ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ການຢູ່ລອດຂອງ TikTok ໃນສະຫະລັດ ຂຶ້ນຢູ່ກັບ ປະທານາທິບໍດີ ດໍໂນລ ທຣຳ


ແຟ້ມພາບ: ສຳນັກງານຂອງ TikTok ໃນສະຫະລັດ ແມ່ນເຫັນໄດ້ ຕັ້ງຢູ່ໃນ ເມືອງ ຄູລເວີ, ລັດຄາລີຟໍເນຍ, ວັນທີ 15 ກັນຍາ 2020. REUTERS/Mike Blake
ແຟ້ມພາບ: ສຳນັກງານຂອງ TikTok ໃນສະຫະລັດ ແມ່ນເຫັນໄດ້ ຕັ້ງຢູ່ໃນ ເມືອງ ຄູລເວີ, ລັດຄາລີຟໍເນຍ, ວັນທີ 15 ກັນຍາ 2020. REUTERS/Mike Blake

ຜູ້ໃຊ້ແອັປ TikTok ໃນສະຫະລັດ ຫຼາຍລ້ານຄົນ ກຳລັງເບິ່ງໄປຍັງປະທານາທິບໍດີ ດໍໂນລ ທຣຳ ທີ່ຫາກໍສາບານເຂົ້າຮັບຕຳແໜ່ງໃໝ່ໆ ຜູ້ທີ່ໄດ້ໃຫ້ບໍລິສັດຂອງຈີນ ByteDance ທີ່ເປັນບໍລິສັດແມ່ຂອງແອັປດັ່ງກ່າວ ເວລາ 75 ວັນເພື່ອໃຫ້ບັນລຸຂໍ້ຕົກລົງກັບຜູ້ຊື້ໃນສະຫະລັດ.

ພາຍໃນບົດບາດອັນທຳອິດຂອງປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກໄດ້ສາບານຮັບຕຳແໜ່ງ ໃນວັນຈັນຜ່ານມານີ້ ກໍໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານ ໂດຍໃຫ້ແອັປສື່ສັງຄົມ TikTok ທີ່ຈີນເປັນເຈົ້າຂອງນັ້ນ ເວລາຕື່ມອີກ 75 ວັນເພື່ອຊອກຫາຜູ້ຊື້ໃນສະຫະລັດ ຫຼືບໍ່ດັ່ງນັ້ນ ຈະຖືກຫ້າມຢູ່ໃນສະຫະລັດ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຂ້າພະເຈົ້າ ເດົາວ່າ ຂ້າພະເຈົ້າກະມັກ TikTok ຢູ່ ໃນເບື້ອງຕົ້ນຂ້າພະເຈົ້າກະບໍ່ ແຕ່ຕໍ່ມາຂ້າພະເຈົ້າກໍເຂົ້າໄປຫຼິ້ນແອັປ TikTok ແລະຂ້າພະເຈົ້າ ກໍໄດ້ພວກຄົນໄວໜຸ່ມມາຕິດຕາມເຖິງ 36 ເປີເຊັນ.”

ການເຄື່ອນໄຫວນີ້ ໄດ້ເປັນການຫັນປ່ຽນທິດທາງໃນໂຊກລາບ ຄັ້ງຫຼ້າສຸດຂອງບໍລິສັດ ByteDance ທີ່ແພລັດຟອມຂອງຕົນ ມີຫ້ອງການຕັ້ງຢູ່ໃນປັກກິ່ງ ແລະທັງເປັນເຈົ້າຂອງ, ເຊິ່ງມີຜູ້ໃຊ້ແອັປທີ່ເປັນຊາວອາເມຣິກັນ ກະປະມານວ່າ 170 ລ້ານຄົນ.

ເວັບໄຊ້ ໄດ້ຂອງແອັປ ໄດ້ປິດລົງໃນໄລຍະສັ້ນໆ ເມື່ອທ້າຍອາທິດຜ່ານມາ ຫຼັງຈາກສານສູງສຸດສະຫະລັດ ໄດ້ຢືນຢັນຕາມກົດໝາຍທີ່ບັງຄັບໃຫ້ຜູ້ຕາງໜ້າໃນສະຫະລັດຂອງ TikTok ກາຍມາເປັນບໍລິສັດຂອງສະຫະລັດ ຫຼືບໍ່ດັ່ງນັ້ນ ຈະຖືກຫ້າມໃຊ້ໃນສະຫະລັດ ເນື່ອງຈາກຄວາມເປັນຫ່ວງດ້ານຄວາມໝັ້ນຄົງແຫ່ງຊາດ.

ແຕ່ນັ້ນ ກໍບໍ່ໄດ້ຖືກປ່ຽນແປງ ຫຼັງຈາກທ່ານທຣຳ ໄດ້ເລີ້ມສົ່ງສັນຍານການສະໜັບສະໜູນເພື່ອໃຫ້ຕໍ່ເວລາອອກໄປ.

ຜູ້ບໍລິຫານໃຫຍ່ ຫຼື CEO ຂອງ TikTok ທ່ານຊູ ຈູ (Shou Chew) ຜູ້ທີ່ຖືກເຊີນໃຫ້ເປັນແຂກໃນພິທີສາບານເຂົ້າຮັບຕຳແໜ່ງຂອງທ່ານທຣຳ ເຊິ່ງທ່ານກໍໄດ້ຂອບໃຈທ່ານທຣຳ ໃນວີດີໂອ ທີ່ໄດ້ໂພສລົງເມື່ອວັນສຸກຜ່ານມາ.

ທ່ານ ຊູ ຈູ ໄດ້ກ່າວວ່າ “ພວກເຮົາຮູ້ບຸນຄຸນ ແລະດີໃຈທີ່ໄດ້ຮັບການສະໜັບສະໜູນຂອງທ່ານປະທານາທິບໍດີ ຜູ້ທີ່ເຂົ້າໃຈແພລັດຟອມຂອງພວກເຮົາຢ່າງແທ້ຈິງ. ທ່່ານເປັນຜູ້ນຶ່ງ ທີ່ໄດ້ໃຊ້ແອັປ TikTok ເພື່ອສະແດງຄວາມຄິດເຫັນຂອງທ່ານເອງ ແລະທັດສະນະຕ່າງໆ.”

ແຕ່ບັນດານັກຊ່ຽວຊານດ້ານກົດໝາຍບາງສ່ວນ ກ່າວວ່າ ການເລື່ອນເວລາຂອງທ່ານທຣຳ ອາດບໍ່ປົກປ້ອງບັນດາບໍລິສັດດັ່ງກ່າວ ຄືກັບບໍລິສັດ Oracle ທີ່ສືບຕໍ່ໃຫ້ການບໍລິການແກ່ TikTok ເພາະວ່າ ກົດໝາຍທີ່ບັນຍັດໂດຍ ລັດຖະສະພານັ້ນ ຍັງມີຜົນບັງຄັບໃຊ້ຢູ່.

ອ່ານຂ່າວນີ້ໃນພາສາອັງກິດ

Millions of U.S. TikTok users are looking to newly sworn in President Donald Trump, who has given the app’s Chinese parent, ByteDance, 75 days to strike a deal with a U.S. buyer.

Among President Donald Trump's first acts after being sworn in Monday was signing an executive order giving social media app TikTok's Chinese owner a 75-day extension to find a U.S. buyer or be banned in the country.

((President Donald Trump))

"I guess I have a warm spot for TikTok that I didn't have originally, but then I went on TikTok and I won young people by 36%."

The move was the latest reversal of fortune for the platform's Beijing-based owner, ByteDance, and its estimated 170 million American users.

The site briefly went dark over the weekend after the U.S. Supreme Court upheld legislation requiring that TikTok's U.S. affiliate become a U.S. company or be banned in the country due to national security concerns.

But that changed after Trump began signaling support for an extension.

TikTok CEO Shou Chew, who was a guest at Trump's inauguration, thanked him in a video post on Friday.

((Shou Chew, TikTok CEO))

"We are grateful and pleased to have the support of a president who truly understands our platform. One who has used TikTok to express his own thoughts and perspectives."

But some legal experts say Trump's extension may not protect companies like Oracle that continues to host TikTok, because the law enacted by Congress still stands.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG