ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້ໄປເຖິງນະຄອນຫລວງ
ປັກກິ່ງໃນວັນເສົາມື້ນີ້ ເພື່ອຊອກສະແຫວງຫາການຮ່ວມມືກັບປັກກິ່ງ ກ່ຽວກັບ “ຄວາມ
ກົດດັນສູງສຸດ” ຕໍ່ການຮຸກຮານທາງດ້ານນິວເຄລຍຂອງເກົາຫຼີເໜືອ ທ່າມກາງຄວາມ
ເຄັ່ງຕຶງທີ່ເພີ້ມທະວີຂຶ້ນຢູ່ແຫຼມເກົາຫລີ.
ທ່ານ Tillerson ໄດ້ພົບປະກັບປະທານປະເທດ ທ່ານ Xi Jinping ເພື່ອເຈລະຈາ
ກ່ຽວກັບວ່າຈະບັງຄັບໃຫ້ເກົາຫລີເໜືອປະຖິ້ມໂຄງການນິວເຄລຍຂອງຕົນ ຢ່າງໃດ.
ການເຈລະຈາຫາລືຍັງຈະຮວມທັງເລື່ອງການຄ້າ ແລະ ການກະກຽມ ໃນການຢ້ຽມ
ຢາມຈີນຂອງປະທານາທິບໍດີສະຫະລັດທ່ານດໍໂນລ ທຣໍາ ເທື່ອທຳອິດ ໃນເດືອນພະ
ຈິກຈະມາເຖິງນີ້.
ໃນຕອນເຊົ້າວັນເສົາມື້ນີ້ ທ່ານ Tillerson ໄດ້ພົບປະກັບຫົວໜ້າ ນັກການທູດຂອງ
ຈີນ ທ່ານ Yang Jiechi ແລະລັດຖະມົນຕີຕ່າງປະເທດ ທ່ານ Wang Yi.
ສະຫະລັດ ກຳລັງປືກສາຢ່າງໃກ້ຊິດກັບພວກເຈົ້າໜ້າທີ່ຈີນ ກ່ຽວກັບຄວາມໝັ້ນໝາຍ
ຂອງປັກກິ່ງ ທີ່ຈະຈຳກັດການນຳເຂົ້າຖ່ານຫີນ ເຫລັກກ້າ ແຮ່ເຫລັກ ຂີ້ກົ່ວ ແຮ່ກົ່ວ
ແລະອາຫານທະເລ ຈາກເກົາຫລີເໜືອ.
ຖ້າຫາກມີການຈັດຕັ້ງປະຕິບັດຢ່າງເຕັມທີ່ ການຫ້າມນຳເຂົ້າສິນຄ້າເຫລົ່ານີ້ ສາມາດ
ຫລຸດລາຍໄດ້ຂອງເກົາຫລີເໜືອ ລົງຢ່າງຫລວງຫລາຍໃນປີນີ້. ເກົາຫລີເໜືອໄດ້ຮັບ
ເງິນ 1.5 ຕື້ໂດລາ ຈາກການສົ່ງອອກສິນຄ້າເຫລົ່ານີ້ໃຫ້ຈີນໃນປີ 2016 ອີງຕາມ
ກະຊວງການຕ່າງປະເທດສະຫະລັດ.
ຈີນແມ່ນຄູ່ການຄ້າໃຫຍ່ສຸດຂອງເກົາຫລືເໜືອ. ວໍຊິງຕັນກ່າວວ່າ ການນຳເອົາຈີນ
ເຂົ້າມາຮ່ວມ ແມ່ນເປັນກະແຈທີ່ສຳຄັນ ໃນການຕັດຄວາມສາມາດຂອງພຽງຢາງ ທີ່
ຈະໄດ້ຮັບເງິນສົດ.
ທ່ານ Douglas Paal ຜູ້ອຳນວຍການໂຄງການສັນຕິພາບເອເຊຍ ອົງການ Carnegie ສາກົນກ່າວວ່າ ເຖິງຢ່າງໃດກໍດີ ອິດທິພົນຂອງຈີນຕໍ່ເກົາຫລີເໜືອນັ້ນແມ່ນຢູ່ໃນຂອບ
ເຂດຈຳກັດ.
ທ່ານ Paal ກ່າວຕໍ່ວີໂອເອວ່າ "ເກົາຫລີເໜືອລັງເລໃຈທີ່ສຸດທີ່ຈະເອົາຄຳແນະນຳຈາກ
ຈີນ. ປະເທດດັ່ງກ່າວຈະສວຍໃຊ້ທຸກສິ່ງຢ່າງທີ່ຕົນສາມາດ ເພື່ອຕັກ ຕວງເອົາສິ່ງທີ່ຕົນຕ້ອງການຈາກຈີນແຕ່ບໍ່ຕ້ອງການຄຳແນະນຳທາງການເມືອງຈາກຈີນ. ເພາະສະນັ້ນ
ນີ້ເປັນບັນຫາທີ່ ພວກເຮົາສະຫະລັດ ແລະເກົາຫລີໃຕ້ຕ້ອງພາກັນຮັບມືໂດຍກົງກັບ
ເກົາຫລີເໜືອ ໃນຂະນະທີ່ກ້າວໄປໜ້າ.”