ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ Tillerson ມຸ້ງໜ້າສູ່ຈີນ ໃນຂະນະທີ່ ຄວາມເຄັ່ງຕຶງ ກັບເກົາຫຼີເໜືອ ພວມເພີ້ມຂຶ້ນ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຕ້ອນຮັບ ຮອງນາຍົກລັດຖະມົນຕີຈີນ ທ່ານນາງ Liu Yandong ລະຫວ່າງການຮັບປະທານອາຫານເຊົ້າ ເຮັດວຽກຢູ່ກະຊວງ ການຕ່າງ ປະເທດສະຫະລັດ ທີ 28 ກັນຍາ 2017.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຕ້ອນຮັບ ຮອງນາຍົກລັດຖະມົນຕີຈີນ ທ່ານນາງ Liu Yandong ລະຫວ່າງການຮັບປະທານອາຫານເຊົ້າ ເຮັດວຽກຢູ່ກະຊວງ ການຕ່າງ ປະເທດສະຫະລັດ ທີ 28 ກັນຍາ 2017.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ອອກ​ເດີນທາງ​ໃນ​ວັນ​ພະ
ຫັດ​ວານນີ້​ ເປັນ​ເທື່ອ​ທີ​ສອງ​ຂອງ​ທ່ານ ​ໄປ​ຍັງ​ປະ​ເທດ​ຈີນ ​ເພື່ອ​ຊອກ​ຫາ​ການ​ຮ່ວມ​ມື​
ກັບປັກ​ກິ່ງ ​ໃນ​ການ​ໃຊ້ “ຄວາມ​ກົດ​ດັນ​ສູງ​ສຸດ” ​ຕໍ່​ການ​ຮຸກ​ຮານ ທາງດ້ານ​ນິວ​ເຄລຍ
ຂອງເກົາຫລີ​ເໜືອ ທ່າມກາງ​ຄວາ​ມ​ເຄັ່ງ​ຕຶງ​ທີ່​ເພີ້ມທະວີ​ຂຶ້ນ​ຢູ່​ແຫຼມ​ເກົາຫລີ.

ຢູ່​ໃນ​ກອງ​ປະຊຸມ​ກັບຮອງ​ນາຍົກລັດຖະມົນຕີ​ຈີນ ທ່ານນາງ Liu Yandong ​ໃນ​ວັນ​ພະຫັດ​
ວານ​ນີ້ ນັກ​ການ​ທູດ​ສູງ​ສຸດ​ຂອງ​ສະຫະລັດ ​ແມ່ນ​ໄດ້​ຊອກ​ຫາ​ການ​ຮ່ວມ​ມື​ກັບ​ຈີນ ​ເພື່ອ​ຢຸດ​
ເຊົາການ​ທ້າ​ທາຍ​ເກາະ​ຜິດ​ທາງ​ດ້ານ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ ​ແລະແຜ້ວ​ທາງ​ໄປ​ສູ່່​
ການຢ້ຽມ​ຢາ​ມຈີນ​ເທື່ອ​ທຳ​ອິດ ຂອງປະທານາທິບໍດີ ດໍ​ໂນ​ລ​ທຣໍາ ​ໃນ​ເດືອນ​ພະຈິກ​ຈະ​ມາ
​ເຖິງ​ນີ້.

ທ່ານ Tillerson ກ່າວ​ກ່ອນກອງ​ປະຊຸມ​ຮອບ​ທຳ​ອິດໃນ​ການສົນທະນາຫາລື​ທາງສັງຄົມ
​ແລະ ວັດທະນາ​ທຳ ລະຫວ່າງສະຫະລັດ ກັບຈີນ ທີ່​ແນ​ໃສ່ເພື່ອ​ສົ່ງ​ເສີມ​ຄວາມ​ສຳພັນ​
ລະຫວ່າງ​ປະ​ຊາ​ຊົນ​ກັບປະຊາຊົນ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ການ​ສົນ ທະນາຫາລື​ຂອງ
​ພວກ​ເຮົາ ​ກ່ຽວ​ກັບ ​ບັນຫາທີ່​ສຳ​ຄັນຈຳນວນ​ນຶ່ງ ​ແລະ​ແນ່ນອນ​ວ່າ ​ເກົາຫລີ​ເໜືອ​ກໍ​ຈະ​
ຮວມຢູ່ໃນ​ການ​ສົນທະນາດັ່ງກ່າວ.”

ສະຫະລັດ​ກຳລັງ​ປືກສາ​ຢ່າງ​ໃກ້​ຊິດ​ກັບພວກ​ເຈົ້າ​ໜ້າ​ທີ່​ຈີນ​ ກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ
​ຂອງ​ປັກ​ກິ່ງ​ ທີ່​ຈະ​ຈຳກັດການ​ນຳ​ເຂົ້າຖ່ານ​ຫີນ ​ເຫລັກກ້າ ​ແຮ່​ເຫລັກ ຂີ້​ກົ່ວ ​ແຮ່​ກົ່ວ ​ແລະ​
ອາຫານ​ທະ​ເລ ຈາກ​ເກົາຫລີ​ເໜືອ​.

ຖ້າ​ຫາກມີ​ການຈັດຕັ້ງປະຕິບັດ​ຢ່າງ​ເຕັມທີ່​ ການ​ຫ້າມ​ນຳ​ເຂົ້າສິນຄ້າເຫລົ່າ​ນີ້ສາມາດ
ຫລຸດ​ລາຍ​ໄດ້​ຂອງ​ເກົາຫລີ​ເໜືອ ລົງ​ຢ່າງ​ຫລວງຫລາຍ​ໃນ​ປີ​ນີ້. ​ເກົາ​ຫລີ​ເໜືອ​ໄດ້​ຮັບ​
ເງິນ 1.5 ຕື້​ໂດ​ລາ​ ຈາກ​ການ​ສົ່ງອອກສິນຄ້າເຫລົ່າ​ນີ້ໃຫ້​ຈີນ​ໃນ​ປີ 2016 ອີງ​ຕາມ​ກະ
ຊວງ​ການ​ຕ່າງປະ​ເທດ​ສະຫະລັດ.

ຈີນ​ແມ່ນ​ຄູ່​ການ​ຄ້າໃຫຍ່​ສຸດ​ຂອງ​ເກົາ​ຫລື​ເໜືອ. ວໍ​ຊິງ​ຕັນ​ກ່າວ​ວ່າ ການນຳເອົາ​ຈີນ​ເຂົ້າ​
ມາຮ່ວມ ແມ່ນເປັນ​ກະ​ແຈທີ່​ສຳຄັນ​ ໃນ​ການ​ຕັດ​ຄວາມ​ສາມາດ​ຂອງ​ພຽງ​ຢາງ ທີ່​ຈະ​ໄດ້​ຮັບ​ເງິນສົດ.

Tillerson Heads to China Amid North Korea Nuclear Escalation
please wait

No media source currently available

0:00 0:02:17 0:00

ຮັກສາການ ລັດຖະມົນຕີຊ່ວຍວ່າການ ​ກະຊວງ​ຕ່າງປະ​ເທດສະຫະລັດ ຮັບຜິດຊອບ​ກິດ
ຈະການ​ເອ​ເຊຍ​ແລະ​ປາຊິ​ຟິກ ທ່ານ​ນາງ Susan Thornton ກ່າວ​ຕໍ່ ບັນດາ​ສະມາຊິກ​
ສະພາ​ ​ໃນ​ວັນ​ພະຫັ​ດວານ​ນີ້​ວ່າ “ພວກ​ເຮົາ​ໄດ້​ທຳ​ການ​ລົງ​ໂທດ ຕໍ່​ສ່ວນ​ບຸກຄົນ​ແລະ​ບໍລິ
ສັດ​ຕ່າງໆ​ໃນ​ຈີນ ຊຶ່ງ​ທັງ​ໝົດ​ນີ້ ​ແມ່ນ​ຖື​ລະບຸ​ວ່າ ຄ້າຂາຍກັບເກົາຫລີ​ເໜືອ ສ່ວນ​ບຸກ

ຄົນ​ແລະ​ບໍລິສັດ​ຂອງເກົາຫລີ​ເໜືອ ການ​ແຜ່ຜາຍອາ ວຸດ​ນິວ​ເຄລຍທີ່​ຜິດ​ກົດໝາຍຂອງ​
ເກົາຫຼີ​ເໜືອ.” ທ່ານ​ນາງ Thornton ​ໄດ້​ກ່າວ​ເພີ້​ມວ່າ ​ມາດ​ຕະການ​ເຫຼົ່ານັ້ນ​ຈະ​ຕັດ​ຄວາ​ມສາມາດ​ຂອງ​ພຽງ​ຢາງ ທີ່​ຈະ​ໄດ້​ຮັບ​ເງິນສົດ ​ແລະເພີ້ມຄວາມ​ກົດ​ດັນ​ແກ່​ອຳນາດ​ກ​ານ
ປົກຄອງ​ດັ່ງກ່າວ.

ທຸງຈີນ ແລະທຸງເກົາຫລີເໜືອ ຕິດຢູ່ນອກຮ້ານອາຫານເກົາຫລີເໜືອ Ryugyong ໃນເມືອງ Ningbo ແຂວງ Zhejiang ປະເທດຈີນ.
ທຸງຈີນ ແລະທຸງເກົາຫລີເໜືອ ຕິດຢູ່ນອກຮ້ານອາຫານເກົາຫລີເໜືອ Ryugyong ໃນເມືອງ Ningbo ແຂວງ Zhejiang ປະເທດຈີນ.

ການ​ຄ້າ​ ​ແລະການລົງ​ທຶນ​ຍັງ​ເປັນ​ເລື້ອງ​ທີ່​ສຳຄັນ​ສຸດ ​ໃນການ​ຢ້ຽມຢາມ​ປັກ​ກິ່ງ​ຂອງ​ທ່ານ Tillerson. ການ​ຢ້ຽມຢາມ​ນີ້ ມີ​ຂຶ້ນຫຼັງຈາກ ລັດຖະມົນຕີ​ກາ​ນຄ້າ​ສະຫະລັດ ທ່ານ Wilbur Ross ຜູ້​ທີ່​ໄດ້​ກ່າວ​ວ່າຈີນຈຳ​ເປັນ​ຈະຕ້ອງ​ໃຫ້​ຄວາມເປັນທຳ ​ແລະ​ປະຕິບັດ​ແບບ​ດຽວ​ກັນ
​ຕໍ່​ບັນດາ​ບໍລິສັດ​ອາ​ເມຣິກັນ.

ລົດບັນທຸກແລ່ນຂ້າມຂົວມິດຕະພາບ ຢູ່ແມ່ນໍ້າ Yalu ທີ່ເຊື່ອມຕໍ່ເມືອງ Sinuiju ເກົາຫລີເໜືອ ເຂົ້າສູ່ເມືອງ Dandong ປະເທດຈີນ.
ລົດບັນທຸກແລ່ນຂ້າມຂົວມິດຕະພາບ ຢູ່ແມ່ນໍ້າ Yalu ທີ່ເຊື່ອມຕໍ່ເມືອງ Sinuiju ເກົາຫລີເໜືອ ເຂົ້າສູ່ເມືອງ Dandong ປະເທດຈີນ.

ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Heather Nauert ກ່າວ​ໃນ ວັນ​ພະຫັດ
​ວານ​ນີ້​ວ່າ “ພວກ​ເຮົາ​ກຳລັງ​ເຮັດ​ວຽກ​ກັບ​ຈີນ ​ເພື່ອສ້າງ​ຄວາມ​ກໍ້າ​ເກິ່ງ​ຄືນ​ໃໝ່​ໃຫ້​ແກ່ການ​
ຄ້າ​ຂອງ​ພວກ​ເຮົາ ​ແລະ ​ຄວາ​ມສຳພັນ​ທີ່ບໍ່ສົມ​ດູ​ນຂອງ​ພວກ​ເຮົາ​ໃນຂົງເຂດ​ດັ່ງກ່າວ ​ແລະ
​ຄໍ້າ​ປະ​ກັນ​ວ່າ​ ຈີນ​ຈະ​ປະຕິບັດ​ແບບ​ເປັນ​ທຳ​ຕໍ່​ບັນ ດາ​ບໍລິສັດ​ສະຫະລັດ ​ໃນວິທີ​ທາງ​ທີ່
​ສ້າງ​ຕັ້ງ​ວຽກ​ງານ​ໃນ​ສະຫະລັດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Tillerson China
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG