ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ Tillerson ເລີ່ມການຢ້ຽມຢາມ 3 ປະເທດ ໃນເອເຊຍ ທີ່ ຍີ່ປຸ່ນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ຖະແຫຼງການ ກ່ຽວກັບ ບັນຫາຕ່າງໆ ໃນເລື່ອງວີຊາ ແລະ ການເດີນທາງ. 6 ມີນາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ຖະແຫຼງການ ກ່ຽວກັບ ບັນຫາຕ່າງໆ ໃນເລື່ອງວີຊາ ແລະ ການເດີນທາງ. 6 ມີນາ 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ເລີ່ມການເດີນທາງ ຢ້ຽມຢາມສາມປະເທດໃນປະເທດ ຍີ່ປຸ່ນ ວັນພຸດມື້ນີ້ ໃນຂະນະທີ່ທ່ານພະຍາຍາມທີ່ຈະ
ເຮັດໃຫ້ບັນດາພັນທະມິດມີຄວາມໝັ້ນໃຈຂຶ້ນ ແລະ ປຶກສາຫາລື ກ່ຽວກັບ ວິທີຕ່າງໆ
ເພື່ອຮັບ​ມື​ກັບໄພຂົ່ມຂູ່ຈາກ​ອາວຸດນິວເຄລຍ ແລະ ລູກສອນໄຟ ຂອງ ເກົາຫຼີເໜືອ.

ໝາຍ​ກຳນົດ​ການໃນການຢ້ຽມຢາມຂອງທ່ານ ລວມມີການພົບປະກັບນາຍົກລັດຖະມົນ
ຕີ ຍີ່ປຸ່ນ ທ່ານ Shinzo Abe ແລະ ລັດຖະມົນຕີການຕ່າງປະເທດ ທ່ານ Fumio
Kishida ໃນວັນພະຫັດມື້ອື່ນ.

ທ່ານຈະເດີນທາງໄປປະເທດ ເກົາຫຼີໃຕ້ ໃນມື້ວັນສຸກ ເພື່ອເຈລະຈາກັບປະທານາທິບໍດີ
ຮັກສາ​ການ ທ່ານ Hwang Kyo-anh ແລະ ລັດຖະມົນຕີການຕ່າງປະເທດ ທ່ານ Yun Byung-se, ແຕ່ບໍ່ໄດ້ມີແຜນທີ່ຈະພົບປະກັບພວກ​ຜູ້ນຳ​ຂອງພັກຝ່າຍຄ້ານໃນປະເທດທີ່
ກຳລັງຈະຈັດການເລືອກຕັ້ງຜູ້ນຳຄົນໃໝ່ ໃນເດືອນພຶດສະພານີ້.

ຍີ່ປຸ່ນ ແລະ ເກົາຫຼີໃຕ້, ເຊິ່ງໄດ້ຕ້ອນຮັບກອງທັບ ສະຫະລັດ ແລະ ໄດ້ຢູ່ໃນລັດສະໝີຂອງ
ລູກສອນໄຟ ເກົາຫຼີເໜືອ ນັ້ນ, ໄດ້ສະໜັບສະໜູນຄວາມພະຍາຍາມຂອງ ສະຫະລັດ
ເພື່ອ​ເພີ້ມຄວາມກົດດັນທາງການທູດ ແລະ ເສດຖະກິດຕໍ່ ພຽງຢາງ. ຖະແຫຼງການສະບັບ
ໜຶ່ງຂອງກອງທັບເຮືອທີ 7 ສະຫະລັດ ໄດ້ກ່າວວ່າ ພັນທະມິດສາມປະເທດໄດ້ດຳເນີນ
ການຝຶກຊ້ອມ ໃນທະເລທີ່​ຕັ້ງຢູ່​ທາງ​ຕາເວັນອອກຂອງແຫຼມ ເກົາຫຼີ ທີ່ມີ​ການແບ່ງແຍກ
ແລະ ພາກເໜືອຂອງ ຍີ່ປຸ່ນ ເພື່ອສະໜັບສະໜູນຄວາມສາມາດຂອງລະບົບອາວຸດຮ່ວມ ໃນວັນພຸດມື້ນີ້.

ບ່ອນ​ຢຸດ​ແວ່​ແຫ່ງສຸດທ້າຍຂອງທ່ານ Tillerson ແມ່ນຈະໄປປະເທດ ຈີນ ​ເຊິ່ງຈຸດປະສົງ
ຫຼັກຂອງທ່ານ ແມ່ນພົບປະກັບປະທານປະເທດ ທ່ານ ສີ ຈິ່ນຜິງ ເພື່ອວາງ​ແຜນສຳລັບ
ກອງປະຊຸມສຸດຍອດ ລະຫວ່າງ ທ່ານ ສີ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ, ເຊິ່ງຄາດວ່າຈະຈັດຂຶ້ນໃນຕົ້ນເດືອນເມສາ ທີ່ລັດຟລໍຣິດາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG