ເກົາຫຼີໃຕ້ ແລະ ຈີນ ກ່ຽວກັບວິ​ທີ​ການອື່ນໆ
ທີ່​ຈະ​ດຳ​ເນີນ​ການ​ໃນ​ຂັ້ນຕໍ່​ໄປ.

ທ່ານ Tillerson ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຮ່ວມກັບລັດຖະມົນຕີ ການ
ຕ່າງປະເທດ ຍີ່ປຸ່ນ ທ່ານ Fumio Kishida ວ່າ “ເກົາຫຼີເໜືອ ແລະ ປະຊາຊົນຂອງ
ຕົນ ບໍ່ຕ້ອງຢ້ານ ສະຫະລັດ ຫຼື ບັນດາປະເທດເພື່ອນບ້ານຂອງພວກເຂົາເຈົ້າ ຢູ່ໃນ
ຂົງເຂດ ທີ່ພຽງ​ແຕ່ ຢາກຈະຊອກ​ຫາ​ຊ່ອງ​ທາງ​ ເພື່ອຢູ່ຮ່ວມ​ກັນຢ່າງສັນຕິ ກັບເກົາຫຼີ
ເໜືອເທົ່ານັ້ນ ໂດຍມີແນວຄິດຈິດໃຈນີ້ ສະຫະລັດ ຈຶ່ງຂໍຮຽກຮ້ອງ ໃຫ້ເກົາຫຼີເໜືອ
ຍົກເລີກ ໂຄງການອາວຸດນິວເລຄຍ ແລະ ລູກສອນໄຟຂີປະນາວຸດຂອງຕົນ ແລະ
ຫລີກເວັ້ນຈາກການເກາະຜິດໃດໆຕໍ່ໄປອີກ.”

ນອກ​ນັ້ນ ທ່ານຍັງໄດ້​ໃຫ້​ຄຳ​ໝັ້ນສັນຍາຕື່ມວ່າ ສະຫະລັດ ມີ​ຄວາມໝັ້ນໝາຍທີ່ຈະ
ປົກປ້ອງ ຍີ່ປຸ່ນ ແລະ ບັນດາພັນທະມິດອື່ນ “ຢ່າງບໍ່ມີ​ການ​ປ່ຽນ​ແປງ​ໃດໆ.”

ທ່ານ Tillerson ຈະເດີນທາງຕໍ່ໄປ ເກົາຫຼີໃຕ້ ໃນວັນສຸກມື້ອື່ນ ແລະ ຕໍ່ຈາກນັ້ນ ບ່ອນ
ຢຸດແວ່ສຸດທ້າຍ ກໍຄືຈີນ ຊຶ່ງລາຍການປະຊຸມຂອງທ່ານ ​ແມ່ນ​ຮວມທັງການພົບປະກັບ
ປະທານປະເທດຈີນ ທ່ານ Xi Jinping.

ທຸງຊາດຂອງຈີນ ແລະ ເກົາຫຼີເໜືອ ສາມາດແນມເຫັນໄດ້ ຢູ້ດ້ານນອກຂອງຮ້ານອາຫານເກົາຫຼີ ໃນເມືອງ Ningbo ຂອງແຂວງ Zhejiang, ປະເທດຈີນ, ວັນທີ 12 ເມສາ 2016.
ທຸງຊາດຂອງຈີນ ແລະ ເກົາຫຼີເໜືອ ສາມາດແນມເຫັນໄດ້ ຢູ້ດ້ານນອກຂອງຮ້ານອາຫານເກົາຫຼີ ໃນເມືອງ Ningbo ຂອງແຂວງ Zhejiang, ປະເທດຈີນ, ວັນທີ 12 ເມສາ 2016.

ທ່ານລັດຖະມົນຕີການຕ່າງປະເທດສະຫະລັດ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ຈີນ ມີ ບົດບາດທີ່ສຳຄັນ ໃນຄວາມພະຍາຍາມ ເພື່ອຈະຊຸກຍູ້ໃຫ້ເກົາຫຼີເໜືອ ຍົກເລີກໂຄງ
ການນິວເຄລຍຂອງຕົນ ແລະ ທ່ານໄດ້ຊັກຊວນໃຫ້ຈີນ ຈັດຕັ້ງປະຕິບັດຢ່າງຄົບຖ້ວນ
ມາດຕະການລົງໂທດຂອງອົງການສະຫະປະຊາຊາດ ເພື່ອຈະກົດດັນລັດຖະບານ
ເກົາຫຼີເໜືອ.

ທ່ານ Tillerson ໄດ້ເວົ້າວ່າ “ພວກເຮົາຈະປຶກສາຫາລືກັນກັບຈີນ ໃນຂະນະ​ທີ່​ຈະ​ມີ​
ການ​ເອົາມາດຕະການຕ່າງໆຕື່ມ​ອີກ ທີ່ພວກເຮົາເຊື່ອວ່າ ​ເກົາຫຼີ​ເໜືອ ອາດຈະ
ພິຈາລະນາ ຮັບເອົາ ເພື່ອຈະຊ່ອຍນຳເອົາປະ​ເທດ​ດັ່ງກ່າວ ໃຫ້ປ່ຽນ​ທ່າ​ທີ​ກ່ຽວກັບ
ຄວາມຈຳເປັນ ທີ່ຕົນຈະຕ້ອງມີອາວຸດນິວເຄລຍ​ ໃນ​ອະນາຄົດ.”

Tillerson Asia
please wait
Embed

No media source currently available

0:00 0:01:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG