ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດ ເຜົາໂຕຕາຍ ປະທ້ວງຈີນ ອີກ


ແຜນທີ່ເຂດທິເບດ ບ່ອນທີຊາວທິເບດ ຈູດໄຟເຜົາໂຕຕາຍ ຫລາຍສິບຄົນ.
ແຜນທີ່ເຂດທິເບດ ບ່ອນທີຊາວທິເບດ ຈູດໄຟເຜົາໂຕຕາຍ ຫລາຍສິບຄົນ.
ແຫລ່ງຂ່າວທິເບດ ໄດ້ບອກ ວີໂອເອ ວ່າ ຜູ້ຊາຍທິເບດຄົນນຶ່ງ
ໄດ້ເຜົາໂຕຕາຍ ໃນແຂວງ Qinghai ທາງພາກຕາເວັນຕົກ
ຂອງຈີນ ເພື່ອປະທ້ວງການປົກຄອງຂອງຈີນ ຊຶ່ງໄດ້ກະຕຸ້ນ
ໃຫ້ມີການຮັກສາຄວາມປອດໄພເພີ້ມຂື້ນຢູ່ໃນຂົງເຂດ.


ເຫດການໄດ້ເກີດຂື້ນ ໃນຕອນແລງຂອງວັນເສົາຜ່ານມາ ໃນ
ເມືອງ Zadoi ໃນເຂດປົກຄອງຕົນເອງ Yushu ຂອງຊາວ
ທິເບດ ໃນແຂວງ Qinghai.

ແຫລ່ງຂ່າວໃນເຂດ Yushu ແລະຢູ່ສູນກາງຂອງຊາວທິເບດ
ພັດຖິ່ນ ທີ່ເມືອງ ທໍາມະສາລາ ພາກເໜືອຂອງອິນເດຍ ກ່າວວ່າ
ຜູ້ຊາຍອາຍຸ 27 ປີ ຊື່ວ່າ Yungdung ໄດ້ຈູດໄຟເຜົາໂຕເອງ
ໂດຍນຸ່ງຊຸດພື້ນເມືອງຂອງຊາວທິເບດ ແລະຢ່າງຜ່ານຮ້ານຄ້າຂອງຊາວຈີນໄປຫລາຍ
ຮ້ານ ແລະພ້ອມດຽວກັນ ກໍຮ້ອງຄໍາຂວັນວ່າ ໃຫ້ທິເບດເປັນເອກກະລາດ ແລະກ່າວຫາ
ຈີນວ່າ “ທໍາລາຍ ສາສະໜາຂອງທິເບດ."

ການປະທ້ວງຄັ້ງຫລ້າສຸດນີ້ ໄດ້ເພີ່ມໂຕເລກການເຜົາໂຕຕາຍ ໃນຂົງເຂດທິເບດ ຂອງຈີນ ຂື້ນມາເປັນ 52 ຄົນ ນັບຕັ້ງແຕ່ເດືອນມີນາ ປີ 2009 ເປັນຕົ້ນມາ.

ລັດຖະບານຜັດຖິ່ນຂອງຊາວທິເບດທີ່ລີ້ໄພໃນຕ່າງປະເທດ ກ່າວວ່າ 41 ຄົນໃນຈໍານວນ
ນັ້ນ ໄດ້ເສຍຊີວິດ.
XS
SM
MD
LG