ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ການຢູ່ລອດຂອງ TikTok ໃນສະຫະລັດ ຂຶ້ນຢູ່ກັບປະທານາທິບໍດີ ດໍໂນລ ທຣໍາ


ວີດີໂອກ່ຽວກັບ ສະຖານະຂອງ TikTok ຢູ່ໃນສະຫະລັດ ຂຶ້ນຢູ່ກັບປະທານາທິບໍດີ ດໍໂນລ ທຣໍາ.

ຜູ້ໃຊ້ແອັປ TikTok ຂອງສະຫະລັດຫຼາຍລ້ານຄົນ ສັງເກດເບິ່ງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ທີ່ຫາກໍສາບານຕົນເຂົ້າຮັບຕໍາແໜ່ງໃໝ່, ຜູ້ທີ່ໃຫ້ເວລາແກ່ບໍລິສັດ ໄບທ໌ແດນສ (ByteDance) ໃນປະເທດ ຈີນ ເຊິ່ງເປັນບໍລິສັດແມ່ຂອງແອັປດັ່ງກ່າວນີ້ ຈໍານວນ 75 ມື້ ເພື່ອບັນລຸຂໍ້ຕົກລົງກັບຜູ້ຊື້ຢູ່ໃນ ສະຫະລັດ.

ນຶ່ງໃນການເຄື່ອນໄຫວທໍາອິດຂອງປະທານາທິບໍດີ ດໍໂນລ ທຣໍາ ລຸນຫຼັງສາບານຕົນເຂົ້າຮັບຕໍາແໜ່ງ ໃນວັນຈັນທີ່ຜ່ານມາຄື ການລົງນາມໃນຄຳສັ່ງຝ່າຍບໍລິຫານ ທີ່ໃຫ້ແອັປສື່ສັງຄົມອອນໄລນ໌ TikTok ເຊິ່ງເຈົ້າຂອງເປັນຊາວຈີນ ມີເວລາຕື່ມ 75 ມື້ ເພື່ອຊອກຫາຜູ້ຊື້ຢູ່ໃນ ສະຫະລັດ, ຫຼືບໍ່ດັງນັ້ນ ກໍຈະຖືກຫ້າມບໍ່ໃຫ້ນໍາໃຊ້ຢູ່ໃນປະເທດແຫ່ງນີ້.

ທ່ານ ດໍໂນລ ທຣໍາ ປະທານາທິບໍດີສະຫະລັດ ກ່າວວ່າ:

“ຂ້າພະເຈົ້າເດົາວ່າ ຂ້າພະເຈົ້າມີຈຸດດີກັບ TikTok ທີ່ຂ້າພະເຈົ້າບໍ່ເຄີຍມີມາກ່ອນ, ແຕ່ຫຼັງຈາກນັ້ນ ຂ້າພະເຈົ້າໄດ້ເຂົ້າໄປເບິ່ງ TikTok ແລະຂ້າພະເຈົ້າກໍຊະນະໃຈໄວໜຸ່ມໄດ້ຮອດ 36 ເປີເຊັນ.”

ການເຄື່ອນໄຫວຄັ້ງນີ້ ເປັນການຕ່າວປີ້ນຫຼ້າສຸດກ່ຽວກັບຄວາມໂຊກດີສໍາລັບເຈົ້າຂອງແພລັດຟອມ ສື່ສັງຄົມຂອງ ByteDance ທີ່ມີສໍານັກງານໃຫຍ່ໃນນະຄອນຫຼວງປັກກິ່ງ, ແລະມີຜູ້ໃຊ້ທີ່ເປັນຊາວອາເມຣິກັນປະມານ 170 ລ້ານຄົນ.

ເວັບໄຊທ໌ດັ່ງກ່າວ ໄດ້ຢຸດໃຫ້ບໍລິການຊົ່ວຄາວໃນທ້າຍອາທິດທີ່ຜ່ານມາ ລຸນຫຼັງສານສູງສຸດຂອງສະຫະລັດ ຕັດສິນໃຫ້ເຄືອຂ່າຍບໍລິສັດ TikTok ໃນສະຫະລັດ ກາຍມາເປັນບໍລິສັດຂອງສະຫະລັດ ຫຼື ບໍ່ດັ່ງນັ້ນ ຈະຖືກຫ້າມນໍາໃນຢູ່ໃນປະເທດ ເນື່ອງຈາກຄວາມກັງວົນດ້ານຄວາມໝັ້ນຄົງແຫ່ງຊາດ.

ແຕ່​ສິ່ງ​ນັ້ນ​ ໄດ້ມີການ​ປ່ຽນ​ແປງລຸນ​ຫຼັງ​ ​ທ່ານ ທຣໍາ ເລີ້ມ​ສົ່ງ​ສັນຍານສໍາລັບ​ການ​ສະໜັບສະໜູນ​ ດ້ວຍການຂະຫຍາຍ​ເວລາອອກຕື່ມ.

ຜູ້ບໍລິຫານໃຫຍ່ຂອງ TikTok ທ່ານ ຊູ ຊິວ (Shou Chew), ທີ່ເປັນແຂກຢູ່ໃນພິທີສາບານຕົນເຂົ້າຮັບຕໍາແໜ່ງຂອງ ທ່ານ ທຣໍາ, ໄດ້ອອກມາກ່າວຂອບໃຈທ່ານ ຜ່ານວິດີໂອໃນມື້ວັນສຸກທີ່ຜ່ານມາ.

ທ່ານ ຊູ ຊິວ, ຜູ້ບໍລິຫານໃຫຍ່ຂອງ TikTok ກ່າວວ່າ:

“ພວກເຮົາຮູ້ສຶກຂອບໃຈ ແລະດີໃຈເປັນຢ່າງສູງ ທີ່ຈະໄດ້ຮັບການສະໜັບສະໜູນຈາກປະທານາທິບໍດີ, ຜູ້ທີ່ເຂົ້າໃຈແພລັດຟອມສື່ສັງຄົມຂອງພວກເຮົາໄດ້ຢ່າງແທ້ຈິງ. ເປັນຜູ້ນຶ່ງທີ່ໃຊ້ TikTok ໃນການສະແດງຄວາມຄິດເຫັນ ແລະທັດສະນະຂອງຕົນເອງ.”

ແຕ່ຜູ້ຊ່ຽວຊານທາງດ້ານກົດໝາຍຈໍານວນນຶ່ງກ່າວວ່າ ການຂະຫຍາຍເວລາຂອງ ທ່ານ ທຣໍາ ອາດຈະບໍ່ປົກປ້ອງບັນດາບໍລິສັດຕ່າງໆເຊັ່ນ ບໍລິສັດ ອໍຣາໂກລ (Oracle) ທີ່ຍັງສືບຕໍ່ໃຫ້ບໍລິການກັບ TikTok, ເນື່ອງຈາກກົດໝາຍທີ່ຖືກບັນຍັດອອກມາໂດຍສະພາສູງ ຍັງຄົງມີຜົນຢູ່.

ທ່ານ ອາລານ ໂຣເຊັນສຕີນ (Alan Rozenshtein), ສາດສະດາຈານຈາກມະຫາວິທະຍາໄລ ດ້ານກົດໝາຍ ຂອງລັດມິນເນໂຊຕາ ກ່າວຜ່ານ Zoom ວ່າ:

“ມັນມີລັກສະນະເປັນໄປໄດ້, ແລະຂ້າພະເຈົ້າສົງໄສວ່າ ຜູ້ຖືຫຸ້ນຂອງບໍລິສັດ Oracle ແລະທະນາຍຄວາມຂອງບໍລິສັດທາງດ້ານຫຼັກຊັບຈໍານວນນຶ່ງ ກໍາລັງຄິດກ່ຽວກັບເລື່ອງນີ້ຢູ່, ມັນເປັນໄປໄດ້ຫຼາຍວ່າ ໃນຊ່ວງ 48 ຊົ່ວໂມງສຸດທ້າຍ, ບໍລິສັດ Oracle ອາດຕ້ອງປະເຊີນກັບຄວາມຮັບຜິດຊອບຫຼາຍຮ້ອຍຕື້ໂດລາ ແລະບໍ່ມີຫຍັງທີ່ ທ່ານ ທຣໍາ ຈະສາມາດເຮັດໄດ້ ເພື່ອຍຸຕິຄວາມຮັບຜິດຊອບດັ່ງກ່າວນັ້ນ.”

ການກະທຳຂອງ ທ່ານ ທຣໍາ ໄດ້ສະແດງໃຫ້ເຫັນຄວາມແຕກຕ່າງຢ່າງຈະແຈ້ງຕໍ່ການດຳລົງຕຳແໜ່ງຄັ້ງທຳອິດຂອງທ່ານ, ໃນລະຫວ່າງນັ້ນ ທ່ານພະຍາຍາມຫ້າມ TikTok ເນື່ອງຈາກຂໍ້ກ່າວຫາທີ່ວ່າ ການບໍລິການຂອງສື່ສັງຄົມດັ່ງກ່າວນີ້ ສາມາດແບ່ງປັນຂໍ້ມູນຂອງຜູ້ໃຊ້ແອັປໃນ ສະຫະລັດ ໃຫ້ກັບລັດຖະບານ ຈີນ.

ໃນການຕອບຄໍາຖາມຂອງນັກຂ່າວ ໃນວັນຈັນທີ່ຜ່ານມາ, ທ່ານ ທຣໍາ ໄດ້ສະເໜີການແກ້ໄຂໃໝ່ເຊັ່ນ ການເປັນເຈົ້າຂອງເຄິ່ງນຶ່ງໂດຍລັດຖະບານ ສະຫະລັດ.

ທ່ານ ດໍໂນລ ທຣໍາ, ປະທານາທິບໍດີສະຫະລັດ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ສາມາດເຮັດຂໍ້ຕົກລົງທີ່ ສະຫະລັດ ໄດ້ຮັບ 50 ເປີເຊັນ ຈາກ TikTok, ໂດຍຈະມີການຄວບຄຸມເລັກໜ້ອຍ ຫຼື ຫຼາຍກວ່ານັ້ນ, ແມ່ນຂຶ້ນກັບພວກເຂົາເຈົ້າ.”

ເຖິງ​ແມ່ນໃນ​ເບື້ອງ​ຕົ້ນ ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້ TikTok 270 ມື້​ໃນ​ການ​ຊອກ​ຫາ​ຜູ້​ຊື້​ໃນ ສະຫະລັດ, ​ແຕ່ກໍ​ຍັງ​ບໍ່ມີ​ການ​ຊີ້​ບອກ​ຕໍ່​ສາທາລະນະ​ວ່າ ຈະມີ​ການ​ຂາຍ​ເກີດຂຶ້ນ ຫຼື ບໍ່.

ທ່ານ ອາດາມ ໂຄວາເຊວິດຈ໌ (Adam Kovacevich) ຜູ້ບໍລິຫານໃຫຍ່ ຂອງ Chamber of Progress, ເຊິ່ງເປັນສະມາຄົມອຸດສາຫະກໍາທາງດ້ານເທັກໂນໂລຈີ.

ທ່ານ ອາດາມ ໂຄວາເຊວິດຈ໌, ຜູ້ບໍລິຫານໃຫຍ່ຂອງ Chamber of Progress ກ່າວຜ່ານ Zoom ວ່າ:

“ຄວາມຈິງທີ່ພວກເຂົາບໍ່ໄດ້ອະນຸຍາດໃຫ້ເຮັດແບບນີ້, ຂ້າພະເຈົ້າຄິດວ່າ ມັນເປັນສັນຍານທີ່ລັດຖະບານ ຈີນ ມີຜົນປະໂຫຍດດ້ານຄວາມໝັ້ນຄົງແຫ່ງຊາດຢ່າງແທ້ຈິງ ໃນການຮັກສາແອັປດັ່ງກ່າວໄວ້ຄືເກົ່າ, ເຊິ່ງພວກເຮົາຄວນສະແດງຄວາມກັງວົນຢ່າງຈິງຈັງ ແລະເນັ້ນໜັກເຖິງແຮງຈູງໃຈເບື້ອງຕົ້ນ ທີ່ເຮັດໃຫ້ສະພາສູງຜ່ານຮ່າງກົດໝາຍລະບັບນີ້ ໃນຄັ້ງທໍາອິດ.”

ເວລາຂອງ TikTok ໄດ້ຖືກຕັ້ງຄືນໃໝ່ອີກ 75 ມື້, ແຕ່ ເຖິງແມ່ນຈະມີການສະໜັບສະໜູນຂອງ ທ່ານ ທຣໍາ, ກໍຍັງມີຄໍາຖາມອີກຫຼວງຫຼາຍ ສໍາລັບອະນາຄົດຂອງບໍລິສັດ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

Millions of U.S. TikTok users are looking to newly sworn in President Donald Trump, who has given the app’s Chinese parent, ByteDance, 75 days to strike a deal with a U.S. buyer.

Among President Donald Trump's first acts after being sworn in Monday was signing an executive order giving social media app TikTok's Chinese owner a 75-day extension to find a U.S. buyer or be banned in the country.

President Donald Trump.

"I guess I have a warm spot for TikTok that I didn't have originally, but then I went on TikTok and I won young people by 36%."

The move was the latest reversal of fortune for the platform's Beijing-based owner, ByteDance, and its estimated 170 million American users.

The site briefly went dark over the weekend after the U.S. Supreme Court upheld legislation requiring that TikTok's U.S. affiliate become a U.S. company or be banned in the country due to national security concerns.

But that changed after Trump began signaling support for an extension.

TikTok CEO Shou Chew, who was a guest at Trump's inauguration, thanked him in a video post on Friday.

Shou Chew, TikTok CEO, TikTok/AFP.

"We are grateful and pleased to have the support of a president who truly understands our platform. One who has used TikTok to express his own thoughts and perspectives."

But some legal experts say Trump's extension may not protect companies like Oracle that continues to host TikTok, because the law enacted by Congress still stands.

Alan Rozenshtein, University of Minnesota Law School, Zoom.

"It’s quite possible, and I suspect that Oracle shareholders and some enterprising securities lawyers are thinking about this right now, it’s quite possible, that in the last 48 hours, Oracle has exposed itself to potentially hundreds of billions of dollars in liability and there’s nothing that Trump can do to extinguish that liability."

Trump’s action marked a sharp contrast to his first term in office, during which he sought to prohibit TikTok over allegations that the service could share U.S. user data with the Chinese government.

In response to reporters’ questions on Monday, Trump proposed a new solution: half-ownership by the U.S. government.

President Donald Trump.

"I could see making a deal where the U.S. gets 50% of TikTok, polices it a little bit, or a lot, depends on them."

Though Congress originally gave TikTok 270 days to find a U.S. buyer, there has been no public indication of a sale in the works.

Adam Kovacevich, Chamber of Progress CEO, Zoom.

"The fact that they have not allowed this, I think it's a sign that the Chinese government has real national security interests in maintaining the app as it is, which should really concern us and really underlines the original impetus for Congress to pass this bill in the first place."

TikTok's clock has been reset for another 75 days, but despite Trump's support, the company's future is still very much in question.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG