ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Tiger Wood ​ກ່າວ​​ວ່າ ເຫຼົ້າ ບໍ່ໄດ້ມີສ່ວນ ພົວພັນກັບການຖືກຈັບກຸມຄັ້ງນີ້


Tiger Wood ນັກຫຼິ້ນ​ກ໊ອຟອາຊີບ ສະຫະລັດ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
“ການ​ບໍ່​ຄາດ​ຄິດ​ຂອງຢາທີ່​ໝໍ​ສັ່ງ” ​ແລະ​ບໍ່​ແມ່ນ​ເຫຼົ້າ, ຊຶ່ງ​ນັ້ນ​ຄື​ສາ​ເຫດ​ຂອງ​ການ​ຖືກ
​ຈັບ​ກຸມ ທີ່​ກ່າວ​ຫາ​ວ່າ​ຂັບ​ລົດ​ຕອນ​ເມົາ​ນັ້ນ.

ຕຳຫຼວດ ​ໄດ້​ຈັບ​ກຸ​ມ Tiger Wood ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ ​ໃນ​ເມືອງ Jupiter ​
ແລະ​ໄດ້​ປ່ອຍ​ຕົວຜູ້ກ່ຽວ ໂດຍ​ໃຫ້​ມີ​ຄວາມ​ຮັບຜິດຊອບ​ເອົາ​ເອງໃນ​ຕອນ​ທີ່​ລາວ​ຮູ້​ຕົວ
​ໃນ​ຫຼາຍ​ຊົ່ວໂມ​ງຕໍ່​ມາ.

​ໃນ​ລາຍ​ງານ​ສະບັບ​ນຶ່ງ Tiger Wood ​ກ່າວ​ວ່າ ລາວ​ເຂົ້າ​ໃຈ​ເຖິງ​ຄວາມຮ້າຍແຮງ​ຂອງ
ການ​ກະທຳ​ໃດໆ​ຂອງ​ລາວ ​ແລະຮັບຜິດຊອບ​ທຸກ​ສິ່ງ​ຢ່າງ​ຕໍ່​ການ​ກະ​ທຳ​ນີ້.

Tiger Wood ​ກ່າວວ່າ “ຂ້າພະ​ເຈົ້າ​ບໍ່​ໄດ້ຄຳນຶງ​ເຖິງການ​ຮັບ​ປະທານ​ຢາ ທີ່​ກິນ​ປະສົມ​
ກັນ​ນີ້ ​ຈະມີ​ຜົນ​ກະທົບ​ຕໍ່​ຂ້າພະ​ເຈົ້າ​ແຮງ​ແບບ​ນີ້,”

Tiger Wood ​ໄດ້​ກ່າວ​ເພີ່ມ​ຕື່ມວ່າ ລາວ​ຈະ​ໃຫ້ການ​ຮ່ວມ​ມື​ກັບ​ທາງ​ຕຳຫຼວດ​ເປັນ​ທີ່​ສຸດ
​ແລະ​ຂອບ​ໃຈ ທີ່​ພວກ​ເຂົາ​ເຈົ້າ​ປະຕິບັດ​ໜ້າ​ທີ່ແບບ​ມື​ອາຊີບ.

Tiger Wood ​ຖື​ວ່າ​ເປັນ​ນັກ​ກ໊ອຟ ມື​ອາຊີບ​ໃນ​ຮຸ່ນ​ລາວ ​ແລະ​ເປັນ​ຜູ້​ທີ່​ຕີ​ກ໊ອຟ ທີ່​ເກັ່ງ
​ທີ່​ສຸດ Tiger Wood ​ໄວ 41 ປີ​ ບໍ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ແຂ່ງ​ຂັນ​ກ໊ອຟລະດັບ​ໃຫຍ່ໆ
ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ. ລາວເຄີຍ​ເປັນ​ນັກ​ກ໊ອຟ ​ອັນ​ດັບ​ນຶ່ງຂອງ​ໂລກ
​ໃນ​ຮອບ​ເກືອບ 700 ສັບປະດາ ​ແຕ່​ວ່າ​ປັດຈຸ​ບັນ​ນີ້ ຕົກຢູ່​ໃນ​ອັນ​ດັບທີ 876.

Tiger Wood ​ໄດ້​ເຂົ້າ​ຕີ​ກ້ອຟ​ໃນ​ຮອບ​ຫຼາຍໆ​ປີຜ່ານມາ​ນີ້ ດ້ວຍ​ການ​ຜ່າຕັດ​ຫຼັງ
ຫຼາຍໆ​ຮອບ ​ແລະ​ນັ້ນ​ເປັນ​ສາ​ເຫດ​ຫຼັກ ທີ່​ລາວໄດ້​ຖອນ​ຕົວ​ອອກ​ຈາກ​ການ​ລົງ​ແຂ່ງ​ຂັນ
​ໃນ​ຫວ່າງ​ມໍ່ໆ​ມາ​ນີ້.

Tiger Wood ​ໄດ້​ຊະນະ​ຕຳ​ແໜ່​ງ​ເປັນ Champion ຈາກການ​ແຂ່ງຂັນ​ກ໊ອຟລະດັບ
ໃຫຍ່ໆ ​ມາໄດ້ 14 ຄັ້ງ ​ແລະ​ພະຍາຍາມ​ທີ່​ຈະ​ສ້າງ​ໃຫ້​ເປັນປະວັດ ​ໃຫ້​ໄດ້ 18 ຄັ້ງ.
ທຳລາຍ​ສະຖິຕິ​ຂອງ Jack Nicklaus ​ນັກ​ກ໊ອຟອັນ​ດັນ​ນຶ່ງ​ຂອງ​ສະຫະລັດ ທີ່​ກະ​ສຽນ
ໄປ​ແລ້ວ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG