ໃນການສະແດງອອກຊຶ່ງການຮວມຕົວກັນເປັນປຶກແຜ່ນ ຕໍ່ຕ້ານພວກກໍ່ການຮ້າຍ
ກຸ່ມລັດອິສລາມ ກະຊວງການຕ່າງປະເທດສະຫະລັດ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຕ້ອນຮັບລັດຖະມົນຕີການຕ່າງປະເທດ 68 ທ່ານ ແລະບັນດາຜູ້ນຳຄົນອື່ນໆ
ຈາກທົ່ວໂລກ ເພື່ອປຶກສາຫາລື ກ່ຽວກັບຍຸດທະສາດຮ່ວມຂອງໂລກ ທີ່ຈະເອົາຊະນະ
ກຸ່ມຫົວຮຸນແຮງຈັດພວກນີ້.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ Rex Tillerson ກ່າວວ່າ
ໄຊຊະນະທີ່ໄດ້ມາໃນການສູ້ລົບທາງທະຫານຫຼາຍບັ້ນ ໄດ້ເຮັດໃຫ້ແນວໂຮມ
ເປັນຝ່າຍໄດ້ປຽບ ແຕ່ທ່ານກ່າວຕື່ມວ່າ ຈະບໍ່ມີຜູ້ໃດຢຸດພັກນິ່ງເສີຍໄດ້ ໃນຂະນະທີ່
ກຸ່ມລັດອິສລາມຍັງແຂງຂັນ ແລະກໍ່ຄວາມຮຸນແຮງຢູ່ນີ້.
ເຊີນຊົມ: ຄວາມເຫັນຂອງທ່ານ Tillerson ທີ່ວ່າ ພວກເຮົາ ຕ້ອງຊະນະກຸ່ມ ISIS
“ການສ້າງຄວາມເສຍຫາຍໃຫ້ແກ່ກຸ່ມລັດອິສລາມນີ້ ບໍ່ແມ່ນຈຸດປະສົງຂັ້ນສຸດທ້າຍ.
ພວກເຮົາຕ້ອງໄດ້ເອົາຊະນະກຸ່ມລັດອິສລາມ,” ນັ້ນຄືຄຳເວົ້າຂອງທ່ານ Tillerson
ຊຶ່ງໄດ້ກ່າວເຖິງກຸ່ມດັ່ງກ່າວ ໂດຍໃຊ້ຊື່ຫຍໍ້ ຊຶ່ງພວກນັກການທູດມັກໃຊ້ນັ້ນ ແລະທ່ານ
ຍັງໄດ້ກ່າວເພີ່ມຕື່ມວ່າ “ຂ້າພະເຈົ້າຮັບຮູ້ວ່າ ມັນຍັງມີບັນຫາທ້າທາຍຫລາຍຢ່າງໃນ
ພາກຕາເວັນອອກກາງ, ແຕ່ວ່າ ການເອົາຊະນະກຸ່ມລັດອິສລາມແມ່ນເປົ້າ ອັນດັບນຶ່ງ
ຂອງສະຫະລັດ ຢູ່ໃນຂົງເຂດ.”
ທ່ານ Tillerson ກ່າວຕໍ່ໄປວ່າ “ດັ່ງທີ່ພວກເຮົາໄດ້ກ່າວມານັ້ນລະ ເມື່ອທຸກສິ່ງຢ່າງ
ເປັນບູລິມະສິດ ຈະບໍ່ມີສິ່ງໃດເປັນບູລິມະສິດ. ພວກເຮົາຕ້ອງໄດ້ສືບຕໍ່ ແນຈຸດເພັ່ງເລັງ
ຂອງພວກເຮົາ ໃສ່ສິ່ງທີ່ຮີບດ່ວນທີ່ສຸດທີ່ພວກເຮົາມີຢູ່.”
ເບີນຊົມ: ທ່ານ Tillerson ເວົ້າກ່ຽວກັບການຕໍ່ສູ້ ຕ້ານກັບກຸ່ມລັດອິສລາມ
ກ່ອນການເລືອກຕັ້ງປະທານາທິບໍດີໃນປີກາຍນີ້ ຜູ້ລົງແຂ່ງຂັນເປັນປະທານາທິບໍດີ
ທ່ານDonald Trump ໄດ້ກ່າວຫາປະດີດປະທານາທິບໍດີ ບາຣັກ ໂອບາມາວ່າ ອ່ອນແອ
ຫຼາຍ ໃນເລື່ອງພວກກໍ່ການຮ້າຍ. ທ່ານໂອບາມາ ໄດ້ກ່າວວ່າ ການກ່າວອ້າງຂອງຄະນະ
ໂຄສະນາຫາສຽງທ່ານ Trump ແມ່ນໄດ້ປະຕິເສດ ບໍ່ຍອມຮັບຮູ້ ໃນໄຊຊະນະຂອງກຳລັງ
ສະຫະລັດ ແລະພັນທະມິດ ຕໍ່ກຸ່ມລັດອິສລາມ.
ນາຍົກລັດຖະມົນຕີອີຣັກ ທ່ານ Haider ai-Abadi ຜູ້ຊຶ່ງໄດ້ຖະແຫຼງຕໍ່ກອງປະຊຸມທີ່
ວໍຊິງຕັນໃນວັນພຸດວານນີ້ ໄດ້ກ່າວວ່າ ພວກກໍ່ການຮ້າຍ ຊຶ່ງໃນປະຈຸບັນນີ້ ແມ່ນໄດ້
“ຖືກທຳລາຍຈົນໝົດກ້ຽງ” ໃນປະເທດຂອງທ່ານ.
ໃນຄຳປາໄສຂອງທ່ານໃນວັນພຸດວານນີ້ ທ່ານ Tillerson ໄດ້ມອງໄປກາຍສະໜາມລົບ
ໃນປະຈຸບັນນີ້ ໂດຍຮຽກຮ້ອງໃຫ້ປະເທດປະເທດຕ່າງໆ ເພີ້ມການປະກອບສ່ວນຂອງ
ພວກເຂົາເຈົ້າ ເມື່ອໃດທີ່ກຸ່ມລັດອິສລາມ ໄດ້ຖືກຂັບໄລ່ຈາກອີຣັກ ແລະຊີເຣຍແລ້ວນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ