ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສືອ 86 ໂຕ ຂອງ​ຈຳ​ນວນ​ທັງ​ໝົດ 147 ໂຕ ​ທີ່​ຖືກ ຊ່ວຍເອົາ ​ອອກມາ​ ຈາກວັດ​ເສືອ ຂອງ​ຫລວງ​ຕາ​ບົວ ໄດ້​ຕາຍໄປ


ເຈົ້າ​ໜ້າ​ທີ​ດູ​ແລສັດ່າ​ຂອງ​ໄທ ໄດ້ເອົາ​ເຄື່ອງ​ມື​ກວດ​ເບິ່ງ​ອຸ​ປະ​ກອ​ນ້ອຍໆ ທີ່​ຝັງ​ຢູ່​ໃນ​ໂຕ​ຂອງ​ເສືອ ໂຕ​ນຶ່ງ ​ຢູ່​ໃນ​ວັດເສືອ​ຂອງ​ຫລວງ​ຕາ​ບົວ ໃນ​ແຂວງ ການ​ຈະ​ນະ​ບູ​ຣີ, ໃນ​ວັນ​ທີ April 24 ເມ​ສາ, 2015.
ເຈົ້າ​ໜ້າ​ທີ​ດູ​ແລສັດ່າ​ຂອງ​ໄທ ໄດ້ເອົາ​ເຄື່ອງ​ມື​ກວດ​ເບິ່ງ​ອຸ​ປະ​ກອ​ນ້ອຍໆ ທີ່​ຝັງ​ຢູ່​ໃນ​ໂຕ​ຂອງ​ເສືອ ໂຕ​ນຶ່ງ ​ຢູ່​ໃນ​ວັດເສືອ​ຂອງ​ຫລວງ​ຕາ​ບົວ ໃນ​ແຂວງ ການ​ຈະ​ນະ​ບູ​ຣີ, ໃນ​ວັນ​ທີ April 24 ເມ​ສາ, 2015.

ເສືອ​ຫລາຍກວ່າເຄິ່ງ​ນຶ່ງຂອງຈຳ​ນວນທີ່ຖືກ​ຊ່ວຍ​ຊີ​ວິດ​ໄວ້ ໃນ​ສາມ​ປີ​ກ່ອນ​ ໃຫ້​ອອກ​ມາ​ຈາກວັດ​ເສືອທີ່​ມີ​ຊຶ່​ສຽງ​ໃນ​ທາງບໍ່​ດີນັ້ນ ໄດ້​ຕາຍ​ໄປ​ແລ້ວ, ອີງ​ຕາມ​ຄຳ​ເວົ້າ​ຂອງພວກ​ເຈົ້າ​ໜ້າ​ທີ່ ທີ່​ກ່າວ​ໃນ​ວັນ​ຈັນ​ວານນີ້.

ເສືອ​ 86 ໂຕ​ໃນ​ຈຳ​ນວນ​ທັງ​ໝົດ 147 ໂຕ ​ທີ່​ໄດ້​ຖືກ​ຍຶດ​ມາ ໄດ້ກາຍ​ເປັນ​ອຳ​ມະ​ພາດ​ໃນການ​ອອກ​ສຽງ ແລະມີ​ໄຂ້​ສູງ, ຊຶ່​ງ​ເປັນ​ພະ​ຍາດ​ທີ່ເຮັດ​ໃຫ້​ພວກ​ມັນມີ​ຮ່າງ​ກາຍທີ່​ຕິດ​ເຊື້ອ​ໄດ້​ງ່າຍ ຍ້ອນ​ມີການ​ປະ​ສົມ​ພັນ​ໃນ​ກຸ່ມ​ດຽວ​ກັນຢູ່ ​ໃນ​ເຂດ​ທີ່ກວ້າງ​ໃຫຍ່ ທີ່​ອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວໄປ​ສຳ​ພັດ​ກັບ​ແມວໃຫຍ່​ປະ​ເພດນີ້ໄດ້.

ວັດ​ພະ​ຫລວງ​ຕາ​ບົວ ຫລື ວັດ​ເສືອທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ ບາງກອກ ໄດ້​ອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວເອົາ​ອາ​ຫານ​ຍື່ນ​ປ້ອນ​ເສືອ, ອູ້ມ​ລູກ​ນ້ອຍ​ຂອງ​ມັນ ແລະ​ຖ່າຍ​ຮູບ​ຢູ່​ໃກ້ໆ​ກັບ​ເສືອ ຈົນ​ກວ່າ​ວ່າ ລັດ​ຖະ​ບານ​ໄດ້​ເຂົ້າ​ໄປ​ຍຶດ​ເອົາ​ເສືອ 147 ໂຕ​ ພາຍ​ຫລັງ​ທີ່​ມີ​ລາຍ​ງານ​ວ່າມີການລັກ​ລອບຄ້າ​ຂາຍ​ສັດ​ປ່າ ແລະ​ມີ​ການ​ທາ​ລຸນ​ຕໍ່​ສັດ.

ພວກ​ເສືອ​ຖືກ​ຍົກ​ຍ້າຍ​ໄປ​ຢູ່​ສະ​ຖານ​ທີ່​ພັກ​ອ​າ​ໄສ 2 ແຫ່ງ​ຂອງ​ລັດ​ຖະ​ບານ. ແຕ່​ໃນ​ເວ​ລາ​ຕໍ່​ມາບໍ່​ດົນ ​ປານ​ໃດ ພວກ​ເຈົ້າ​ໜ້າ​ທີ່ ກໍ​ສັງ​ເກດ​ເຫັນ​ວ່າ ມີ​ຜົນ​ກະ​ທົບ​ຂອງ​ການ​ປະ​ສົມ​ພັນ​ຂອງ​ເສືອ​ໃນ​ກຸ່ມ​ດຽວ​ກັນ "ຊຶ່ງ​ສົ່ງ​ຜົນ​ໃຫ້​ເກີດຄວາມ​ພິ​ການ ແລະ​ເຮັດ​ໃຫ້​ສຸ​ຂະ​ພາບ​ອ່ອນ​ແອລົງ," ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ ພະ​ຕາ​ຣະ​ພົນ (Patarapol), ຫົວ​ໜ້າ​ພະ​ແນກ​ຄຸ້ມ​ຄອງ​ສຸ​ຂະ​ພາບ​ຂອງ​ສັດ​ປ່າ.

ວັດ​ທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງການ​ຈະ​ນະ​ບູ​ຣີ (Kanchanaburi) ມີ​ຊື່​ສຽງໂດ່ງ​ດັງ​ໃນ​ສາ​ກົນວ່າ​ເປັນ​ບ່ອນ​ພັກ​ອາ​ໄສ​ຂອງ​ສັດ​ທີ່​ດຳ​ເນີນ​ງານ​ໂດ​ຍ​ພະ​ສົງ.

ແຕ່​ວ່າ ເມື່ອ​ຕຳ​ຫລວດ​ໄດ້​ບຸກ​ເຂົ້າ​ໄປກວດ​ຄົ້ນ​ວັດ​ໃນ​ປີ 2016 ພວກ​ເຂົາ​ເຈົ້າ​ກໍ​ໄດ້​ພົບ​ກະ​ດູກ​, ໜັງ, ແຂ້ວ, ແລະເຄື່ອງ​ເຄັດຂອງຢຳ​ ທີ່​ເຮັດ​ດ້ວຍ​ສິ້ນ​ສ່ວນ​ຂອງເສືອຢ່າງ​ໜ້ອຍ 1,500 ອັນ. ພວກ​ເຂົາ​ເຈົ້າ​ຍັງ​ໄດ້ພົບ​ຊາກ​ເສືອ​ນ້ອຍ 60 ໂຕ​ທີ່​ຍັດ​ໄວ້​ຢູ່​ໃນ​ຕູ້​ແຊ່​ແຂງ ຫລື​ດອງ​ໄວ້​ຢູ່​ໃນໄຫຕ່າງໆ ທີ່​ໃສ່​ຢາ​ກັນ​ບູດໄວ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG