ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຕີເບດ ທີ່ອາໄສຢູ່ ນອກປະເທດ ພາກັນເລືອກຕັ້ງ ເອົາຜູ້ນຳ ຄົນໃໝ່


ປະຊາຊົນ ຕີເບດ ທີ່ອາໄສຢູ່ນອກປະເທດ ໜ້າຕາຍິ້ມ
ແຍ້ມດີໃຈ ໃນຂະນະທີ່ພວກເຂົາເຈົ້າປ່ອນບັດເລືອກຕັ້ງ ເອົາລັດຖະບານພັດຖິ່ນ ຕີເບດ ໃນສະຖານທີ່ເລືອກຕັ້ງ
ເມືອງ Dharamsala, ປະເທດ ອິນເດຍ, 20 ມີນາ, 2016.
ປະຊາຊົນ ຕີເບດ ທີ່ອາໄສຢູ່ນອກປະເທດ ໜ້າຕາຍິ້ມ ແຍ້ມດີໃຈ ໃນຂະນະທີ່ພວກເຂົາເຈົ້າປ່ອນບັດເລືອກຕັ້ງ ເອົາລັດຖະບານພັດຖິ່ນ ຕີເບດ ໃນສະຖານທີ່ເລືອກຕັ້ງ ເມືອງ Dharamsala, ປະເທດ ອິນເດຍ, 20 ມີນາ, 2016.

ປະຊາຊົນ ຕີເບດ ທີ່ອາໄສຢູ່ນອກປະເທດ ກຳລັງພາກັນເລືອກຕັ້ງ ເອົາການນຳພາໃໝ່ໃນວັນອາທິດມື້ນີ້ ໃນຂະນະທີ່ພວກເຂົາເຈົ້າ ດີ້ນຮົນເພື່ອການປົກຄອງຕົນເອງ ສຳລັບ ຕີເບດ ທີ່ປົກຄອງໂດຍ ປະເທດ ຈີນ ຢູ່ນັ້ນ.

ປັກກິ່ງ ບໍ່ຮັບຮູ້ລັດຖະບານພັດຖິ່ນ, ເຊິ່ງຕັ້ງຢູ່ຕີນພູເຂົາ ຮິມາໄລ ທີ່ ເມືອງ Dharamsala ໃນປະເທດ ອິນເດຍ.

ການເລືອກຕັ້ງນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 2 ນັບຕັ້ງແຕ່ອົງ ດາໄລ ລາມະ ລາອອກຈາກການນຳພາທາງການເມືອງ ເພື່ອມາເພັ່ງເລັງ ໃສ່ບົດບາດຂອງພະອົງ ທາງດ້ານສາສະໜາຂອງ ຕີເບດ.

ລັດຖະບານພັດຖິ່ນ ເປັນຕົວແທນໃຫ້ ປະຊາຊົນຊາວ ຕີເບດ ຫຼາຍກວ່າ 1 ແສນຄົນທີ່ສ່ວນ ໃຫຍ່ອາໄສຢູ່ໃນປະເທດ ອິນເດຍ, ເນປານ ແລະ ພູຖານ.

ອົງ ດາໄລ ລາມະ ແລະ ຜູ້ຕິດຕາມຂອງພະອົງໄດ້ຫຼົບໜີອອກຈາກ ຕີເບດໃນປີ 1959 ຫຼັງຈາກ ບໍ່ສາມາດຍຶດອຳນາດມາໄດ້ຈາກການປົກຄອງຂອງ ຈີນ.

ໃນເມືອງ Dharamsala, ປະຊາຊົນ ຕີເບດ ໄດ້ລຽນແຖວກັນທີ່ວັດແຫ່ງໜຶ່ງ ແລະ ສະຖານທີ່ ອື່ນໆ ເພື່ອລົງຄະແນນສຽງຂອງພວກເຂົາເຈົ້າໃນວັນອາທິດວານນີ້. ບັນດາຜູ້ລົງຄະແນນສຽງ ໃນປະເທດອື່ນໆ ກໍລວມມີຢູ່ໃນ ສະຫະລັດ, ເຊິ່ງສາມາດລົງຄະແນນສຽງໄດ້ເຊັ່ນກັນ.

Tibetans Election
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG