ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາ​ງວັນ​ທີ​ນຶ່ງ​ຂອງ ລັອດ​ເຕີ​ຣີ ຫຼື ຫວຍ ສະ​ຫະ​ລັດ ​ໃຫຍ່​ຂຶ້ນກວ່າ​ເກົ່າ


ປ້າຍ​ເຈ້ຍ​ທີ່​ຖືກ​ແກ້​ໄຂ​ຂໍ້​ມູນ​ໃໝ່ ຕິດ​ຢູ່​ໜ້າ​ໂຕະ​ຂອງ​ຮ້ານ 7-Eleven ທີ່​ສະ​ແດງ​ໃຫ້​ເຫັ​ນ​ລາງວັນ​ໃຫຍ່​ຂອງ​ຫວຍ ເມ​ກາ ມິ​ລ​ລຽນໄດ້​ເພີ່ມ​ຂຶ້ນ​ເປັນ 1 ພັນ​ລ້ານ​ໂດ​ລາ ໃນ​ວັນ​ທີ 19 ຕຸ​ລາ, 2018.
ປ້າຍ​ເຈ້ຍ​ທີ່​ຖືກ​ແກ້​ໄຂ​ຂໍ້​ມູນ​ໃໝ່ ຕິດ​ຢູ່​ໜ້າ​ໂຕະ​ຂອງ​ຮ້ານ 7-Eleven ທີ່​ສະ​ແດງ​ໃຫ້​ເຫັ​ນ​ລາງວັນ​ໃຫຍ່​ຂອງ​ຫວຍ ເມ​ກາ ມິ​ລ​ລຽນໄດ້​ເພີ່ມ​ຂຶ້ນ​ເປັນ 1 ພັນ​ລ້ານ​ໂດ​ລາ ໃນ​ວັນ​ທີ 19 ຕຸ​ລາ, 2018.

ລ​າງວັນ​ໃຫຍ່​ຂອງ​ລັອດ​ເຕີ​ຣີ ຫຼື ຫວຍ​ໃນ ສະ​ຫະ​ລັດ ໄດ້​ສືບ​ຕໍ່​ໃຫຍ່​ຂຶ້ນກວ່າ​ເກົ່າ.

ບໍ່​ມີ​ໃຜ​ຖືກ​ລາງວັນ​ທີ​ນຶ່ງ ເລກ 16, 54, 57, 62, 69 ກັບພາວ​ເວີບອ​ລ ເລກ 23, ໃນ
ຫວຍ ພາວເວີບອລ 470 ລ້ານໂດລາທີ່ອອກໃນວັນເສົາວານນີ້, ນຶ່ງມື້ ຫຼັງຈາກບໍ່ມີໃຜ
ຖືກລາງວັນໃຫຍ່ ນຶ່ງພັນລ້ານໂດລາ ຂອງລັອດເຕີຣີ ເມກາ ມິລລຽນ (Mega Million)
ທີ່ອອກກ່ອນນັ້ນ.

ໃນ​ວັນ​ອັງ​ຄານ​ທີ່​ຈະ​ມາ​ເຖິງນີ້, ຫ​ວຍ​ເມ​ກາ ມິ​ລ​ລຽນ ຈະມີ​ລາງວັນ​ໃຫຍ່ 1 ພັນ 6
ຮ້ອຍລ້ານໂດລາ, ໃນຂະນະທີ່ຫວຍ ພາວເວີບອລ ທີ່ຈະອອກໃນວັນພຸດນັ້ນ ຈະເພີ່ມ
ຂຶ້ນເຖິງປະມານ 620 ລ້ານໂດລາ.

ລາງວັນ​ໃຫຍ່​ຂອງ​ລັອດ​ເຕີ​ຣີ ສະ​ຫະ​ລັດ ໃນ​ຄັ້ງ​ທີ່​ຜ່ານ​ມາ​ແມ່ນ 1,586 ລ້ານ​ໂດ​ລາ​ສຳ​
ລັບຫວຍ ພາວເວີບອລ ທີ່ອອກໃນວັນທີ 23 ມັງກອນ 2016.

ໃນ​ຂະ​ນະ​ທີ່​ມີ​ຜູ້​ຊື້​ຫວຍຫຼາຍຂຶ້ນ, ໂອ​ກາດ​ຕ່າງໆ​ກໍ​ເພີ່ມ​ຂຶ້ນ ທີ່​ຜູ້​ຊື້​ຢ່າງ​ໜ້ອຍ​ຄົນ​ນຶ່ງ ຈະ​
ເລືອກເອົາເລກລາງວັນທີນຶ່ງ 6 ໂຕ ສຳລັບຫວຍ ເມກາ ມິລລຽນ ທີ່ຈະອອກໃນວັນ
ຄານນີ້. ເຊິ່ງມັນຈະເປັນການຢຸດອອກຫວຍທີ່ບໍ່ມີໃຜຖືກ 25 ຄັ້ງລຽນຕິດນັ້ນ.

ທ່ານ​ນາງ ແຄ​ໂຣ​ລ ເຈັນ​ທ​ຣີ, ໂຄ​ສົກ​ສຳ​ລັບ​ອົງ​ການ​ລັອດ​ເຕີ​ຣີ ແລະ ການ​ພະ​ນັນ​ຫວຍ​
ລັດແມຣີແລນ ກ່າວວ່າ ອີງຕາມການຄາດເດົາຍອດຂາຍນັ້ນ, 75 ເປີເຊັນຂອງ 302
ເລກທີ່ອາດຈະອອກນັ້ນ ຈະຖືກເລືອກເອົາກ່ອນການອອກຫວຍ ເມກາ ມິລລຽນ ໃນ
ວັນອັງຄານທີ່ຈະມາເຖິງນີ້, ເຊິ່ງເພີ່ມຂຶ້ນຈາກ 59.1 ເປີເຊັນຂອງວັນສຸກທີ່ຜ່ານມາ.

ທ່ານ​ນາງ ເຈັນ​ທ​ຣີ ໄດ້​ກ່າວ​ວ່າ “ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ ວ່າ​ຈະ​ບໍ່​ມີ​ໃຜ​ຖືກ​ອີກ, ແຕ່​ມັນ​
ກໍຍາກທີ່ຈະເດົາໄດ້.”

ລາງວັນ​ໃຫຍ່​ຂອງ​ຫວຍ ເມ​ກາ ມິ​ລ​ລຽນ ໄດ້​ເພີ່ມ​ສູງ​ຂຶ້ນ​ນັບ​ຕັ້ງ​ແຕ່​ເດືອນ​ກໍ​ລະ​ກົດ​ເປັນ​
ຕົ້ນມາ, ເມື່ອກຸ່ມຂອງພະນັກງານຫ້ອງການໃນລັດ ຄາລິຟໍເນຍ 11 ໄດ້ຖືກລາງວັນ 543
ລ້ານໂດລາ.

ລັອດ​ເຕີ​ຣີ​ທັງ​ສອງ​ນັ້ນ ​ມີ​ຂາຍ​ຢູ່ 44 ລັດ, ນະ​ຄອ​ນຫຼວງ ວໍ​ຊິງ​ຕັນ ແລະ ເກາະ ເວີ​ຈິນ
ຂອງ ສະຫະລັດ.

The lottery jackpots in the United States continue to grow.

No one had the winning numbers ( 16 - 54 - 57 - 62 - 69 - Powerball 23 ) for Saturday's $470 million Powerball, a day after no one got the numbers right for the billion-dollar Mega Millions prize.

On Tuesday, the Mega Millions will be worth a staggering $1.6 billion, while Wednesday's Powerball stash will go up to a mere $620 million.

The previous U.S. lottery jackpot record was the $1.586 billion Powerball drawing on January 13, 2016.

As more tickets sell, chances grow that at least one buyer will pick all six winning numbers for Tuesday's Mega Millions.That would stop the streak of 25 rollovers.

Carole Gentry, spokeswoman for Maryland Lottery and Gaming, said that based on sales projections, 75 percent of the 302 million possible number combinations will have been chosen ahead of Tuesday's Mega Millions drawing, up from 59.1 percent on Friday.

"It's possible that nobody wins again, but it's hard to fathom," Gentry said.

The Mega Millions jackpot has been growing since July, when a group of 11 California office workers won $543 million.

Both lotteries are offered in 44 U.S. states, Washington, D.C. and the U.S. Virgin Islands.

XS
SM
MD
LG