ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລາຍງານພິເສດຂອງສປຊ ກ່າວວ່າ 'ກະແສນ້ຳ ກຳລັງຫັນປ່ຽນ' ມາຕ້ານລັດຖະບານທະຫານມຽນມາ


ແຟ້ມພາບ - ຜູ້ປະທ້ວງຕໍ່ຕ້ານລັດຖະປະຫານ ຍົກມື 3 ນິ້ວ ຊຶ່ງເປັນສັນຍາລັກຂອງການຕໍ່ຕ້ານລັດຖະບານຜະເດັດການທະຫານ ໃນລະຫວ່າງການປາບປາມຂອງຕຳຫຼວດ ໃນເມືອງ ທາເກຕະ, ນະຄອນຫຼວງຢາງກຸ້ງ, ມຽນມາ,​ ວັນທີ 27 ມີນາ 2021.
ແຟ້ມພາບ - ຜູ້ປະທ້ວງຕໍ່ຕ້ານລັດຖະປະຫານ ຍົກມື 3 ນິ້ວ ຊຶ່ງເປັນສັນຍາລັກຂອງການຕໍ່ຕ້ານລັດຖະບານຜະເດັດການທະຫານ ໃນລະຫວ່າງການປາບປາມຂອງຕຳຫຼວດ ໃນເມືອງ ທາເກຕະ, ນະຄອນຫຼວງຢາງກຸ້ງ, ມຽນມາ,​ ວັນທີ 27 ມີນາ 2021.

ລັດຖະບານທະຫານມຽນມາ “ກຳລັງຈະແພ້” ສົງຄາມຕໍ່ຕ້ານກຳລັງປະສົມພາຍ ໃນປະເທດ ແຕ່ຍັງຄົງມີຄວາມເປັນອັນຕະລາຍສູງຢູ່, ອີງຕາມລາຍງານຂອງຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ກ່ຽວກັບສະຖານະການສິດທິ ມະນຸດໃນປະເທດດັ່ງກ່າວ.

“ກະແສນ້ຳ​ກຳລັງ​ຫັນປ່ຽນໃນ​ມຽນມາ ຍ້ອນ​ການຕໍ່ຕ້ານຂອງ​ພົນລະ​ເມືອງ​ຢ່າງ​ກວ້າງ​ຂວາງ​ຕໍ່​ລັດຖະບານ​ທະຫານ ​ແລະ​ ​ໄຊຊະນະ​ໃນ​ສະໜາມລົບທີ່ເພີ້ມຂຶ້ນ ຂອງກອງກຳລັງ​ຕໍ່ຕ້ານ,” ທ່ານ ທອມ ແອນດຣູສ໌ (Tom Andrews), ຜູ້​ທີ່​ໄດ້​ນຳສະ​ເໜີ​ບົດ​ລາຍ​ງານ​ຫລ້າ​ສຸດ​ຂອງ​ທ່ານ​ຕໍ່​ສະພາ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ​.

ໃນກອງ​ປະ​ຊຸມ​ລາຍ​ງານສໍາລັບນັກຂ່າວໃນວັນພຸດວານນີ້, ທ່ານ ແອນດຣູສ໌ ກ່າວວ່າ ລັດຖະບານທະຫານກໍາລັງສູນເສຍດິນແດນ, ຖານທັບ, ແລະກອງ ກໍາລັງທະຫານ, ແລະສູນເສຍຄວາມອາດສາມາດຂອງຕົນ" ໃນການສົ່ງເສີມ ນິຍາຍທີ່ວ່າມັນເປັນເລື້ອງທີ່ຖືກຕ້ອງຕາມກົດໝາຍ ບໍ່ວ່າໃນທາງໃດທາງນຶ່ງ" ຫຼືວ່າ ສາມາດລວມປະເທດໃຫ້ເປັນນຶ່ງດຽວໄດ້ ໂດຍການໃຊ້ກຳລັງ.

ທ່ານ​ກ່າວ​ວ່າ “ປະຈຸ​ບັນ​ນີ້​ ລັດຖະບານຜະເດັດການ​ຄວບ​ຄຸມ​ມຽນມາ​ໄດ້ໜ້ອຍ​ກວ່າ​ເຄິ່ງນຶ່ງ ​ແລະ​ໄດ້​ສູນ​ເສຍ​ທະຫານ​ຫຼາຍສິບພັນ​ຄົນ​ໄປໃນການບາດເຈັບ ແລະ ​ເສຍ​ຊີວິດ, ການຍອມ​ຈຳນົນ, ຫຼືການແປພັກ ນັບ​ແຕ່​ໄດ້ມີການ​ກໍ່​ລັດຖະ ປະຫານ​ໂດຍ​ທະຫານ​ເມື່ອ​ສາມ​ປີ​ກ່ອນ.

ທ່ານ ແອນດຣູສ໌ ກ່າວ​ຕື່ມ​ວ່າ ກອງທັບ​ມຽນມາ “​ເຖິງແມ່ນວ່າຈະໝົດຫວັງ” ກໍຍັງ​ຄົງເປັນ​ອັນຕະລາຍຢ່າງຍິ່ງ ​ແລະ​ໄດ້​ເພີ່ມ​ທະວີ​ການຂົ່ມຂູ່ດ້ວຍການ​ລົງ​ໂທດ​ຕໍ່​ພົນລະ​ເຮືອນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG