ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງກຳລັງ ທິເກຣ ເວົ້າວວ່າ ການໂຈມຕີທາງອາກາດ ຂອງ ເອທິໂອເປຍ ໄດ້ຕົກຖືກເມືອງຫຼວງ ຂອງພາກພື້ນ


ນະຄອນ ເມແຄລເລ ສາມາດແນມເຫັນຜ່ານຮູລູກປືນຢູ່ປ່ອງຢ້ຽມແກ້ວຂອງໂຮງໝໍ ໄອເດີ, ພາກພື້ນ ທິເກຣ, ພາກເໜືອຂອງປະເທດ ເອທິໂອເປຍ. 6 ພຶດສະພາ, 2021.
ນະຄອນ ເມແຄລເລ ສາມາດແນມເຫັນຜ່ານຮູລູກປືນຢູ່ປ່ອງຢ້ຽມແກ້ວຂອງໂຮງໝໍ ໄອເດີ, ພາກພື້ນ ທິເກຣ, ພາກເໜືອຂອງປະເທດ ເອທິໂອເປຍ. 6 ພຶດສະພາ, 2021.

ກອງກຳລັງໃນພາກພື້ນ ທິເກຣ ຂອງ ເອທິໂອເປຍ ໄດ້ກ່າວໃນວັນຈັນວານນີ້ວ່າ ລັດຖະບານ ເອທິ ໂອເປຍ ໄດ້ເປີດການໂຈມຕີທາງອາກາດໃສ່ເມືອງຫຼວງ ເມແຄລເລ (Mekelle) ຂອງພາກພື້ນດັ່ງກ່າວ.

ການຖິ້ມລະເບີດຍັງໄດ້ຖືກລາຍງານໂດຍຜູ້ອາໄສຢູ່ໃນທ້ອງຖິ່ນ ແລະ ບັນດາພະນັກງານມະນຸສະທຳໃນພາກພື້ນ ທິເກຣ, ແຕ່ລັດຖະບານ ເອທິໂອເປຍ ໄດ້ປະຕິເສດຕໍ່ການກ່າວອ້າງນັ້ນ.

ອົງການສະຫະປະຊາຊາດໄດ້ກ່າວວ່າ ເຂົາເຈົ້າກຳລັງສືບສວນລາຍງານ ກ່ຽວກັບ ການໂຈມຕີທີ່ວ່ານັ້ນ.

ໂຄສົກອົງການສະຫະປະຊາຊາດ ທ່ານ ສເຕຟານ ດູຈາຣິກ ໄດ້ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບ ຜົນກະທົບທີ່ອາດເປັນໄປໄດ້ຕໍ່ພົນລະເຮືອນ.”

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ ເນັດ ໄພຣສ໌ ໄດ້ກ່າວວ່າ ສະຫະລັດ ກໍກຳລັງສຳຫຼວດລາຍງານ ກ່ຽວກັບ ການໂຈມຕີເຊັ່ນກັນ. ທ່ານໄດ້ກ່າວວ່າ “ພວກເຮົາ, ໂດຍເວົ້າກວ້າງໆແລ້ວ, ຍັງມີຄວາມເປັນຫ່ວງຢ່າງຍິ່ງກັບສິ່ງທີ່ໄດ້ເປັນຄວາມຮຸນແຮງເພີ່ມຂຶ້ນໃນພາກພື້ນ ທິເກຣ ເປັນໄລຍະເວລາໃດນຶ່ງແລ້ວ.”

ອົງການຂ່າວ AFP ໄດ້ລາຍງານວ່າ ອີງຕາມເຈົ້າໜ້າທີ່ໂຮງໝໍແຫ່ງນຶ່ງໃນນະຄອນ ເມແຄລເລ ນັ້ນ, ຢ່າງໜ້ອຍສາມຄົນໄດ້ເສຍຊີວິດໃນການໂຈມຕີທາງອາກາດເມື່ອວັນຈັນວານນີ້.

ຜູ້ເຫັນເຫດການໃນພາກພື້ນເວົ້າວ່າ ນຶ່ງໃນການໂຈມຕທາງອາກາດໄດ້ຕົກຖືກຕະຫຼາດແຫ່ງນຶ່ງ. ມັນເປັນໄປບໍ່ໄດ້ທີ່ຈະຢືນຢັນການບອກເລົ່ານັ້ນ, ຍ້ອນພາກພື້ນດັ່ງກ່າວແມ່ນຖືກປິດການສື່ສານ.

ທ່ານ ເລເກສເຊ ຕູລູ (Legesse Tulu) ໂຄສົກລັດຖະບານ ເອທິໂອເປຍ ໄດ້ປະຕິເສດວ່າລັດຖະ ບານໄດ້ເປີດການໂຈມຕີໃດໆຕໍ່ນະຄອນ ເມແຄລເລ.

ນະຄອນ ເມແຄລເລ ບໍ່ໄດ້ມີການຕໍ່ສູ້ຂະໜາດໃຫຍ່ ນັບຕັ້ງແຕ່ເດືອນມິຖຸນາເປັນຕົ້ນມາ, ເວລາທີ່ກອງກຳລັງ ທິເກຣ ໄດ້ຍຶດການຄວບຄຸມພື້ນທີ່ສ່ວນໃຫຍ່ຄືນ ແລະ ກອງກຳລັງ ເອທິໂອເປຍ ໄດ້ຖອນອອກຈາກຂົງເຂດດັ່ງກ່າວ. ຫຼັງຈາກນັ້ນ, ຄວາມຂັດແຍ້ງໄດ້ສືບຕໍ່ແຜ່ລາມເຂົ້າໄປໃນພາກພື້ນ ອຳຮາຣາ ແລະ ອາຟາ ທີ່ຢູ່ໃກ້ຄຽງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG