ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Tiger Woods ນອນ​ຫຼັບຢູ່​ຄາ​ລົດ ຍ້ອນກິນຢາ ທີ່ພາໃຫ້ມືນເມົາ ແລະຖືກຕໍາຫຼວດຈັບ


ທ່ານ Tiger Woods ທີ່​ຄັ້ງນຶ່ງ​ ເຄີຍເປັນ​ນັກ​ຕີ​ກັອຟ ທີ່​ມີ​ຊື່ສຽງ​ດັງ​ສຸດ​ໃນ​ໂລກ ​​
ທ່ານ Tiger Woods ທີ່​ຄັ້ງນຶ່ງ​ ເຄີຍເປັນ​ນັກ​ຕີ​ກັອຟ ທີ່​ມີ​ຊື່ສຽງ​ດັງ​ສຸດ​ໃນ​ໂລກ ​​

ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ຕໍາຫລວດ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Tiger Woods ທີ່
​ຄັ້ງນຶ່ງ​ເຄີຍເປັນ​ນັກ​ຕີ​ກັອຟທີ່​ມີ​ຊື່ສຽງ​ດັງ​ສຸດ​ໃນ​ໂລກ ນອນ​ລັບ​ຢູ່​ຄາ​ລົດ ​ແລະ​ກໍ​ບໍ່ຮູ້​ວ່າ​
ຕົນ​ເອງ​ຢູ່​ໃສ ກ່ອນໜ້າທີ່​ທ່ານ​ຈະ​ຖືກ​ກ່າວ​ຫາ​ວ່າ ​ໄດ້​ຂີ່​ລົດ​ ໃນ​ເວລາ​ມືນ​ເມົາ​ໃນຕົ້ນໆ
ອາທິດ​ນີ້.

ຕໍາຫລວດ​ໃນ​ເມືອງ Jupiter, ຊຶ່ງ​ເປັນ​ເມືອງ​ແຄມ​ທະ​ເລ​ຢູ່​ລັດ Florida ທີ່​ທ່ານ Woods
ອາ​ໄສ​ຢູ່​ນັ້ນ​ເວົ້າວ່າ ທ່ານ Woods "ມີ​ສຽງ​ເວົ້າທີ່​ປ່ອຍ​ອອກ​ມາ​ຊ້າໆ ​ແລະ​ເວົ້າ​ແບບ​ເ​ລິ​
ເລືອນ​ບໍ່​ຮູ້​ເລື່ອງ​ຫຍັງ​ເລີຍ" ​ໃນ​ຕອນ​ທີ່ເຂົາ​ເຈົ້າປຸກ​ທ່ານ​ໃຫ້​ຕື່ນຂຶ້ນມາ ​ເມື່ອ​ເຫັນ​ວ່າ ທ່ານ
​ນັ່ງ​ຢູ່​ໃນ​ລົດ ​ທີ່​ຈອດ​ຢູ່​ເລນ​ຂວາ​ຂອງ​ຖະໜົນ ​ແລະ​ຕິດ​ຈັກ​ໄວ້​ຢູ່​ນັ້ນ. ຕໍາຫລວດ​ເວົ້າ​ວ່າ
ທ່ານ​ບໍ່ສາມາດ​ປະຕິບັດ​ຕາມຫນ້າ​ທີ່​ ໃນ​ການ​ຂັບ​ຂີ່​ລົດ​ຫລາຍ​ອັນ ​ເມື່ອ​ເຂົາ​ເຈົ້າບອກ
​ໃຫ້​ທ່ານ​ເຮັດ.

ບົດລາຍ​ງານ​ຂອງຕໍາຫລວດ ​ໄດ້ຂຽນລາຍການ​ຢາ ​ຕາມໃບ​ສັ່ງ​ຂອງໝໍ 4 ຢ່າງ ທີ່​ທ່ານ
Woods ​ເວົ້າວ່າ ທ່ານ​ໄດ້​ກິນ​ໃນ​ຂະນະ​ທີ່​ທ່ານພັກ​ຟື້ນຈາກ​ການຜ່າຕັດຫລັງ​ຄັ້ງຫລ້າສຸດ
ຊຶ່ງ​ເປັນຄັ້ງທີ 4 ​ແລ້ວ​ນັບ​ແຕ່​ປີ 2014 ​ເປັນຕົ້ນມາ.

ການ​ກວດ​ສອງຄັ້ງ​ເພື່ອວັດ​ແທກ​ປະລິມານ​ຂອງ​ເຫລົ້າ ດ້ວຍ​ການ​ຫາຍ​ໃຈສະ​ແດງ​ໃຫ້
​ເຫັນ​ວ່າລະດັບ​ເຫຼົ້າ​ໃນ​ເລືອດ​ຂອງ​ທ່ານ Woods ​ແມ່ນສູນ, ຊຶ່ງ​ເປັນ​ການຊ່ວຍ​ຕໍ່​ການ
​ກ່າວ​ອ້າງ​ຂອງ​ທ່ານ​ວ່າ ​ເຫ​ດການ​ນັ້ນ​ເກີດ​ຂຶ້ນ ຍ້ອນມີ "ອາການ​ຕອບ​ໂຕ້​ຂອງ​ການ​ກິນ
ຢາແບບ​ບໍ່ຄາດ​ຄິດ​ມາ​ກ່ອນ" ​ແລະ​ບໍ່​ແມ່ນ​ຍ້ອນ​ການ​ກິນ​ເຫລົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG