ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາສະມາຊິສະພາຕ່ຳ ຜູ້ທີ່ມີຄວາມສົງໄສ ໄດ້ສອບຖາມ ຫົວໜ້າບໍລິຫານໃຫຍ່ ຂອງ TikTok ກ່ຽວກັບຄວາມປອດໄພ ແລະເນື້ອຫາ

ຫົວໜ້າບໍລິຫານໃຫຍ່ ຫຼື CEO ຂອງ TikTok ທ່ານຊູ ຊີ ຊູ ໄດ້ໃຫ້ການ ໃນລະຫວ່າງການຮັບຟັງພິຈາລະນາ ຂອງຄະນະກຳມະການດ້ານພະລັງງານ ແລະການຄ້າ ຂອງສະພາຕ່ຳ ສະຫະລັດ, ກ່ຽວກັບ ຄວາມເປັນສ່ວນຕົວຂອງຜູ້ຊົມໃຊ້ໃນແອັປສື່ສັງຄົມ ແລະຄວາມປອດໄພຂອງຂໍ້ມູນ ແລະຜົນກະທົບຕໍ່ພວກເດັກນ້ອຍ, ວັນທີ 23 ມີນາ 2023.

ຫົວໜ້າບໍລິຫານໃຫຍ່ຂອງຕິກຕ໊ອກ (TikTok) ໄດ້ຖືກຄະນະກຳມະການຂອງສະພາຕ່ຳສະຫະ ລັດ ສອບຖາມທ່ານ ເພື່ອໃຫ້ເຫດ​ຜົນວ່າ ເປັນຫຍັງ ແອັຟປລີເຄຊັນແບ່ງປັນວີດີໂດນຳກັນ ທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງ ຫຼາຍນີ້ ຈຶ່ງບໍ່ຄວນຖືກຫ້າມ, ອີງຕາມລາຍງານຂອງອົງການຂ່າວເອພີ.

TikTok CEO Tells US Lawmakers App Is Place for Free Expression
please wait

No media source currently available

0:00 0:03:12 0:00

ການໃຫ້ການຂອງ ທ່ານຊູ ຊີ ​ຊູ (Shou Zi Chew) ໃນວັນພະຫັດວານນີ້ ມີຂຶ້ນຢູ່ໃນຊ່ວງເວລາສຳຄັນຍິ່ງ ສຳລັບບໍລິສັດດັ່ງກ່າວ, ຊຶ່ງມີຜູ້ຊົມໃຊ້ຊາວອາເມຣິກັນ 150 ລ້ານຄົນ ແຕ່ກຳລັງຕົກຢູ່ພາຍໃຕ້ການກົດດັນເພີ້ມຂຶ້ນນັບມື້ຈາກບັນດາເຈົ້າໜ້າທີ່ຂອງສະຫະລັດ ທີ່ມີຄວາມເປັນຫ່ວງ ກ່ຽວກັບຄວາມປອດໄພຂອງຂໍ້ມູນ ແລະຄວາມປອດໄພຂອງຜູ້ຊົມໃຊ້. TikTok ແລະບໍລິສັດແມ່ຂອງຕົນ ByteDance ໄດ້ຖືກ​ຜັກ​ດັນ​ໃຫ້​ຕົກ​ຢູ່​ໃຕ້ການຕໍ່ສູ້ທາງດ້ານພູມສາດການ ເມືອງທີ່ແຜ່ກວ້າງອອກໄປຫຼາຍຂຶ້ນ ລະຫວ່າງປັກກິ່ງ ແລະວໍຊິງຕັນ ກ່ຽວກັບການຄ້າ ແລະເທັກໂນໂລຈີ. ທ່ານຊູ ອາຍຸ 40 ປີ ເກີດຢູ່ສິງກະໂປ ໄດ້ອອກມາປາກົດໂຕຕໍ່ສາທາລະນະ ແບບບໍ່ເຄີຍເຫັນມາກ່ອນ ເພື່ອຕອບໂຕ້ຕໍ່ຂໍ້ກ່າວຫາຕ່າງໆ ທີ່ TikTok ພວມປະເຊີນໜ້າຢູ່ ໃນຂະນະນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG