ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ສະມັກເປັນ ນາຍົກລັດຖະມົນຕີທິເບດ ໂຕ້ວາທີກັນ (ເບິ່ງວີດີໂອ)


A Kashmiri boy cries after a traditional health worker uses leeches to suck blood as part of treatment, on the outskirts of Srinagar, India.
A Kashmiri boy cries after a traditional health worker uses leeches to suck blood as part of treatment, on the outskirts of Srinagar, India.

ຊາວ​ທິ​ເບ​ດທີ່​ລີ້​ໄພ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ​ຈະ​ພາກັນ​ໄປ​ປ່ອນ​ບັດ​ໃນ​ ເດືອນ​ນີ້​ ເພື່ອ​ເລືອກ​ເອົາ​ນາຍົກລັດຖະມົນຕີຄົນ​ໃໝ່ ສຳລັບ​ລັດຖະບານ​ພັດ ຖິ່ນ ​ທີ່​ມີ​ສຳນັກງານ​ຕັ້ງຢູ່​ໃນ​ພາກ​ເໜືອ​ປະ​ເທດ​ອິນ​ເດຍ. ມີ​ຜູ້​ສະມັກ​ເອົາ​ຕຳ ແໜ່​ງດັ່ງກ່າວ 3 ທ່ານແລະ​ບຸກຄົນ​ທັງ 3 ​ໄດ້​ໂຕ້​ວາທີ​ກັນທີ່​ມີ​ການຖ່າຍ​ທອດ ລະຫວ່າງປະ​ເທດ ຢູ່​ທີ່ກຸງ​ວໍ​ຊິງ​ຕັນ​ໃນວັນ​ທີ 1 ມີນາ​ຜ່ານ​ມານີ້. ຜູ້​ສື່​ຂ່າວ​ວີ​ໂອເອ Susan Jackson ມີ​ລາຍ​ລະອຽດ​ເພີ່ມ​ຕື່ມ ​ກ່ຽວ​ກັບ​ເລື່ອງ​ນີ້

ອົງ​ດາ​ໄລລາ​ມະ ຊົງ​ໄດ້​ຫຼົບໜີ​ການ​ປົກຄອງ​ຂອງ​ຈີນໃນ​ທິ​ເບ​ດ ​ໄປ​ທີ່​ເມືອງທໍາ​ມະ​ສາລາ ຫລື Dharamsala ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ອິນ​ເດຍ​ໃນ​ປີ 1959 ​ແລະນັບ​ແຕ່​ນັ້ນມາ ​ເມືອງ​ດັ່ງກ່າວ​ກໍໄດ້​ກາຍ​ເປັນ​ທີ່​ຕັ້ງຂອງ​ລັດຖະບານ​ພັດ​ຖິ່ນ​ຂອງຊາວ​ທິ​ເບ​ດ. ​ໃນ​ໄລຍະ​ຫຼາຍໆ​ປີທີ່ຜ່ານມາ​ນັ້ນ ອົງ​ດາ​ໄລ ລາ​ມະ​ ຊົງ​ໄດ້​ດຳ​ເນີນ​ງານ ​ເພື່ອ​ມອບ​ໂອນ​ບົດບາດ​ທາງ​ດ້ານ​ການ​ເມືອງ​ຂອງ​ພະ​ອົງ​ ຫຼາຍຂຶ້ນນັບ​ມື້ ​ໃຫ້​ແກ່ນາຍົກລັດຖະມົນຕີທີ່​ໄດ້​ຮັບ​ເລືອກ​ຢ່າງ​ເປັນ​ປະຊາທິປະ​ໄຕ​ຂອງ​ຊາວ​ທິ​ເບ​ດ.

// ສຽງ //

ໃນ​ວັນ​ທີ 20 ມີນາ​ເດືອນ​ນີ້ ຊາວ​ທິ​ເບ​ດທີ່​ລີ້​ໄພ​ຢູ່​ໃນ​ຕ່າງປະ
ເທດຈະ​ພາກັນ​ໄປ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງເລືອກ​ເອົາ​ນາຍົກ
ລັດຖະມົນຕີໂດຍ​ກົງ ​ເປັນ​ເທື່ອ ທີ 3 ​ພ້ອມໆ​ກັບ​ບັນດາ
ສະມາຊິກ​ສະພາ​ແຫ່ງ​ຊາດ​ພັດ​ຖິ່ນ ​ຊຸດ​ທີ 15.

ໃນ​ເດືອນ​ຕຸລາ​ປີ​ກາຍນີ້ 60% ຂອງ​ປະຊາ​ຄົມ​ຊາວທິ​ເບ​ດທີ່​ລີ້​ໄພ​ໃນ​ຕ່າງປະ ​ເທດ​ ໄດ້ພາກັນ​ໄປ​ປ່ອນ​ບັດໃນການ​ເລືອກ​ຕັ້ງ​ຂັ້ນຕົ້ນ ຊຶ່ງ​ຍັງ​ຜົນ​ໃຫ້​ຜູ້​ສະມັກ ແຂ່ງຂັນ​ເອົາ​ຕຳ​ແໜ່​ງນາຍົກລັດ​ຖະມົນຕີ​ ​ເຫຼືອຢູ່ 3 ທ່ານ.

// ສຽງ //

ພວກ​ຜູ້​ສະມັກ​ທັງ 3 ​ໄດ້​ທຳ​ການ​ໂຕ້​ວາທີກັນ ທີ່​ມີ​ການຖ່າຍ​ທອດ​ທາງ​ໂທລະ ພາບ​ເປັນ​ເທື່ອ​ທຳ​ອິດ ​ໃນ​ວັນ​ທີ 1 ມີນາ​ຜ່ານ​ມາ ທີ່​ກຸງ​ວໍ​ຊິງ​ຕັນ ຕໍ່ໜ້າ​ຊາວ​ທິ ​ເບ​ດທີ່​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ. ການ​ໂຕ້​ວາທີ​ດັ່ງກ່າວ​ນີ້​ແມ່ນ​ສາມາດ​ເບິ່ງ​ໄດ້​ຢູ່ ​ໃນ​ທິ​ເບ​ດ​ແລະ​ໃນ​ທົ່ວ​ໂລກ ​ໂດຍ​ທາງ​ອິນ​ເຕີ​ແນັດ.

ຜູ້​ສະມັກ​ທີ່​ມີ​ຄະ​ແນນ​ນຳ​ໜ້າ ​ແມ່ນ​ຄົນ​ອະ​ເມຣິກັນ​ເຊື້ອສາຍ​ທິ​ເບ​ດ ທີ່​ມີ​ການ ພົວພັນ​ກັບ​ມະຫາວິທະຍາ​ໄລ Harvard. ທ່ານ Lobsang Sangay ​ເຕີບ​ໃຫຍ່​ຢູ່ ທີ່ຊຸມ​ຊົນ​ບ່ອນ​ຕັ້ງຖິ່ນ​ຖານ​ໃໝ່​ແຫ່ງ​ນຶ່ງ​ຂອງ​ຊາວ​ທິ​ເບ​ດ ​ແລະ​ທ່ານເປັນ​ນັກ​ສຶກສາ​ທີ່​ໄດ້​ຮັບ​ທຶນ Fulbright ຈົບ​ວິຊາ​ກົດໝາຍ​ ຈາກມະຫາວິທະ ຍາ​ໄລ Harvard.

// ສຽງ //

ທ່ານ Lobsang Sangay ກ່າວ​ວ່າ “ບັນຫາ​ທີ່​ສຳຄັນ​ອັນ​ດັບ​ນຶ່ງ​ ທີ່​ແລ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ ກໍຄື​ວ່າ​ຈະ​ແກ້​ໄຂ​ບັນຫາ​ທິ​ເບ​ດ​ແບບ​ໃດ​ ເພື່ອ​ວ່າ​ພວກ​ເຮົາ​ຈະ​ສາມາດ​ໄດ້​ຮັບອິດສະຫຼະພາ​ບຂອງ​ພວກເຮົາ​ຄືນ​ມາ ​ແລະ​ຫຼັງຈາກ​ນັ້ນ ບັນດາ​ສະມາຊິກ​ໃຄອບຄົວ​ທີ່​ພັດ​ພາກ​ຈາກ​ກັນທັງ​ຢູ່​ໃນ​ແລະ​ນອກ​ທິ​ເບ​ດ ຈຶ່ງ​ຈະສາ ມາດໄດ້​ຢູ່​ນຳກັນ ​ໃນ​ທິ​ເບ​ດ.”
ທ່ານ Tenzin Tethong ​ແມ່ນ​ອະດີດ​ຜູ້ຕາງໜ້າ​ຂອງ​ອົງ​ດາ​ໄລ​ລາມະປະຈຳ ນະຄອນ​ນິວຢອກ​ແລະ​ກຸງ​ວໍ​ຊິງ​ຕັນ ຊຶ່ງ​ໃນ​ປັດຈຸບັນ​ນີ້ ທ່ານ​ເປັນນັກວິຊາການ ພິ​ເສດ​ ທີ່​ມະຫາວິທະຍາ​ໄລ Stanford ​ໃນ​ລັດ​ແຄ​ລິ​ຟໍ​ເນຍ.

// ສຽງ //

ທ່ານ Tenzin Tethong ກ່າວ​ວ່າ “ຄວາມ​ຮັບຜິດຊອບ​ອັນສຳຄັນທີ່​ສຸດ​ສຳລັບ​ລັດຖະບານ​ພັດ​ຖິ່ນ​ທິ​ເບ​ດ ກໍແມ່ນ​ວຽກ​ງານ​ຕໍ່ສູ້​ເພື່ອ​ທິ​ເບ​ດທີ່​ເປັນ​ອິດ​ສະລະ ​ແລະ​ເພື່ອສິດທິ​ຂອງ​ປະຊາຊົນຊາວ​ທິ​ເບ​ດ.”

ສ່ວນ​ຜູ້​ສະມັກ​ເລືອກ​ຕັ້ງ​ຄົນທີ​ສາມ ທ່ານ Tashi Wangdi ນັ້ນ ​ເຄີຍເປັນ​ຜູ້ບໍລິຫານພະ​ແນ​ກການ​ຕ່າງໆຂອງ​ລັດຖະບານ​ພັດ​ຖິ່ນ ມາ​ແລ້ວ ໃນ​ໄລຍະ​ຫຼາຍໆ​ປີຜ່ານມາ​ນີ້ ​ແລະ ລ່າ​ສຸດ​ແມ່ນ​ເປັນ​ຜູ້ຕາງໜ້າ​ໃຫ້​ອົງ​ດາ​ໄລລາ​ມະ​ປະຈຳ​ຢູ​ໂຣບ.

// ສຽງ //

ທ່ານ Tashi Wangdi ກ່າວ​ວ່າ “ມັນ​ເປັນ​ສິ່ງ​ສຳຄັນ​ສຳລັບ​ພວກ​ເຮົາ​ທີ່​ຈະ​ມອງ​ເຫັນ​ວ່າ ພວກ​ເຮົາ​ຈະ​ຢູ່​ລອດ​ໃນ​ນາມ​ປະຊາຊົນ​ຊາວ​ທິ​ເບ​ດທີ່​ລີ້​ໄພ​ຢູ່​ໃນ ຕ່າງ​ປະ​ເທດ​ໄດ້​ແນວ​ໃດ ​ແລະ​ສາມາດ​ຮັກສາ​ຄວາມ​ເປັນ​ເອກ​ກະ​ລັກ​ແລະ​ສືບ ຕໍ່​ການ​ດີ້ນຮົນ​ຕໍ່ສູ້ ຈົນ​ເທົ່າ​ພວກ​ເຮົາ​ພົບ​ກັບ​ຊ່ອງ​ທາງ​ໃນ​ການ​ແກ້​ໄຂ.”

ພາຍ​ໃນ​ເດືອນ​ສິງຫາ​ປີນີ້ ຊາວ​ທິ​ເບ​ດທີ່​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ​ກໍຈະ​ໄດ້​ນາຍົກ ລັດຖະມົນຕີ​ຄົນ​ໃໝ່ ຈາ​ກການ​ເລືອກ​ເອົາ​ຄົນ​ໃດ​ຄົນ​ນຶ່ງ​ໃນ​ຈໍານວນ​ສາມ​ຄົນ​ນີ້ ຊຶ່ງ​ເປັນ​ການ​ເລືອກ​ທີ່ຊາວ​ທິ​ເບ​ດພັດ​ຖິ່ນ​ຫຼາຍໆ​ຄົນ​ ກໍາລັງ​ພິຈາລະນາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.

XS
SM
MD
LG